ຫວຽດນາມ ຍູ້ແຮງການປົກປັກຮັກສາບັນດາພື້ນຖານທີ່ຈຳເປັນຂອງປະຊາຊົນ

06:45 | 29/04/2021

ຍສໝ - ໃນຖານະທີ່ເປັນປະເທດໜຶ່ງທີ່ປະສົບກັບຄວາມໂສກເສົ້າ ແລະ ການສູນເສຍຈາກສົງຄາມ, ຫວຽດນາມມີຄວາມສົນໃຈ ແລະ ຄວາມຕ້ອງການໃນການຊຸກຍູ້ການປົກປ້ອງພື້ນຖານອັນສຳຄັນ ຂອງຊີວິດຂອງປະຊາຊົນ ໃນການປະທະກັນດ້ວຍກຳລັງປະກອບອາວຸດ.

ຫວຽດນາມ: ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ ຫວຽດນາມ: ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ
ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ

ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນເມສາປີ 2021, ໃນຕອນແລງຂອງວັນທີ 27 ເມສາ, ຫວຽດນາມໄດ້ຈັດກອງປະຊຸມໂອ້ລົມສົນທະນາລະດັບລັດຖະມົນຕີ ດ້ວຍຫົວຂໍ້ “ການປົກປ້ອງບັນດາພື້ນຖານທີ່ຈຳເປັນຂອງປະຊາຊົນ ໃນການປະທະກັນດ້ວຍກຳລັງປະກອບອາວຸດ” ດ້ວຍຮູບການຖ່າຍທອດສົດ. ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານບຸ່ຍແທງເຊີນ ເປັນປະທານກອງປະຊຸມສົນທະນາ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໃຫ້ຮູ້ວ່າ, ຫວຽດນາມ ມີຄວາມເຂົ້າໃຈຢ່າງເຕັມສ່ວນກ່ຽວກັບຜົນສະທ້ອນຂອງການປະທະກັນ ພາຍຫຼັງສົງຄາມມາຫຼາຍທົດສະວັດ, ພື້ນຖານໂຄງລ່າງທີ່ຈຳເປັນຂອງຫວຽດນາມຄື ໂຮງຮຽນ, ໂຮງໝໍ, ຖະໜົນ, ຕາຂ່າຍໄຟຟ້າ, ລະບົບກິດຈະການ ແລະ ນ້ຳສະອາດຖືກທຳລາຍທັງໝົດ, ໃນຂະນະທີ່ດິນປູກຝັງ ແລະ ສະພາບແວດລ້ອມໄດ້ຖືກມົນລະພິດຢ່າງໜັກ.

ຫວຽດນາມ ຍູ້ແຮງການປົກປັກຮັກສາບັນດາພື້ນຖານທີ່ຈຳເປັນຂອງປະຊາຊົນ
ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານບຸ່ຍແທງເຊີນ ເປັນປະທານກອງປະຊຸມສົນທະນາ. (ພາບ: TTXVN)

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກໍ່ໃຫ້ຂໍ້ສັງເກດໂດຍສະເພາະວ່າ, ວິທີການທີ່ດີທີ່ສຸດໃນການປົກປ້ອງປະຊາຊົນ ແມ່ນປ້ອງກັນບັນດາສາຍເຫດທີ່ພາໃຫ້ເກີດການປະທະກັນ, ເຊັ່ນ: ຄວາມທຸກຍາກ, ຄວາມບໍ່ສະເໝີພາບ, ຂາດການເຄົາລົບກົດໝາຍສາກົນ...ເນັ້ນໜັກເຖິງການປົກປ້ອງປະຊາຊົນ ແມ່ນໜ້າທີ່ອັນດັບໜຶ່ງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ກ່າວວ່າ, ສະພາຄວາມໝັ້ນຄົງຄວນເນັ້ນໜັກເຖິງຈິດໃຈປະຕິບັດຕາມກົດລະບຽບຂອງທຸກຝ່າຍ ທີ່ກ່ຽວຂ້ອງເຖິງການປະທະກັນ, ແມ່ນການເຄົາລົບປະຕິບັດຕາມຫຼັກການພື້ນຖານ ຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ທີ່ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ ແລະ ຢືນຢັນຄວາມສຳຄັນຂອງການປະຕິບັດ ຕາມກົດໝາຍມະນຸດສະທຳສາກົນ ແລະ ບົດບາດຂອງສະຫະປະຊາຊາດ ໃນການປົກປ້ອງພົນລະເຮືອນ ແລະ ບັນດາພື້ນຖານທີ່ຈຳເປັນຂອງປະຊາຊົນໃນສະຖານະການຂັດແຍ້ງ.

ການເຂົ້າຮ່ວມ ແລະ ສົ່ງເສີມຂໍ້ລິເລີ່ມຂອງຫວຽດນາມຢ່າງຈິງຈັງ ດ້ວຍຫົວຂໍ້ “ປົກປ້ອງພື້ນຖານທີ່ຈຳເປັນ ໃນການດຳລົງຊີວິດຂອງປະຊາຊົນ ໃນການປະທະກັນດ້ວຍອາວຸດ” ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ; ສະແດງໃຫ້ເຫັນຈິດໃຈ ແລະ ຄວາມຮັບຜິດຊອບໃນຖານະທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຢັ້ງຢືນ ແລະ ສົ່ງເສີມບົດບາດທີ່ຕັ້ງໜ້າຂອງຫວຽດນາມໃນບັນຫາ "ປົກປ້ອງພົນລະເຮືອນ".

ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ

ວັດທະນະທຳ​ໃນ​ຖານະ​ພະລັງ​ພາຍ​ໃນ​ທີ່​ສຳຄັນຂອງ​ການ​ພັດທະນາ, ​ແຊກ​ຊຶມ​ລະຫວ່າງວັດທະນະທຳກັບ​ການ​ເມືອງ, ​ເສດຖະກິດ, ສັງຄົມ... ​ເພື່ອ​ສ້າງກຳລັງ​ແຮງ​ສັງ​ລວມ ຂອງການ​ພັດທະນາ​ປະ​ເທດ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ ​ແລະ​ເຊື່ອມ​ໂຍງ​ສາກົນ.

ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 27 ເມສາ, ຢູ່ຮ່າໂນ້ຍ ລັດຖະບານຫວຽດນາມ, ລັດຖະບານຍີ່ປຸ່ນ ແລະ ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ປະກາດໂຄງການຮ່ວມມືໃໝ່ ເພື່ອຫຼຸດຜ່ອນຜົນກະທົບທາງລົບຂອງພະຍາດ COVID-19 ສຳລັບປະຊາກອນທີ່ມີຄວາມສ່ຽງເສຍຫາຍ.

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດຖະບານ ແລະປະຊາຊົນອິນເດຍໃນຂະນະປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດຖະບານ ແລະປະຊາຊົນອິນເດຍໃນຂະນະປະສົບກັບຄວາມຫຍຸ້ງຍາກ

ຍສໝ - ຫວຽດນາມ ເອົາໃຈໃສ່ ແລະຕິດຕາມສະພາບການ, ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດຖະບານ ແລະປະຊາຊົນອິນເດຍໃນຂະນະປະສົບກັບຄວາມຫຍຸ້ງຍາກນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.