ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້

10:07 | 28/05/2021

ຍສໝ - ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເຫັນດີຢ່າງເຕັມສ່ວນກັບຄະດີຂອງທ່ານນາງ ເຈີນໂຕຫງ່າ ໃນການຊອກຫາຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຄັ້ງນີ້.

ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ
ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ຂຶ້ນກັບຄະນະກຳມະການສິດທິມະນຸດແຫ່ງຊາດສ.ເກົາຫຼີ (NHRCK) ໄດ້ຢືນຢັນສະໜັບສະໜູນ ທ່ານນາງ ເຈີນໂຕຫງ່າ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນການຮ້ອງຟ້ອງ ຕໍບໍລິສັດເຄມີຂອງສະຫະລັດອາເມລິກາ 14 ແຫ່ງໃນການສະໜອງທາດພິດສີສົ້ມ ໃຫ້ແກ່ກອງທັບສະຫະລັດອາເມລິກາ ເພື່ອນຳໃຊ້ໃນໄລຍະສົງຄາມຫວຽດນາມ.

ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້
ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ຈະໜູນຊ່ວຍ ແລະ ສະໜັບສະໜູນທ່ານນາງ ເຈີນໂຕຫງ່າ ດ້ວຍຄວາມຈິງໃຈ

ແບ່ງປັນກັບວາລະສານ ຍຸກສະໄໝ, ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ກ່າວວ່າ, ມີໜັງສືພິມຫຼາຍແຫ່ງໃນ ສ.ເກົາຫຼີ ໄດ້ລາຍງານກ່ຽວກັບກໍລະນີນີ້ຂອງນາງ ເຈີນໂຕຫງ່າ - ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນປາງສົງຄາມຫວຽດນາມ, ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ກໍ່ຄືຊາວ ສ.ເກົາຫຼີ ຫຼາຍຄົນ ໄດ້ຮູ້ເລື່ອງນີ້. ຢູ່ປະເທດ ສ.ເກົາຫຼີ, ຍັງມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມປະມານ 100,000 ຄົນໃນໄລຍະສົງຄາມຫວຽດນາມ ແລະ ຍັງມີຄະດີຕ່າງໆທີ່ໄດ້ຟ້ອງຮ້ອງຕໍ່ສານ ກ່ຽວກັບຜົນຕາມມາທີ່ເກີດຈາກທາດພິດສີສົ້ມຂອງນັກຮົບເກົ່າ ສ.ເກົາຫຼີ ທີ່ໄດ້ຕໍ່ສູ້ໃນສົງຄາມ. ສະນັ້ນ, ປະຊາຊົນ ສ.ເກົາຫຼີ ຫຼາຍຄົນມີຄວາມເຫັນໃຈຫຼາຍຕໍ່ການຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ.

ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເຫັນດີຢ່າງເຕັມສ່ວນກັບຄະດີຂອງທ່ານນາງ ເຈີນໂຕຫງ່າ ໃນການຊອກຫາຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຄັ້ງນີ້. ການຟ້ອງຮ້ອງນີ້ບໍ່ແມ່ນພຽງແຕ່ຝ່າຍໂຈດຂອງທ່ານນາງ ເຈີນໂຕຫງ່າ ຫາກຍັງເປັນການສະແດງອອກເຖິງສຽງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫລາຍລ້ານຄົນ. ນອກຈາກນີ້, ການຟ້ອງຮ້ອງນີ້ ແມ່ນເຫດການ ສຳຄັນທີ່ສະແດງໃຫ້ເຫັນວ່າ ບັນດາປະເທດ ແລະ ວິສາຫະກິດຕ້ອງການມີຄວາມຮັບຜິດຊອບອັນໃຫຍ່ຫຼວງຕໍ່ອາຊະຍາກຳສົງຄາມ.

ໃນການຕອບເປັນລາຍລັກອັກສອນຕໍ່ວາລະສານ ຍຸກສະໄໝ, ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເນັ້ນໜັກວ່າ: ''ພວກເຮົາໄດ້ສະແດງຄວາມເສຍໃຈທີ່ໃນມໍ່ໆນີ້ ສານຝຣັ່ງໄດ້ຍົກຟ້ອງຄະດີນີ້ຍ້ອນການນຳໃຊ້ຫຼັກການຂອງ “ສິດທິຍົກເວັ້ນແຫ່ງຊາດ (sovereign immunity)”. ແຕ່ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ ໂດຍອັນທີໄດ້ເອີ້ນວ່າ “ສິດທິຍົກເວັ້ນແຫ່ງຊາດ” ຂອງກົດໝາຍສາກົນ. ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເນັ້ນໜັກ ຈະໜູນຊ່ວຍ ແລະ ສະໜັບສະໜູນທ່ານນາງ ເຈີນໂຕຫງ່າ ດ້ວຍຄວາມຈິງໃຈ.

ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ

ຍ​ສ​ໝ - ທຸກ​ຄົນ​ພຽງ​ແຕ່​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ວ່າສານຍອມ​ຮັບ​ວ່າ ບັນ​ດາ​ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ ເໝືອນ​ຄື​ວ່າ ມີ​ການ​ກະ​ທຳ​ຍ້ອນ​ຖືກ​ບັງ​ຄັບ​ຈາກ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ໃນ​ຂະ​ນະ​ທີ່ ຕາມ​ຄວາມ​ຈິງ ເຂົ​າ​ເຈົ້າ​ພຽ​ງ​ແຕ່​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການປະ​ມູນ, ແລະ ດັ່ງ​ນັ້ນ ເຂົາ​ເຈົ້າ​ມີ​ສິດ​ເສ​ລີ​ໃນ​ການ​ຕັດ​ສິນ​ວ່າ ຈະ​ເຮັດຫຼື​ບໍ່​ເຮັດ​.

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.

ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ, ໃນນັ້ນມີບັນຫາກ່ຽວຂ້ອງເຖິງທາດພິດສີສົ້ມດີໂອຊີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.