ລັດຖະບານຫວຽດນາມ ໃຫ້ການສະໜັບສະໜູນດ້ານອາຫານ ສຳລັບເດັກໃນໄລຍະທີ່ແຍກອອກຫ່າງ

22:04 | 31/05/2021

ຍສໝ - ປະເຊີນ​ໜ້າກັບສະພາບການດັ່ງກ່າວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ແລະ ກອງທຶນອຸປະຖຳເດັກຫວຽດນາມ ໄດ້ຕັດສິນໃຈສະໜັບສະໜູນຄ່າໃຊ້ຈ່າຍດ້ານສະບຽງອາຫານ ສຳລັເດັກນ້ອຍທຸກຄົນທີ່ມີອາຍຸ 0-16 ປີທີ່ກຳລັງຮັບການປິ່ນປົວ, ຢູ່ໂດດດ່ຽວທາງການແພດ ແລະ ກອງທຶນອຸປະຖຳເດັກ ອີງຕາມການຕັດສິນໃຈຂອງອຳນາດການປົກຄອງ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013 ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013

ທີ່ກອງປະຊຸມຖ່າຍທອດສົດທົ່ວປະເທດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢູ່ງ ໃຫ້ຮູ້ວ່າ, ໃນປະຈຸບັນມີປະມານ 6% ຂອງບັນດາກໍລະນີແຍກອອກຫ່າງເປັນ F1 ແມ່ນເດັກນ້ອຍ (4,083 ກໍລະນີ F0 ແລະ F1), ຂໍ້ມູນນີ້ອາດຈະສູງກວ່າເມື່ອປະລິມານການແຍກຕົວຢູ່ບັນດາເຂດອຸດສາຫະກຳເພີ່ມຂຶ້ນ.

ປະເຊີນ​ໜ້າກັບສະພາບການດັ່ງກ່າວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ແລະ ກອງທຶນອຸປະຖຳເດັກຫວຽດນາມ ໄດ້ຕັດສິນໃຈສະໜັບສະໜູນຄ່າໃຊ້ຈ່າຍດ້ານສະບຽງອາຫານ ສຳລັເດັກນ້ອຍທຸກຄົນທີ່ມີອາຍຸ 0-16 ປີທີ່ກຳລັງຮັບການປິ່ນປົວ, ຢູ່ໂດດດ່ຽວທາງການແພດ ແລະ ກອງທຶນອຸປະຖຳເດັກ ອີງຕາມການຕັດສິນໃຈຂອງອຳນາດການປົກຄອງ. ລະດັບການສະໜັບສະໜູນແມ່ນ 80.000 ດົ່ງ/ວັນ/ເດັກນ້ອຍ ໃນເວລາເປັນ 21 ວັນ, ແຕ່ວັນທີ 27 ເມສາເຖິງວັນທີ 31 ທັນວາ 2021, ການໜູນຊ່ວຍດັ່ງກ່າວແມ່ນມາຈາກກອງທຶນອຸປະຖຳເດັກຫວຽດນາມ.

ລັດຖະບານຫວຽດນາມ ໃຫ້ການສະໜັບສະໜູນດ້ານອາຫານ ສຳລັບເດັກໃນໄລຍະທີ່ແຍກອອກຫ່າງ
ລັດຖະບານຫວຽດນາມ ໃຫ້ການສະໜັບສະໜູນດ້ານອາຫານ ສຳລັບເດັກໃນໄລຍະທີ່ແຍກອອກຫ່າງ.

ພ້ອມກັນນັ້ນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກອງທຶນອຸປະຖຳເດັກຫວຽດນາມ, ໝູ່ຄະນະພະນັກງານ, ລັດຖະກອນຂອງກະຊວງ ໄດ້ສະໜັບສະໜູນ 3 ແຂວງຄື: ແຂວງບັກຢາງ, ບັກນິງ ແລະ ດ້ຽນບຽນແຕ່ລະແຂວງ 1,2 ຕື້ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດ, ລວມທັງກໍລະນີເດັກ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19.

“ຂ້າພະເຈົ້າເຫັນດີນຳຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ມັນຈຳເປັນຕ້ອງສຸມໃສ່ປະຕິບັດບັນດາມາດຕະການທີ່ເຂັ້ມແຂງ, ເຂັ້ມງວດ ແລະ ວ່ອງໄວໃນການໂດດດ່ຽວ, ແບ່ງເຂດ ແລະ ຊອກຮູ້ຕິດຕາມ. ໃນໄລຍະນີ້, ນອກເໜືອຈາກການປ້ອງກັນໃນຊຸມຊົນ, ຢູ່ໂຮງໝໍ ແລະ ສະຖານທີ່ການແພດ, ມັນຈຳເປັນຕ້ອງສຸມໃສ່ເຂດຍຸດທະສາດ, ເຊັ່ນ: ເຂດອຸດສາຫະກຳ ແລະ ເຂດຜະລິດເພື່ອສົ່ງອອກ, ເຊິ່ງມີຫຼາຍທຸລະກິດຈ້າງແຮງງານຫຼາຍສິບພັນຄົນ. ປະຕິບັດມາດຕະການເດັດຂາດ, ໂດດດ່ຽວ, ແຕ່ຍັງຕ້ອງເອົາໃຈໃສ່ຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານ ແລະ ກຳມະກອນ”.

ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢູ່ງ ກ່າວວ່າ, ເພື່ອຮັບມືກັບການຜັນແປທີ່ສັບສົນຂອງການລະບາດຂອງ COVID-19, ມາດຕະການພື້ນຖານຍັງແມ່ນການສັກຢາປ້ອງກັນ.

ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນ ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນ

ຍສໝ - ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນໃຫ້ດີກວ່າ ແລະຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບສິດທິມະນຸດ.

ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025 ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025

ຍສໝ - ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19 ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບໂຄງການພັດທະນາ ສປຊ ຢູ່ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.