ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

18:51 | 22/05/2021

ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.

ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ
ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ
ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ
ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ

ໃນອາທິດນີ້, ຖະໜົນຕ່າງໆໃນນະຄອນຫຼວງຮ່າໂນ້ຍ ແລະບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດຫວຽດນາມໄດ້ຖືກປະດັບປະດາດ້ວຍທຸງຊາດ, ປ້າຍໂຄສະນາ ແລະໂປສເຕີ ເພື່ອຂໍ່ານັບຮັບຕ້ອນວັນເລືອກຕັ້ງທີ່ຈະມາເຖິງ.

ອໍານາດການປົກຄອງທ້ອງຖິ່ນ ກຳລັງເຮັດວຽກຢ່າງໜັກເພື່ອຮັບປະກັນຄວາມປອດໄພໃນການເລືອກຕັ້ງທ່າມກາງການລະບາດຂອງພະຍາດ COVID-19. ຄວາມສົນໃຈທີ່ເພີ່ມຂື້ນຕໍ່ສະພາແຫ່ງຊາດ ແລະອິດທິພົນຂອງສະພາແຫ່ງຊາດ ຕໍ່ຊີວິດຂອງປະຊາຊົນແມ່ນ ໄດ້ສະແດງໃຫ້ເຫັນໃນລະດັບສູງຂອງການມີສ່ວນຮ່ວມໃນກິດຈະກຳ ການເລືອກຕັ້ງຂອງປະເທດ. ຜູ້ມີສິດເລືອກຕັ້ງຫລາຍກວ່າ 69 ລ້ານຄົນຈະໄປປ່ອນບັດເລືອກຕັ້ງໃນທົ່ວປະເທດເພື່ອເລືອກເອົາຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ໃນວັນອາທິດນີ້.

ການເລືອກຕັ້ງທົ່ວປະເທດຈະເປັນໂອກາດທີ່ສຳຄັນສຳລັບປະຊາຊົນໃຊ້ສິດຂອງພວກເຂົາໃນການເລືອກຜູ້ແທນຂອງພວກເຂົາ. ການຄົ້ນຄ້ວາຫຼ້າສຸດຂອງອົງການ UNDP ປະເທດຫວຽດນາມ ໄດ້ໃຫ້ຫຼັກຖານທີ່ເປັນຕົວຕົນຂອງບົດບາດ ແລະການປະກອບສ່ວນທີ່ສຳຄັນຂອງຜູ້ຕາງໜ້າທີ່ເປັນຜູ້ເລືອກຕັ້ງເພດຍິງໃນການພັດທະນາຂອງປະເທດ. ບົດສຶກສາທີ່ວ່າ “ບົດບາດ, ຜົນງານ ແລະການປະກອບສ່ວນຂອງບັນດາຜູ້ແທນແມ່ຍິງ ຫວຽດນາມ 2016-2021” ສະແດງໃຫ້ເຫັນວ່າເຖິງແມ່ນວ່າຂົງເຂດຈຸດສຸມຂອງພວກເຂົາອາດຈະແຕກຕ່າງກັນ, ທັງເພດຍິງ ແລະ ເພດຊາຍທຸກຄົນທີ່ຖືກເລືອກເປັນຜູ້ແທນຮັບຮູ້ວ່າມັນແມ່ນຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງຈາກບັນດາເຂດເລືອກຕັ້ງຂອງພວກເຂົາແມ່ນປັດໃຈທີ່ສຳຄັນທີ່ສຸດ ທີ່ມີອິດທິພົນຕໍ່ຄວາມຄິດເຫັນຂອງພວກເຂົາຕໍ່ບັນຫາໃດໜຶ່ງ.

ການຄົ້ນຄ້ວາສະແດງໃຫ້ເຫັນວ່າຜູ້ແທນເພດຍິງມີແນວໂນ້ມທີ່ຈະພົບປະກັບຜູ້ມີສິດເລືອກຕັ້ງຜ່ານທາງເຄືອຂ່າຍສັງຄົມຫຼາຍກ່ວາຜູ້ແທນເພດຊາຍ. ໃນແຜນປະຕິບັດງານຂອງພວກເຂົາ, ບັນດາຜູ້ແທນເພດຍິງເອົາໃຈໃສ່ເຖິງຂະແໜງ ການສຶກສາ - ບໍາລຸງສ້າງ ແລະສາທາລະນະສຸກຫຼາຍກວ່າຜູ້ແທນເພດຊາຍ. ເຊັ່ນດຽວກັນ, ຜູ້ແທນເພດຍິງໄດ້ຕອບສະໜອງໄດ້ດີກວ່າຕໍ່ບັນດາຂໍ້ສະເໜີ ຂອງຜູ້ມີສິດເລືອກຕັ້ງໃນອະຍຸການຄັ້ງນີ້.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

ການປະກອບສ່ວນຂອງຜູ້ແທນທີ່ຖືກເລືອກເປັນເພດຍິງ

ສະພາແຫ່ງຊາດຊຸດທີ XIV (2016-2021) ແມ່ນອາຍຸການທຳ ອິດຂອງປະເທດຫວຽດນາມທີ່ມີສະມາຊິກສະພາແຫ່ງຊາດ ກວມເອົາ 26,7% ແມ່ນເພດຍິງ. ໃນອາຍຸການ 2016-2021, ຜູ້ແທນເພດຍິງທີ່ເປັນສະມາຊິກສະພາປະຊາຊົນແຂວງກວມເອົາ 26,7%, ອີງຕາມຜົນການເລືອກຕັ້ງປີ 2016.

ໝາກຜົນຂອງການສຶກສາ“ ບົດບາດ, ການເຄື່ອນໄຫວ ແລະການປະກອບສ່ວນຂອງຜູ້ແທນທີ່ຖືກເລືອກເປັນເພດຍິງ ໃນໄລຍະ 2016-2021” ສະແດງໃຫ້ເຫັນວ່າ, ເຖິງວ່າຈະມີຄວາມສົນໃຈ ແລະ ທ່າແຮງໃນຂົງເຂດທີ່ແຕກຕ່າງກັນ, ທັງເພດຊາຍ ແລະ ເພດຍິງຜູ້ທີ່ຖືກເລືອກຕັ້ງລ້ວນແຕ່ເອົາໃຈໃສ່ເຖິງຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງ, ຖືຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງແມ່ນປັດໃຈສຳຄັນທີ່ສຸດໃນການປະຕິບັດ ໜ້າ ທີ່ຂອງພວກເຂົາ.

ຜູ້ແທນສະພາແຫ່ງຊາດ ແລະສະພາປະຊາຊົນ ທີ່ເປັນເພດຊາຍ ແລະເພດຍິງລ້ວນແຕ່ຢືນຢັນວ່າພວກເຂົາຕອບສະໜອງຄວາມຕ້ອງການແກ້ໄຂຄຳ ຮ້ອງຟ້ອງຂອງຜູ້ມີສິດເລືອກຕັ້ງໃນລະດັບສູງ.

ທັງ ຜູ້ແທນສະພາແຫ່ງຊາດ ແລະສະພາປະຊາຊົນ ທີ່ເປັນເພດຊາຍ ແລະເພດຍິງ ລ້ວນແຕ່ຖືວ່າຕົນເອງມີທ່ານແຮງທີ່ສຸດໃນຂົງເຂດນິຕິບັນຍັດ. ເຊັ່ນດຽວກັນ, ທັງຜູ້ແທນສະພາແຫ່ງຊາດ ແລະສະພາປະຊາຊົນ ຂັ້ນແຂວງ ລ້ວນຖືວ່າການເຄື່ອນໄຫວຕິດຕາມ ແລະ ຄຸ້ມຄອງ ເປັນທ່າແຮງທີ່ສຸດຂອງພວກເຂົາ.

ສຳລັບຄົນພິການ (NKT), ການປະເມີນຜົນຢ່າງວ່ອງໄວຂອງ UNDP ທີ່ເຜີຍແຜ່ໃນຕົ້ນປີນີ້ສະແດງໃຫ້ເຫັນວ່າຄົນພິການມີຄວາມສົນໃຈເປັນພິເສດໃນການຢາກໃຫ້ຕົວແທນຂອງເຂົາເຈົ້າເຂົ້າຮ່ວມການເລືອກຕັ້ງ ແລະເປັນຕົວແທນໃຫ້ເຂົາເຈົ້າໃນບັນດາອົງການນິຕິບັນຍັດ. ມີເຖິງ 92% ຂອງຜູ້ຕອບສຳພາດຫວັງວ່າຈະມີຕົວແທນທີ່ເປັນຜູ້ພິການເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນ, ໃນຂະນະທີ່ມີ 63% ຂອງຜູ້ຕອບສຳພາດເຕັມໃຈທີ່ຈະອອກສະ ໝັກເລືອກຕັ້ງໃນການເລືອກຕັ້ງ, ອີງຕາມການສຳ ຫຼວດຂອງອົງການ UNDP.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ

ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.