ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ

18:35 | 20/05/2021

ຍສໝ - ນາງ ເຈີນໂຕຫງ່າ, ອາຍຸ 79 ປີ, ຖືສັນຊາດຝະລັ່ງ - ຫວຽດນາມ ເຊິ່ງເປັນຜູ້ປະສົບກັບພະຍາດຫຼາຍຢ່າງ ຍ້ອນຮັບຜົນສະທ້ອນຈາກທາດພິດສີສົ້ມ-ດີໂອຊີນ. ໃນທົດສະວັດທີ່ຜ່ານມາ, ຜ່ານຜ່າຄວາມເຈັບປວດຂອງຊະຕາກຳ, ຄວາມຫຍຸ້ງຍາກໃນຊີວິດ ແລະ ອຸປະສັກນັບຫຼາຍຢ່າງຈາກຫລາຍໆຝ່າຍ, ນາງເຈີນໂຕຫງ່າ ໄດ້ຮຽກຮ້ອງຢ່າງຍຸຕິທຳສຳລັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນ ຈຳນວນຫລາຍພັນຄົນ.

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ ລາຍການ “ກຳລັງແຮງມະນຸດສະທຳ 2020” - ບຸນເຕັດສຳ ລັບຄົນທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ ລາຍການ “ກຳລັງແຮງມະນຸດສະທຳ 2020” - ບຸນເຕັດສຳ ລັບຄົນທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ຄະດີຮ້ອງຟ້ອງຂອງທ່ານນາງ ເຈີນໂຕຫງ່າ ໄດ້ຜ່ານຜ່າຄວາມລຳບາກມາຫຼາຍກວ່າ 10 ປີແລ້ວ. ຄວາມຮັກ, ການເສຍສະຫຼະ ແລະ ຄວາມຕັ້ງໃຈຂອງນາງ ເຈີນໂຕຫງ່າ ໄດ້ກະຕຸ້ນ ແລະ ດຶງດູດປະຊາຊົນຫຼາຍລ້ານຄົນໃນທົ່ວໂລກໃຫ້ເຫັນດີ ແລະ ສະໜັບສະໜູນໃນການນຳເອົາຄະດີຮ້ອງຟ້ອງດັ່ງກ່າວນີ້ ໄປສູ່ປະຈຸບັນນີ້.

ໃນເດືອນພຶດສະພາປີ 2009, ທ່ານນາງ ເຈີນໂຕຫງ່າ ເປັນພະຍານໃນເວລາທີ່ສານສາກົນ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ (ໃນປາຣີ) ໄດ້ທົດລອງບໍລິສັດເຄມີຈຳນວນ 37 ແຫ່ງ ຂອງສະຫະລັດອາເມລິກາ ໃນການສະໜອງສານເຄມີທີ່ເປັນພິດໃຫ້ແກ່ສະຫະລັດອາເມລິກາ ເພື່ອນຳໃຊ້ໃນສົງຄາມຫວຽດນາມ. ພ້ອມກັນນັ້ນ, ທ່ານນາງ ເຈີນໂຕຫງ່າ ໄດ້ຍື່ນຟ້ອງຕໍ່ບໍລິສັດເຄມີຂອງອາເມລິກາ ດ້ວຍເປົ້າໝາຍປະກອບສ່ວນໃຫ້ມະນຸດເຫັນສານເຄມີທີ່ເປັນພິດຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນຢູ່ຫວຽດນາມ. ແຕ່ວ່າ, ດ້ວຍເຫດຜົນທີ່ວ່າ ທ່ານນາງ ເຈີນໂຕຫງ່າ ບໍ່ສາມາດພິສູດຕົນເອງວ່າເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ, ດັ່ງນັ້ນການຟ້ອງຮ້ອງໄດ້ຖືກຍົກເລີກ.

ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ
ທ່ານນາງ ເຈີນໂຕຫງ່າ.

ເປັນເວລາສອງປີ, ແຕ່ປີ 2011 ເຖິງປີ 2013, ນາງໄດ້ກະກຽມຄະດີສຳລັບການຟ້ອງຮ້ອງ, ແຕ່ປະສົບກັບຄວາມຫຍຸ້ງຍາກທາງການເງິນຢ່າງຫຼວງຫຼາຍ. ໃນເດືອນມີນາ ປີ 2013, ໃນເວລາທີ່ນາງໄດ້ຮັບອະນຸຍາດໃຫ້ຟ້ອງ, ນາງ ເຈີນໂຕຫງ່າ ປະສົບກັບຄວາມຫຍຸ້ງຍາກຫຼາຍ ເພາະວ່າສຳເນົາເອກະສານ 30 ໜ້າທີ່ເລີ່ມຄົ້ນຄ້ວາໃນປີ 2009 ໄດ້ສຳເລັດສົມບູນ ເຊິ່ງຮຽກຮ້ອງໃຫ້ມີການແປຈາກພາສາຝຣັ່ງເປັນພາສາອັງກິດ ດ້ວຍຄ່າ 36,000 ເອີໂຣ ໂດຍທະບຽນສານຈາກສາກົນ.

ໃນເວລານັ້ນ ທ່ານນາງ ເຈີນໂຕຫງ່າ ໄດ້ຮັບການສະໜັບສະໜູນທາງດ້ານການເງິນຢ່າງບໍ່ຄາດຄິດ. ພາຍໃນໜຶ່ງອາທິດ, ຊາວຝຣັ່ງ ແລະ ຊາວຫວຽດນາມຢູ່ຫລາຍປະເທດ ໄດ້ສົ່ງເງິນ 16,000 ເອີໂຣໄປທີ່ຫ້ອງການທະນາຍຄວາມ. ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ (VAVA) ໄດ້ເຂົ້າມາສະໜັບສະໜູນຊ່ວຍເຫຼືອສ່ວນທີ່ຍັງເຫຼືອ.

ໃນເດືອນພຶດສະພາປີ 2013, ສານ Evry ໄດ້ອະນຸມັດຄຳຟ້ອງຮ້ອງຂອງນາງຕໍ່ 26 ບໍລິສັດເຄມີຂອງສະຫະລັດອາເມລິກາ. ໃນເດືອນເມສາປີ 2014, ສານ Evry ໄດ້ເປີດກອງປະຊຸມ (ສານຂັ້ນຕົ້ນ) ຮຽກຮ້ອງໃຫ້ 19 ບໍລິສັດເຄມີຂອງສະຫະລັດອາເມລິກາຢຸດການຜະລິດແຕ່ພວກເຂົາບໍ່ປະຕິບັດຕາມ.

ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ
ປະມານ 4 ລ້ານຄົນໃນຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຕິດເຊື້ອດ້ວຍສານພິດດີໂອຊີນ ໃນໄລຍະສົງຄາມອາເມລິກາຢູ່ຫວຽດນາມ.

ພາຍຫຼັງ 6 ປີ ດ້ວຍ 19 ຂັ້ນຕອນວາລະ, ທ່ານນາງ ເຈີນໂຕຫງ່າ ໄດ້ປະສົບກັບຄວາມຫຍຸ້ງຍາກ, ອຸປະສັກ ແລະ ພະຍາດທີ່ອັນຕະລາຍຫລາຍໆຢ່າງ. ໃນວັນທີ 29 ມິຖຸນາ ປີ 2020, ສານ Evry ຂອງຝຣັ່ງ ໄດ້ອອກແຈ້ງການກ່ຽວກັບຄະດີຂອງທ່ານນາງ ເຈີນໂຕຫງ່າ. ຕາມນັ້ນແລ້ວ, ຂະບວນການດຳເນີນກອງປະຊຸມລະບຽບການທີ່ຈຳເປັນ ຕ້ອງສິ້ນສຸດລົງໃນວັນທີ 28 ກັນຍາ 2020 ແລະ ໃນວັນທີ 12 ຕຸລາ 2020 ດຳເນີນການຄະດີຟ້ອງຮ້ອງເພື່ອຮັບຟັງພິພາກສາຄະດີ.

ວັນທີ 25 ມັງກອນ 2021, ສານ Evry ໄດ້ດຳເນີນການດຳເນີນຄະດີທີ່ກ່ຽວຂ້ອງກັບຄະດີ ຂອງທ່ານນາງ ເຈີນໂຕຫງ່າ. ແຕ່ວ່າ, ໃນວັນທີ 10 ພຶດສະພາປີ 2021, ສານ Evry ໄດ້ປະຕິເສດການຮ້ອງຟ້ອງທາດພິດສີສົ້ມ ຂອງນາງ ເຈີນໂຕຫງ່າ. ເຫດຜົນທີ່ກ່າວມານັ້ນແມ່ນ ສານບໍ່ມີອຳນາດຕັດສິນຢ່າງພຽງພໍ ໃນການພິພາກສາຄະດີທີ່ກ່ຽວຂ້ອງກັບການກະທຳສົງຄາມຂອງລັດຖະບານສະຫະລັດອາເມລິກາ. ຫຼັງຈາກນັ້ນບໍ່ດົນ, ນາງໄດ້ຄ້ານກັບຄຳຕັດສິນຄະດີ. ຄຳຕັດສິນຂອງສານ Evry ແມ່ນມີປະໂຫຍດໃຫ້ບໍລິສັດເຄມີ 14 ແຫ່ງ ທີໃຫ້ຮູ້ວ່າບໍລິສັດ "ມີພື້ນຖານພຽງພໍທີ່ຈະໃຊ້ສິດທິຍົກເວັ້ນ".

ທ່ານນາງ ເຈີນໂຕຫງ່າ ກ່າວວ່າ ນາງຈະສືບຕໍ່ການຕໍ່ສູ້ນີ້ ໂດຍການນຳພາການເດີນຂະບວນຢູ່ປາຣີ (ຝລັ່ງ), ເຊິ່ງຕາງໜ້າໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ເພື່ອໂຕ້ຕ້ານກັບບໍລິສັດເຄມີທົ່ວໂລກໃນວັນທີ 15 ພຶດສະພາ 2021.

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.

ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ, ໃນນັ້ນມີບັນຫາກ່ຽວຂ້ອງເຖິງທາດພິດສີສົ້ມດີໂອຊີນ.

ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"

ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.