ຍສໝ - ໃນຂອບເຂດທົ່ວປະເທດ, ກິດຈະກຳເບິ່ງແຍງດູແລ ແລະ ລາຍການລະຫຼິ້ນບັນເທິງທີ່ມີຄວາມໝາຍຫຼາຍຢ່າງໄດ້ມີການຂຶ້ນແຜນຢ່າງລະອຽດໂດຍບັນດາອົງການທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພ, ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ໃຫ້ເດັກພິການໃນວັນເດັກນ້ອຍສາກົນ (1/6).
ຍສໝ - ສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ອົດສະຕາລີ (VAA) ຢູ່ລັດ New South Wales ຫາກໍ່ຈັດການພົບປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຂອງສະມາຄົມ ຄົບຮອບ 1 ປີ; ຂາຍປະມູນຮູບແຕ້ມ ແລະ ລະດົມເງິນໄດ້ຫຼາຍກ່ວາ 110 ລ້ານດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ເພື່ອຊ່ວຍເຫລືອແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດຂ້າມຊາຍແດນ.
ຍສໝ - ນີ້ແມ່ນຄວາມເຫັນຂອງທ່ານ ຮວ່າງກົງຖູຍ, ອະດີດເລຂາທິການຂອງສະມາຄົມຫວຽດນາມ - ອາເມລິກາ. ທ່ານ ຮວ່າງກົງຖູຍ ເຄີຍເປັນຮອງຫົວໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ ຫວຽດນາມ ທີ່ໄດ້ໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການດຳເນີນຄະດີທີ່ສານອຸທອນ ນິວຢອກ ໃນປີ 2007.
ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.
ຍສໝ - ຫວ່າງມໍ່ໆນີ້, ອົງການ World Vision ປະຈຳຫວຽດນາມ ໄດ້ສົມທົບກັບພະແນກການຕ່າງປະເທດແຂວງດ້ຽນບຽນ ໄດ້ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ 1,523 ຄົນເປັນກໍລະນີ F1 ຂອງພະຍາດ COVID-19.
ຍສໝ - ປະເຊີນໜ້າກັບສະພາບການດັ່ງກ່າວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ແລະ ກອງທຶນອຸປະຖຳເດັກຫວຽດນາມ ໄດ້ຕັດສິນໃຈສະໜັບສະໜູນຄ່າໃຊ້ຈ່າຍດ້ານສະບຽງອາຫານ ສຳລັເດັກນ້ອຍທຸກຄົນທີ່ມີອາຍຸ 0-16 ປີທີ່ກຳລັງຮັບການປິ່ນປົວ, ຢູ່ໂດດດ່ຽວທາງການແພດ ແລະ ກອງທຶນອຸປະຖຳເດັກ ອີງຕາມການຕັດສິນໃຈຂອງອຳນາດການປົກຄອງ.
ຍສໝ - ໃນຕອນບ່າຍວັນທີ 27 ພຶດສະພາ, ທີ່ການປະຊຸມຂ່າວປະຈຳກະຊວງການຕ່າງປະເທດ, ໃນການຕອບຄຳຖາມກ່ຽວກັບເລື່ອງຫວຽດນາມ ເຊັນບົດບັນທຶກຊ່ວຍຈຳກັບອົງການແຮງງານສາກົນ (ILO), ໂຄສົກກະຊວງການຕ່າງປະເທດ ເລຖິທູຮັງ ໄດ້ກ່າວວ່າ ຫວຽດນາມພວມຊຸກຍູ້ການຄົ້ນຄ້ວາໃນ ສົນທິສັນຍາຂອງ ILO ແລະ ຄວາມພະຍາຍາມເພື່ອຮັບປະກັນສິດທິຂອງແຮງງານໃຫ້ດີຂື້ນ.
ຍສໝ - ພາຍຫຼັງເລື່ອງສານປະເທດຝຣັ່ງໄດ້ປະຕິເສດຄຳຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ໃນການຮຽກຮ້ອງຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຫວຽດນາມ, ທ່ານ Chuck Searcy - ປະທານສາຂາສາຂາສະມາຄົມ 106, ສະມາຄົມນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ); ຜູ້ທີ່ປຶກສາສາກົນສຳລັບໂຄງການ RENEW; ຕົວແທນອົງການບໍ່ສັງກັດລັດຖະບານກ່ຽວກັບສານພິດສີສົ້ມ ໄດ້ກ່າວວ່າ ຄະດີຟ້ອງຮ້ອງຕ້ອງການໄດ້ສືບຕໍ່ນຳຕົວຕໍ່ສານດ້ວຍທຸກຂັ້ນ ແລະ ຢ່າຢຸດການຟ້ອງຮ້ອງຈົນກວ່າບໍລິສັດເຄມີ ແລະ ລັດຖະບານຕ້ອງຮັບຜິດຊອບຕໍ່ການກະທຳທີ່ຜິດຂອງພວກເຂົາ.
ຍສໝ - ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເຫັນດີຢ່າງເຕັມສ່ວນກັບຄະດີຂອງທ່ານນາງ ເຈີນໂຕຫງ່າ ໃນການຊອກຫາຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຄັ້ງນີ້.
ຍສໝ - ສະຫະພັນນັກຮົບເກົ່າຢູແກຼນ ໄດ້ປະກາດຄວາມສາມັກຄີ ກັບ ທ່ານນາງ ເຈີນໂຕຫງ່າ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍ ຕໍ່ບໍລິສັດເຄມີຫຼາຍປະເທດຈຳນວນ 14 ແຫ່ງ.
ຍສໝ - ທຸກຄົນພຽງແຕ່ຮູ້ສຶກແປກປະຫຼາດໃຈເມື່ອເຫັນວ່າສານຍອມຮັບວ່າ ບັນດາບໍລິສັດທີ່ກ່ຽວຂ້ອງ ເໝືອນຄືວ່າ ມີການກະທຳຍ້ອນຖືກບັງຄັບຈາກລັດຖະບານ ອາເມລິກາ, ໃນຂະນະທີ່ ຕາມຄວາມຈິງ ເຂົາເຈົ້າພຽງແຕ່ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມການປະມູນ, ແລະ ດັ່ງນັ້ນ ເຂົາເຈົ້າມີສິດເສລີໃນການຕັດສິນວ່າ ຈະເຮັດຫຼືບໍ່ເຮັດ.
ຍສໝ - ໂຄສະນາເຜີຍແຜ່ການເລືອກຕັ້ງເປັນພາສາຊົນເຜົ່າ, ຈາກແຕ່ລະຫ້ອງຄຸກ,“ໄປທຸກບ່ອນ, ເຄາະປະຕູເຮືອນທຸກຫຼັງ,“ກິນເຂົ້າ - ດຳລົງຊີວິດ - ເຮັດວຽກກັບຍາດພີ່ນ້ອງ”, ທີມງານທີ່ມີອິດທິພົນ ເຂົ້າຮ່ວມການໂຄສະນາເຜີຍແຜ່ ແລະ ປຸກລະດົມການເຄື່ອນຍ້າຍປະຊາຊົນ… ສິ່ງເຫຼົ່ານີ້ແມ່ນວິທີການຢ່າງເອກະລັກສະເພາະ ໃນແຂວງຢາລາຍ.
ຍສໝ - ປໄລ ເມີ ໜູ ແມ່ນໝູ່ບ້ານໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກຂອງນະຄອນ ປໄລກູ (ຢາລາຍ) ເຊິ່ງຫ່າງຈາກໃຈກາງເມືອງປະມານ 8 ກິໂລແມັດ. ຊາວບ້ານຢູ່ທີ່ນີ້ສ່ວນຫຼາຍແມ່ນຊາວເຜົ່າ ຈາລາຍ, ການດຳລົງຊີວິດດ້ວຍການເຮັດໄຮ່ເຮັດນາ.
ຍສໝ - ໃນຊຸມວັນກາງເດືອນ ມີນາ, ພວກຂ້າພະເຈົ້າມາຕາແສງຮ່າເບົ່າ, ເມືອງກັກນວາ, ແຂວງ ຢາລາຍ ຊຶ່ງເປັນກດິນແດນແຫ່ງສຽງຄ້ອງ ເພື່ອພົບປະກັບລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ.
ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.
ຍສໝ - ແບ່ງປັນຈາກທັດສະນະວິທີການດຳລົງຊີວິດກັບຊຸມຊົນ, ຊ່ວຍເຫຼືອຜູ້ທີ່ໂດດດ່ຽວ, ຄວາມຮັບຜິດຊອບຂອງພົນລະເມືອງຕໍ່ປະເທດຊາດ, ວິທີການປູກຜັກຂຽວເພື່ອປັບປຸງຊີວິດ ... ແມ່ນຫົວຂໍ້ທີ່ເວົ້າເຖິງຢູ່ໂບດຂອງຄະນະຂ່າວປະເສີດ Plei Ia Lang, ຕາແສງ ຈິລັງ, ເມືອງ Pleiku, ແຂວງຢາລາຍ.
ຍສໝ - ນາງ ເຈີນໂຕຫງ່າ, ອາຍຸ 79 ປີ, ຖືສັນຊາດຝະລັ່ງ - ຫວຽດນາມ ເຊິ່ງເປັນຜູ້ປະສົບກັບພະຍາດຫຼາຍຢ່າງ ຍ້ອນຮັບຜົນສະທ້ອນຈາກທາດພິດສີສົ້ມ-ດີໂອຊີນ. ໃນທົດສະວັດທີ່ຜ່ານມາ, ຜ່ານຜ່າຄວາມເຈັບປວດຂອງຊະຕາກຳ, ຄວາມຫຍຸ້ງຍາກໃນຊີວິດ ແລະ ອຸປະສັກນັບຫຼາຍຢ່າງຈາກຫລາຍໆຝ່າຍ, ນາງເຈີນໂຕຫງ່າ ໄດ້ຮຽກຮ້ອງຢ່າງຍຸຕິທຳສຳລັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນ ຈຳນວນຫລາຍພັນຄົນ.
ຍສໝ - ກອງປະຊຸມ ໄດ້ຈັດຂຶ້ນດ້ວຍຮູບການຖ່າຍທອດສົດ ໂດຍຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຂອງອົງການ IPU ພາຍໃຕ້ຂອບຂອງກອງປະຊຸມສະມັດຊາໃຫຍ່ຄັ້ງທີ 142 ຂອງສະຫະພັນລັດຖະສະພາລະຫວ່າງຊາດ (IPU-142).
ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.
ຍສໝ - ສະຫະພັນແມ່ຍິງແຂວງກວາງນິງ ໄດ້ເລືອກເອົາເມືອງ ກວາງອ່ຽນ ຈັດຕັ້ງປະຕິບັດກອງທຶນເພື່ອແມ່ຍິງຜູ້ທຸກຍາກ (ສະຫະພັນແມ່ຍິງຫວຽດນາມ). ກອງທຶນດັ່ງກ່າວ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງຫຼາຍພັນຄົນທີ່ປະສົບກັບຄວາມຫຍຸ້ງຍາກ ໃນການກູ້ຢືມທຶນເພື່ອການຜະລິດ ແລະ ທຸລະກິດ; ໃນນັ້ນ ມີຫຼາຍຄົວເຮືອນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
ດ້ວຍຈຳນວນຊາວຊົນເຜົ່າສ່ວນໜ້ອຍກວມອັດຕາສ່ວນເຖິງ 80% ປະຊາກອນທົ່ວແຂວງ ນັ້ນ, ແຂວງ ເຊີນລາ ໄດ້ ແລະ ພວມຖືວຽກງານໂຄສະນາການເລືອກຕັ້ງດ້ວຍພາສາຊົນເຜົ່າສ່ວນໜ້ອຍເປັນສຳຄັນ, ເພື່ອໃຫ້ ປຊຊ ເຂົ້າໃຈ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການເລືອກຕັ້ງ, ຈາກນັ້ນ ຈະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ວັນບຸນໃຫ່ຍຄັ້ງທີ່ຈະມາເຖິງນີ້ປະສົບຜົນສຳເລັດ.
ວັນທີ 23 ພຶດສະພາ, ຢູ່ ຫວຽດນາມ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ເພື່ອຮັບປະກັນຈຳນວນ ແລະ ຄຸນນະພາບ ຂອງບັນດາຜູ້ສະໝັກຮັກເລືອກຕັ້ງ ແມ່ນຊາວຊົນເຜົ່າສ່ວນໜ້ອຍ ໃນສະພາແຫ່ງຊາດ ຊຸດທີ XV, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ ໄດ້ ແລະ ພວມສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຜູ້ສະໝັກຮັບເລືອກຕັ້ງ ໃນວິວັດການສະໝັກຮັບເລືອກຕັ້ງກໍ່ຄືເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ ໃນການຂົນຂວາຍເລືອກຕັ້ງ.
ຍສໝ - ເມື່ອບໍ່ດົນມານີ້, ເວທີປຶກສາຫາລືເສດຖະກິດໂລກ (WEF) ໄດ້ເຜີຍແຜ່ບົດລາຍງານ ກ່ຽວກັບ ຄວາມແຕກໂຕນລະຫວ່າງຍິງ - ຊາຍທົ່ວໂລກ, ເຊິ່ງສະຖິຕິກ່ຽວກັບສິດຜົນປະໂຫຍດລະຫວ່າງຍິງ - ຊາຍ ໃນ 153 ປະເທດທົ່ວໂລກ. ຫວຽດນາມຢືນອັນດັບທີ 87 ໃນໂລກ ແລະ ເປັນອັນດັບ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ.
ຍສໝ - ຫວ່າງແລ້ວນີ້, ຄະນະສາສະໜາລັດຖະບານໄດ້ຈັດກອງປະຊຸມພົບປະກັບຊາວຕ່າງປະເທດ ທີ່ປະຕິບັດກິດຈະກຳສາສະໜາຢູ່ຫວຽດນາມ.
ຍສໝ - ໃນຖານະທີ່ເປັນປະເທດໜຶ່ງທີ່ປະສົບກັບຄວາມໂສກເສົ້າ ແລະ ການສູນເສຍຈາກສົງຄາມ, ຫວຽດນາມມີຄວາມສົນໃຈ ແລະ ຄວາມຕ້ອງການໃນການຊຸກຍູ້ການປົກປ້ອງພື້ນຖານອັນສຳຄັນ ຂອງຊີວິດຂອງປະຊາຊົນ ໃນການປະທະກັນດ້ວຍກຳລັງປະກອບອາວຸດ.
ຍສໝ - ໃນວັນທີ 27 ເມສາ, ຢູ່ຮ່າໂນ້ຍ ລັດຖະບານຫວຽດນາມ, ລັດຖະບານຍີ່ປຸ່ນ ແລະ ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ປະກາດໂຄງການຮ່ວມມືໃໝ່ ເພື່ອຫຼຸດຜ່ອນຜົນກະທົບທາງລົບຂອງພະຍາດ COVID-19 ສຳລັບປະຊາກອນທີ່ມີຄວາມສ່ຽງເສຍຫາຍ.
ຍສໝ - ລັດຖະບານຫວຽດນາມ ຫາກໍ່ຕັດສິນໃຈສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນເພື່ອຊ່ວຍເຫຼືອປະຊາຊົນໃນສອງແຂວງພູດອຍທາງພາກເໜືອ ຄື: ແຂວງ ກ່າວບັງ ແລະ ເຊີນລາ, ໃນໄລຍະລະດູເກັບກ່ຽວຕົ້ນປີ 2021.
ຍສໝ - ຄະນະກຳມະການແຫ່ງຊາດເພື່ອເດັກນ້ອຍ ຫາກໍ່ອອກໜັງສືທາງການສະບັບເລກທີ 01 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການລ່ວງລະເມີດຂອງເດັກ ແລະ ການຈົມນ້ຳ.
ຍສໝ - ກົມສະເໝີພາບລະຫວ່າງຍິງ - ຊາຍ ແລະ UN Women ປະຈຳຫວຽດນາມ ໄດ້ປະກາດຢ່າງເປັນທາງການ ກ່ຽວກັບທິດທາງຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ ດ້ວຍຄວາມປາດຖະໜາ ຢາກກາຍເປັນປື້ມຄູ່ມືທີ່ມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ສຳຄັນສຳລັບທຸກຄົນ, ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ແຂວງຫາຍຟ່ອງ, ຫ້ອງການປະຈຳກ່ຽວກັບສິດທິມະນຸດຂອງລັດຖະບານ ໄດ້ຈັດກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ".