ຫວຽດນາມ ມານະພະຍາຍາມ ເພື່ອຮັບປະກັນສິດທິຂອງຄົນງານໃຫ້ດີກວ່າເກົ່າ

16:29 | 30/05/2021

ຍສໝ - ໃນຕອນບ່າຍວັນທີ 27 ພຶດສະພາ, ທີ່ການປະຊຸມຂ່າວປະຈຳກະຊວງການຕ່າງປະເທດ, ໃນການຕອບຄຳຖາມກ່ຽວກັບເລື່ອງຫວຽດນາມ ເຊັນບົດບັນທຶກຊ່ວຍຈຳກັບອົງການແຮງງານສາກົນ (ILO), ໂຄສົກກະຊວງການຕ່າງປະເທດ ເລຖິທູຮັງ ໄດ້ກ່າວວ່າ ຫວຽດນາມພວມຊຸກຍູ້ການຄົ້ນຄ້ວາໃນ ສົນທິສັນຍາຂອງ ILO ແລະ ຄວາມພະຍາຍາມເພື່ອຮັບປະກັນສິດທິຂອງແຮງງານໃຫ້ດີຂື້ນ.

ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ
ປະເທດລາວ ສະໜັບສະໜູນ ຜູ້ອອກແຮງງານທີ່ຖືກຮັບຜົນກະທົບຍ້ອນພະຍາດ COVID-19 ປະເທດລາວ ສະໜັບສະໜູນ ຜູ້ອອກແຮງງານທີ່ຖືກຮັບຜົນກະທົບຍ້ອນພະຍາດ COVID-19

ການພັດທະນາຊັບພະຍາກອນມະນຸດ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸຍຸດທະສາດຂອງຫວຽດນາມ ໃນທິດທາງພັດທະນາເສດຖະກິດ - ສັງຄົມ. ຫວຽດນາມຍາມໃດກໍ່ມານະພະຍາຍາມ ເພື່ອຮັບປະກັນສິດຂອງຄົນງານໃຫ້ດີກວ່າເກົ່າ. ບົນຈິດໃຈນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ປະຕິບັດຂໍ້ຕົກລົງຫຼາຍສະບັບຢ່າງມີປະສິດທິຜົນ ກໍ່ຄື ບັນດາໂຄງການຮ່ວມມືສາກົນກ່ຽວກັບແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ.

ຫວຽດນາມ ມານະພະຍາຍາມ ເພື່ອຮັບປະກັນສິດທິຂອງຄົນງານໃຫ້ດີກວ່າເກົ່າ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: TTXVN)

ມາຮອດປະຈຸບັນ, ຫວຽດນາມໄດ້ເຂົ້າຮ່ວມ 25 ສົນທິສັນຍາຂອງອົງການແຮງງານສາກົນ, ໃນນັ້ນມີ 7 ໃນ 8 ສົນທິສັນຍາພື້ນຖານ, ໃນນັ້ນມີສົນທິສັນຍາທີ່ກ່ຽວຂ້ອງກັບບັນດາຂົງເຂດດັ່ງຕໍ່ໄປນີ້: ການເຈລະຈາໝູ່ຄະນະ; ການປ້ອງກັນ ແລະ ຕ້ານການຈຳແນກໃນການປະພຶດ; ແຮງງານເດັກ ແລະ ການບີບບັງຄັບອອກແຮງງານ.

ຫວຽດນາມ ກໍ່ມີຄວາມມານະພະຍາຍາມປະຕິບັດບັນດາສົນທິສັນຍາ, ໃນນັ້ນມີການກຳນົດບັນດາຂໍ້ກຳນົດຂອງສົນທິສັນຍາ ພາຍໃນລະບົບກົດໝາຍແຫ່ງຊາດ, ພິເສດແມ່ນກົດໝາຍວ່າດ້ວຍແຮງງານປີ 2019.

“ເພື່ອຊຸກຍູ້ການນຳໃຊ້ ແລະ ປະຕິບັດມາດຕະຖານແຮງງານສາກົນຢູ່ຫວຽດນາມ, ພ້ອມກັນນັ້ນ ກໍ່ຖືການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ຳຮຽນ ແລະ ເຂົ້າຮ່ວມເພີ່ມຕື່ມອີກ 15 ສົນທິສັນຍາຂອງອົງການແຮງງານສາກົນ, ໃນນັ້ນມີສົນທິສັນຍາພື້ນຖານກ່ຽວກັບສິດເສລີໃນການຮ່ວມກັນ ແລະ ການປົກປ້ອງສິດໃນການຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາ ແລະ ນຳໃຊ້ຕາມມາດຕະຖານແຮງງານສາກົນຢູ່ຫວຽດນາມ, ໃນວັນທີ 25 ພຶດສະພາ, ອົງການແຮງງານສາກົນ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມືໃນການສົ່ງເສີມມາດຕະຖານແຮງງານສາກົນ ຢູ່ຫວຽດນາມໃນ 10 ປີຂ້າງໜ້າ." - ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວວ່າ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ຫວຽດນາມ ມີຄວາມສົນໃຈໃນການຕິດຕາມ ແລະ ປາດຖະໜາວ່າມຽນມາ ຈະມີສະຖຽນລະພາບໂດຍໄວ ຫວຽດນາມ ມີຄວາມສົນໃຈໃນການຕິດຕາມ ແລະ ປາດຖະໜາວ່າມຽນມາ ຈະມີສະຖຽນລະພາບໂດຍໄວ

ຍສໝ - ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປາດຖະໜາຫວັງວ່າ ປະເທດມຽນມາ ຈະມີສະຖຽນລະພາບໂດຍໄວເພື່ອສ້າງສາ ແລະ ພັດທະນາປະເທດ, ເພື່ອຄວາມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ຈີນບໍ່ສາມາດສະກັດກັ້ນ ຫວຽດນາມ ປະຕິບັດການຂຸດຄົ້ນນໍ້າມັນອາຍແກັສ ຢູ່ທະເລຕາເວນອອກ ຈີນບໍ່ສາມາດສະກັດກັ້ນ ຫວຽດນາມ ປະຕິບັດການຂຸດຄົ້ນນໍ້າມັນອາຍແກັສ ຢູ່ທະເລຕາເວນອອກ

ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດ, ບັນດາກະທຳທີ່ສະກັດກັ້ນການເຄື່ອນໄຫວນໍ້າມັນອາຍແກັສຂອງ ຫວຽດນາມ ຢູ່ຂອບເຂດທະເລຂອງຕົນ ແມ່ນການລະເມີດກົດໝາຍສາກົນ ແລະ UNCLOS ປີ 1982.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.