ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ

14:40 | 26/05/2021

ຍສໝ - ສະຫະພັນນັກຮົບເກົ່າຢູແກຼນ ໄດ້ປະກາດຄວາມສາມັກຄີ ກັບ ທ່ານນາງ ເຈີນໂຕຫງ່າ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍ ຕໍ່ບໍລິສັດເຄມີຫຼາຍປະເທດຈຳນວນ 14 ແຫ່ງ.

ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ
ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ
ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ
ທ່ານນາງ ເຈີນໂຕຫງ່າ ຍ່າງໄປກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ໃນຖະແຫຼງການສົ່ງເຖິງສະຖານທູດສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳຢູແກຼນ; ສະມາຄົມນັກຮົບເກົ່າຫວຽດນາມ; ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ ຫວຽດນາມ; ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ລະບຸວ່າ: "ສະຫະພັນນັກຮົບເກົ່າອູແກຣນ, ເຊິ່ງເປັນອົງການຈັດຕັ້ງນັກຮົບເກົ່າຂອງສົງຄາມໂລກຄັ້ງທີ II, ກຳລັງທີ່ຮັກສາສັນຕິພາບຂອງອູແກຣນ ແລະ ຜູ້ທີ່ມີສ່ວນຮ່ວມໃນການຕ້ານການກໍ່ການຮ້າຍ, ແລະ ເປັນເວລາຫຼາຍກວ່າ 27 ປີທີ່ເປັນຕົວແທນຂອງຢູແກຼນ ໃນສະຫະພັນນັກຮົບເກົ່າໂລກ (WVF-FMAC), ສະຫະພັນສາກົນນັກຮົບຕໍ່ສູ້ - ສະມາຄົມນັກຮົບເກົ່າເພື່ອສັນຕິພາບ (SPIA), ພ້ອມທັງການຮ່ວມມືຢ່າງມີປະສິດທິຜົນກັບ ສະມາຄົມນັກຮົບເກົ່າຫວຽດນາມຢູ່ຢູແກຼນ, ທີນຳພາໂດຍທ່ານ ຫງຽວນວັນລວານ, ມື້ນີ້ຢັ້ງຢືນຄືນໃໝ່ຄວາມສາມັກຄີ ໃນການຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ແລະ ບັນດາຜູ້ປະສົບເຄາະຮ້າຍຫວຽດນາມ ຕໍ່ບໍລິສັດເຄມີທີ່ຜະລິດສານພິດສີສົ້ມ - ດີໂອຊີນໃນສົງຄາມຫວຽດນາມ ເຊີງຍອມຮັບຖືກສີດລົດສານພິດສີສົ້ມ - ດີໂອຊີນບັນທຸກນ້ຳໜັກຫຼາຍແສນໂຕນ ໂດຍເຮືອບິນສະຫະລັດອາເມລິກາ ມາຢູ່ໃນດິນແດນຂອງຫວຽດນາມ ແລະ ກໍ່ຜົນຮ້າຍຫຼາຍຢ່າງໃຫ້ແກ່ປະຊາຊົນຫວຽດນາມ”.

ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ
ສະຫະພັນນັກຮົບເກົ່າຢູແກຼນ.

ຄຳປະກາດຂອງສະຫະພັນນັກຮົບເກົ່າຢູແກຼນ ສະແດງໃຫ້ເຫັນຄວາມເປັນຫ່ວງເປັນໃຍຂອງບັນດານັກຮົບເກົ່າຢູແກຼນ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊິນຫວຽດນາມ, ກໍ່ຄືຄວາມສາມັກຄີສາກົນອັນໃຫຍ່ຫຼວງຂອງປະຊາຊົນສອງປະເທດ. ໂດຍປະຕິບັດຕາມຂໍ້ມູນຂ່າວສານ ກ່ຽວກັບຄະດີຮ້ອງຟ້ອງຂອງທ່ານນາງ ເຈີນໂຕຫງ່າ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ຕໍ່ບໍລິສັດຜະລິດສານເຄມີຫຼາຍປະເທດ ຈຳນວນ 14 ແຫ່ງ. ໃນວາລະສານຍຸກສະໄໝ ແລະ ສຳນັກຂ່າວສານສາກົນອື່ນໆ, ທ່ານ ຫງຽວນວັນລວານ, ປະທານສະມາຄົມນັກຮົບເກົ່າຫວຽດນາມ ປະຈຳ ຢູແກຼນກ່າວວ່າ, “ສະຫະພັນນັກຮົບເກົ່າຢູແກຼນ, ເພື່ອນມິດຂອງສະມາຄົມນັກຮົບເກົ່າຫວຽດນາມຢູ່ຢູແກຼນ, ຮັບຮູ້ວ່າ ຄຳຕັດສິນຂອງສານຢູ່ປາຣີ ໄດ້ເຮັດໃຫ້ຊາວຫວຽດນາມນັບລ້ານໆຄົນ ປະສົບກັບຜົນກະທົບຈາກສົງຄາມເຄມີ ທີ່ປະຕິບັດໂດຍທະຫານອາເມລິກາໃນໄລຍະສົງຄາມຫວຽດນາມ. ສະນັ້ນ, ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກສຽງສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ."

ຕາມທ່ານປະທານ ຫງວຽນວັນລານ, ສະຫະພັນນັກຮົບເກົ່າຢູແກຼນ ແມ່ນເພື່ອນມິດຂອງສະມາຄົມ ນັກຮົບເກົ່າຫວຽດນາມຢູ່ຢູແກຼນ ແລະ ປະຊາຊົນຫວຽດນາມ. ສອງຝ່າຍໄດ້ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ສະໜິດສະໜົມກັບບັນດາເພື່ອນຮ່ວມກົມກອງ, ໄດ້ມີການພົບປະ ແລະ ແລກປ່ຽນຫຼາຍຄັ້ງລະຫວ່າງການນຳ ແລະ ນັກຮົບເກົ່າຂອງສອງປະເທດ.

ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ

ຍ​ສ​ໝ - ທຸກ​ຄົນ​ພຽງ​ແຕ່​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ວ່າສານຍອມ​ຮັບ​ວ່າ ບັນ​ດາ​ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ ເໝືອນ​ຄື​ວ່າ ມີ​ການ​ກະ​ທຳ​ຍ້ອນ​ຖືກ​ບັງ​ຄັບ​ຈາກ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ໃນ​ຂະ​ນະ​ທີ່ ຕາມ​ຄວາມ​ຈິງ ເຂົ​າ​ເຈົ້າ​ພຽ​ງ​ແຕ່​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການປະ​ມູນ, ແລະ ດັ່ງ​ນັ້ນ ເຂົາ​ເຈົ້າ​ມີ​ສິດ​ເສ​ລີ​ໃນ​ການ​ຕັດ​ສິນ​ວ່າ ຈະ​ເຮັດຫຼື​ບໍ່​ເຮັດ​.

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.

ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.