ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ

06:30 | 01/06/2021

ຍສໝ - ຫວ່າງມໍ່ໆນີ້, ອົງການ World Vision ປະຈຳຫວຽດນາມ ໄດ້ສົມທົບກັບພະແນກການຕ່າງປະເທດແຂວງດ້ຽນບຽນ ໄດ້ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ 1,523 ຄົນເປັນກໍລະນີ F1 ຂອງພະຍາດ COVID-19.

ອົງການ World Vision ປະເທດຫວຽດນາມ ບໍລິຈາກອຸປະກອນການແພດ ໃຫ້ປະຊາຊົນດ້ຽນບຽນ ອົງການ World Vision ປະເທດຫວຽດນາມ ບໍລິຈາກອຸປະກອນການແພດ ໃຫ້ປະຊາຊົນດ້ຽນບຽນ
ອົງການ Global Vision  ມອບເຮືອນເອື້ອອາທອນທີ່ມີມູນຄ່າ 76 ລ້ານດົ່ງ ຢູ່ ເບນແຈ ສສ ຫວຽດນາມ ອົງການ Global Vision ມອບເຮືອນເອື້ອອາທອນທີ່ມີມູນຄ່າ 76 ລ້ານດົ່ງ ຢູ່ ເບນແຈ ສສ ຫວຽດນາມ

ອົງການ World Vision ປະຈຳຫວຽດນາມ ໄດ້ສົມທົບກັບພະແນກການຕ່າງປະເທດແຂວງດ້ຽນບຽນ ໄດ້ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ 1,523 ຄົນເປັນກໍລະນີ F1 ຂອງພະຍາດ COVID-19, ພະນັກງານການແພດ, ແລະ ກອງກຳລັງແຖວໜ້າ ຢູ່ 12 ຈຸດໂດດດ່ຽວຢູ່ແຂວງດ້ຽນບຽນຢ່າງທັນການ ເພື່ອຮັບມືກັບຜົນກະທົບຈາກການລະບາດຂອງພະຍາດ COVID-19.

ການສະໜັບສະໜູນສຸກເສີນຄັ້ງນີ້ລວມມີ: ສິ່ງທີ່ຈຳເປັນລວມມີນ້ຳດື່ມ, ນົມ ແລະ ຊີ້ນປາກະປອງ ເພື່ອເພີ່ມເຂົ້າໃນອັດຕາອາຫານ, ປັບປຸງທາດບຳລຸງລ້ຽງຊີວິດສຳລັບປະຊາຊົນ F1 ຈຳນວນ 1,268 ຄົນທີ່ຈຸດໂດດດ່ຽວ 12 ແຫ່ງ. ອຸປະກອນການແພດລວມທັງຊຸດນຸ່ງປ້ອງກັນພະຍາດ, ຢາລ້າງຂ້າເຊື້ອ ແລະ ຜ້າບັງປາກ ສໍາລັບທ່ານໝໍ 255 ຄົນ ແລະ ພະນັກງານຢູ່ດ່ານໜ້າຈາກຄວາມສ່ຽງຕໍ່ການຕິດເຊື້ອ.

ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ

ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ.

ການຊ່ວຍເຫຼືອດັ່ງກ່າວມີຄຸນຄ່າ 10,141 ໂດລາ ແມ່ນຢູ່ໃນຂອບຂອງແຜນງານແຫ່ງຊາດຂອງອົງການ World Vision ຂອງຫວຽດນາມ ໃນການຕອບໂຕ້ ແລະ ຟື້ນຄືນຈາກການລະບາດຂອງ COVID-19.

ໂດຍໄດ້ຮັບຮູ້ເປົ້າໝາຍຂອງຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການປົກປ້ອງເດັກນ້ອຍ ແລະ ຄອບຄົວທີ່ມີຄວາມສ່ຽງຈາກການລະບາດຂອງພະຍາດ COVID-19, ອົງການ World Vision ປະຈຳຫວຽດນາມ ໄດ້ສະໜອງບັນດາຄົວເຮືອນທີ່ທຸກຍາກ ແລະ ເກືອບທຸກຍາກດ້ວຍອາຫານ, ສິ່ງທີ່ຈຳເປັນ, ສັດລ້ຽງ, ແລະ ໄດ້ຈັດຕັ້ງການຝຶກອົບຮົມເພື່ອຍົກລະດັບທັກສະການປູກຝັງ ແລະ ລ້ຽງສັດ, ເພື່ອປັບປຸງຊີວິດການເປັນຢູ່.

ມາຮອດປະຈຸບັນ, World Vision ຫວຽດນາມໄດ້ນຳໃຊ້ຫຼາຍກ່ວາ 800.000 USD ເພື່ອເອົາຊະນະຜົນສະທ້ອນທີ່ເກີດຈາກໄພພິບັດການລະບາດຂອງພະຍາດ COVID-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການໃນທົ່ວປະເທດ.

ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020 ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020

ຍສໝ - ຫວຽດນາມ ໄດ້ຮັບລາງວັນຫຼາຍຢ່າງ ໃນງານປະກາດສຸດທ້າຍ Grand Final ຂອງລາງວັນການທ່ອງທ່ຽວໂລກ (WTA) ໃນປີ 2020, ໂດຍສະເພາະແມ່ນ “ຈຸດໝາຍປາຍທາງມໍລະດົກໂລກອັນດັບໜຶ່ງຂອງໂລກ (World's Leading Heritage Destination) ປີ 2020 ໄດ້ມອບໃຫ້ແກ່ຫວຽດນາມ.

World Vision ຫວຽດນາມ: ຊ່ວຍເຫຼືອນັກຮຽນ 10.000 ຄົນ ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງໃນໂຮງຮຽນ World Vision ຫວຽດນາມ: ຊ່ວຍເຫຼືອນັກຮຽນ 10.000 ຄົນ ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງໃນໂຮງຮຽນ

ຍສໝ - ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class ”, ອຸປະທໍາ ໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ ...

ກິລາບານເຕະ ຫວຽດນາມ ມຸ່ງໄປເຖິງ World Cup 2026 ກິລາບານເຕະ ຫວຽດນາມ ມຸ່ງໄປເຖິງ World Cup 2026

ພາຍໃຕ້ການຊີ້ນໍາຝືກແອບຂອງ ຄູຝຶກ ຊາວ ສ.ເກົາຫຼີ Park Hang Seo, ກິລາບານເຕະ ຫວຽດນາມ ສາມາດບັນລຸໄດ້ບັນດາຜົນສຳເລັດໃນພາກພື້ນອາຊີຕາວັນອອກສ່ຽງໃຕ້, ອາຊີ ແລະ ເລີ່ມມຸ່ງໄປເຖິງ ເປົ້າໝາຍໄກກ່ວາ, ລະອຽດນັ້ນແມ່ນ World Cup 2026.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.