ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ

08:08 | 06/04/2021

ຍສໝ - ກົມສະເໝີພາບລະຫວ່າງຍິງ - ຊາຍ ແລະ UN Women ປະຈຳຫວຽດນາມ ໄດ້ປະກາດຢ່າງເປັນທາງການ ກ່ຽວກັບທິດທາງຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ ດ້ວຍຄວາມປາດຖະໜາ ຢາກກາຍເປັນປື້ມຄູ່ມືທີ່ມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ສຳຄັນສຳລັບທຸກຄົນ, ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ.

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ
ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃຫ້ບຸລິມະສິດ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ CSW

ຫວ່າງແລ້ວນີ້, ກົມສະເໝີພາບລະຫວ່າງຍິງ - ຊາຍ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ (UN Women) ໄດ້ປະກາດປຶ້ມທີ່ຢູ່ຢ່າງເປັນທາງການຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍຜູ້ທີ່ປະສົບກັບຄວາມຮຸນແຮງແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ.

ໂດຍໄດ້ສ້າງ ແລະ ສຳເລັດພາຍໃນຫົກເດືອນ, ປື້ມຄູ່ມືໄດ້ສັງລວມທີ່ຢູ່ຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍຜູ້ທີ່ປະສົບກັບຄວາມຮຸນແຮງແລະ ກໍ່ຄວາມເສຍຫາຍໃນ 63 ແຂວງ, ນະຄອນ, ລວມທັງຢູ່ຂັ້ນສູນກາງ.

ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ

ທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ. (UN Women)

ທ່ານນາງ ເຈີນຖິບິກລວານ - ຮອງຫົວໜ້າກົມສະເໝີພາບລະຫວ່າງຍິງ - ຊາຍ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ: “ການພັດທະນາ ແລະ ເຜີຍແຜ່ປື້ມຄູ່ມືກ່ຽວກັບບັນດາສຳນັກງານ, ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍແມ່ນມີຄວາມໝາຍ ແລະ ແທດກັບຕົວຈິງ, ຕອບສະໜອງຄວາມຄາດຫວັງຂອງປະຊາຊົນ, ແລະ ຜູ້ທີ່ປະສົບກັບຄວາມຮຸນແຮງ ເມື່ອພວກເຂົາມີຄວາມຕ້ອງການທີ່ຈະໄດ້ຮັບການປົກປ້ອງ ແລະ ສະໜັບສະໜູນເມື່ອຄວາມຮຸນແຮງເກີດຂື້ນ, ແລະ ພ້ອມດຽວກັນນັ້ນ ໄດ້ກໍ່ສ້າງເຄືອຂ່າຍການປະສານງານລະຫວ່າງອົງການ, ສຳນັກງານ ແລະ ໜ່ວຍງານຕ່າງໆທີ່ໃຫ້ການສະໜັບສະໜູນ ແລະສະໜອງການບໍລິການເພື່ອປ້ອງກັນ ແລະ ຕອບໂຕ້ກັບຄວາມຮຸນແຮງທາງເພດຍິງ - ຊາຍ ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນໄລຍະຈະມາເຖິງ”.

ນີ້ແມ່ນສ່ວນໜຶ່ງຂອງໂຄງການຮ່ວມ ເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນສະພາບການຂອງການລະບາດຂອງ COVID-19. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ, ໂດຍມີການປະກອບສ່ວນທາງດ້ານການເງິນ ແລະ ວິຊາການຈາກອົງການສະຫະປະຊາຊາດເພື່ອແມ່ຍິງ (UN Women), ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ແລະ ອົງການສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ.

ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແມ່ຍິງ ຫວຽດນາມ-ສະຫະພັນລັດເຊຍ ໃນຫົວຂໍ້ “ ແມ່ຍິງ ຫວຽດ-ລັດເຊຍ ຮ່ວມມືກັນຊຸກຍູ້ການພັດທະນາແບບຍືນຍົງ ".

“ສຳຜັດເຖິງຄວາມຮັກ” ທົດແທນຄຸນ ແມ່ຍິງ ໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ

ຍສໝ - ສົ່ງຂໍ້ຄວາມຕອບແທນຄຸນເຖິງ ແມ່ຍິງຫວຽດນາມ ຜູ້ທີ່ເປັນແມ່, ເປັນເມຍ, ເປັນເອື້ອຍ, ແຟນສາວ... ຜູ້ທີ່ນຳຄວາມອົບອຸ່ນ, ເອົາໃຈໃສ່ ແລະ ຮັກແພງ. ສວນວັດທະນະທຳ ໄດ້ຈັດງານ ສະເຫຼີມສະຫຼອງ ທີ່ມີຫົວຂໍ້ “ ສຳຜັດເຖິງຄວາມຮັກ” ແຕ່ວັນທີ 18-21 ຕຸລາ 2018

ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຍູ້ແຮງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປົກປ້ອງ ແມ່ຍິງ, ເດັກຍິງ

UN Women ໄດ້ເຊີນນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ ການາດາ ໃນເດືອນ ຕຸລາ 2018.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.