ລຸງບອມ - ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ບ້ານຣ​າຍ

09:27 | 24/05/2021

ຍສໝ - ໃນ​ຊຸມ​ວັນ​ກາງ​ເດືອນ ມີ​ນາ, ພວກ​ຂ້າ​ພະ​ເຈົ້າ​ມາ​ຕາ​ແສງ​ຮ່າ​ເບົ່າ, ເມືອງ​ກັກ​ນ​ວາ, ແຂວງ ຢາ​ລາຍ ຊຶ່ງ​ເປັນ​ກ​ດິ​ນ​ແດນ​ແຫ່ງ​ສຽງ​ຄ້ອງ ເພື່ອ​ພົບ​ປະ​ກັບລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ.

ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ
ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່ ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່

ຂ້າ​ພະ​ເຈົ້າ​ມາ​ເຮືອນ​ຂອງ​ລຸງບອນ​ຕອນ​ເວ​ລາ 3 ໂມງ​ແລງ. ໃນ​ເວ​ລາ​ນັ້ນ​ລຸງບອມ ກຳ​ລັງ​ປູກ​ຕົ້ນ​ກາ​ເຟ​ໃນ​ສວນ ແລະ ເອົ​າ​ຫຍ້າ​ໃຫ້​ງົວ​ກິນ. ເຖິງວ່າມີ ອາ​ຍຸ 65 ປີ​ແລ້ວ, ແຕ່​ລຸງບອມ​ຍັງ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ແຕ່​ໜ້າ​ຂອງ​ລຸງ​ຄືວ່າ​ຮູ້​ສຶກ​ສົກ​ເສົ້າ​ນ້ອຍ​ໜຶ່ງ.

ລຸງບອມ - ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ບ້ານຣ​າຍ

ລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ

ຢູ່​ເຂດ​ດິນ​ແດງ​ດັກ​ດາວ, ຢາ​ລາຍ, ເມື່ອ​ເວົ້າ​ເຖິງ​ລຸງບອມ ຜູ້​ໃດ​ກໍ່​ຮູ້. ເຂົາ​ເຈົ້າ​ມັກ​ເວົ້າ​ກ່ຽວ​ກັບ​ອະ​ດີດ​ຂອງ​ລຸງ ຕອນ​ຕາມ​ພວກ​ປະ​ຕິ​ການ Fulro, ແຕ່​ສິ້ນ​ສຸດ​ເລື່ອງ, ຜູ້​ໃດ​ກໍ່​ເນັນ​ໜັກ​ວ່າ, ຕອນນີ້​ລຸງ​ເປັນ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ່​ສຸດ​ໃນ​ບ້ານ. ເມື່ອ​ໄດ້​ຖາມ, ລຸງບອມ​ກໍ່​ເວົ້າ​ກັບ​ພວກ​ຂ້າ​ພະ​ເຈົ້າ​ວ່າ, ຫ່າງ​ຈາກນີ້ 46 ປີ, ລຸງ​ໄດ້​ເຄື່ອນ​ໄຫວ​ນຳ​ພວກ​ປະ​ຕິ​ການ Fulro​ແຕ່​ປີ 1975.

ພາຍຫຼັງ ຢາ​ລາຍ​ໄດ້​ຮັບ​ການ​ປົດ​ປ່ອຍ, ລຸງ​ໄດ້​ສົ່ງ​ໄປ​ສຳ​ມະ​ນາ. ຮອດ​ປີ 1991, ລຸງ​ໜີ​ອອກ​ຈາກ​ຄ້າຍ, ສືບ​ຕໍ່​ເຄື່ອນ​ໄຫວ​ໃຫ້​ພວກ​ປະ​ຕິ​ການ Fulro ຮອດ​ປີ 1999, ເລີ່ມ​ຮັບ​ການ​ຊີ້​ນຳ​ຈາກ​ເປົ້າ​ໝາຍ Ksor Kok ຢູ່ ອາ​ເມ​ລິ​ກາ ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ​ຢາ​ລາຍ​ຈັດ​ຕັ້ງ​ການ​ປະ​ທ້ອງ ຢູ່ Pleiku ດ້​ວຍ​ຈຳ​ນວນ​ຜູ້​ປະ​ຕິ​ບັດ​ຕາມ​ນັບ​ໝື່ນ​ຄົນ. ພາຍຫຼັງ​ເຫັດ​ການ​ ໃນ​ວັນ​ທີ 2 ກຸມ​ພາ 2001, ຂ້າ​ພະ​ເຈົ້າ​ຖືກ​ກັກ​ຕົວ​ດ້ວຍ​ໂທດ​ທີ່​ວ່າ “ທຳ​ລາຍ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ເຜົ່າ

ນັ່ງ​ຢູ່ນອກ​ເຮືອ​ນ​ລຸງ​ເວົ້າ​ວ່າ: “ຂ້າພະເຈົ້າມີຄວາມກິນແໜງໃຈທີ່ສຸດ ທີ່ໄດ້ເຮັດສິ່ງທີ່ບໍ່ຈົບບໍ່ງາມ. ປັດຈຸບັນກໍ່ບໍ່ຢາກກ່ຽວຂ້ອງເຖິງອົງການ ຟູນໂຣ ອີກແລ້ວ. ຟູນໂຣ ຄິດເຟີ້ຝັນ ໃຫ້ສ້າງຕັ້ງລັດຕ່າງຫາກ. ຟູນໂຣ ໄດ້ຫຼອກລວງ, ລັດ ຫວຽດນາມ ໄດ້ມີການປະພຶດຕໍ່ຊາວເຜົ່າ ກິ່ງ ແລະ ຊາວເຜົ່າສ່ວນໜ້ອຍຢ່າງສະເໜີພາບຄືກັນ. ຂ້າພະເຈົ້າມີຄວາມຫວັງຢາກຂົນຂວາຍ ແລະ ບອກເຕືອນໃຫ້ພໍ່ແມ່ພີ່ນ້ອງເພື່ອເຫັນໄດ້ເຖິງກົນອຸບາຍຂອງກຸ່ມຄົນທີ່ບໍ່ດີ ຢ່າຟັງພວກເຂົາເວົ້າຕ້ອງສັງເກດຕົວຈິງ ເພາະວ່າການດຳລົງຊີວິດໃນທຸກວັນນີ້ມີຄວາມຈົບງາມຫຼາຍກວ່າເກົ່າ”.

ເດືອນ ສິງຫາ ປີ 2012 ລຸງ ບອມ ໄດ້ອອກຈາກຄຸກ ກັບຄືນສູ່ບ້ານເກີດເມືອງນອນ, ລຸງຕັດສິນໃຈລືມອະດີດຕະການ, ສ້າງການດຳລົງຊີວິດໃໝ່. ລຸງໄດ້ຊອກຮູ້ ແລະ ຮຽນຮູ້ບົດຮຽນຜະລິດກະສິກຳນຳພໍ່ແມ່ພີ່ນ້ອງໃນໝູ່ບ້ານເພື່ອປູກເຂົ້າ ກາເຟ ໝາກພິກໄທ ລ້ຽງປາ ສັດປີກ... ຈາກສອງຝາມືເປົ່າຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ມານະອົດທົນ ດັ່ງນັ້ນຊີວິດການເປັນຢູ່ໃນຄົວຄອບລຸງ ໄດ້ກັບຄືນສູ່ປົກກະຕິ ແລະ ນັບມື້ໄດ້ຮັບການປົວແປງດີຂຶ້ນ. ມີບາງປີຄອບຄົວລຸງສາມາດສ້າງລາຍຮັບເກືອບ 150 ລ້ານດົ່ງ. ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຢ້ຽມຢາມຖາມຂ່າວລະດົມກຳລັງໃຈ ແລະ ຊ່ວຍເຫຼືອຄອບຄົວຂອງລຸງ. ທ່ານ ເລຫິວເຖາະ ເລຂາຄະນະພັກເມືອງ ປະທານສະພາປະຊາຊົນເມືອງ ດັກດວາ ໃຫ້ຮູ້ວ່າ:

“ລຸງ ບອມແມ່ນຫົວໂປ່ຂອງອົງການ ຟູນໂຣ ຢູ່ ເຕິຍງວຽນ ເມື່ອລຸງຖືກເຂົ້າຄຸກ ແຕ່ພວກລູກເຕົ້າຂອງລຸງຍັງຄົງຮຽນມະຫາວິທະຍາໄລ, ພາຍຫຼັງຮຽນຈົບກໍ່ໄດ້ມີວຽກເຮັດງານທຳເປັນປົກກະຕິ, ທ້ອງຖິ່ນໄດ້ສ້າງເງື່ອນໄຂໃຫ້ຄອບຄົວລຸງໄດ້ກູ້ຢືມທຶນຈາກທະນາຄານ. ເມື່ອລຸງກັບສູ່ທ້ອງຖິ່ນທາງອຳນາດການປົກຄອງກໍ່ເຄີຍລົງໄປຢ້ຽມຢາມຖາມຂ່າວ ລະດົມກຳລັງໃຈ ແລະ ສ້າງເງື່ອນໄຂໃຫ້ແກ່ລຸງຟື້ນຟູເສດຖະກິດຄອບຄົວ”.

ລຸງບອມ - ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ບ້ານຣ​າຍ
ຈາກສອງຝາມືເປົ່າຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ມານະອົດທົນ ດັ່ງນັ້ນຊີວິດການເປັນຢູ່ໃນຄົວຄອບລຸງ ໄດ້ກັບຄືນສູ່ປົກກະຕິ ແລະ ນັບມື້ໄດ້ຮັບການປົວແປງດີຂຶ້ນ. ມີບາງປີຄອບຄົວລຸງສາມາດສ້າງລາຍຮັບເກືອບ 150 ລ້ານດົ່ງ. ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຢ້ຽມຢາມຖາມຂ່າວລະດົມກຳລັງໃຈ ແລະ ຊ່ວຍເຫຼືອຄອບຄົວຂອງລຸງ.

ປັດຈຸບັນລຸງ ບອມ ໄດ້ກູ້ຢືມທຶນຈາກທະນາຄານພັດທະນາກະສິກຳຊົນນະບົດ ດ້ວຍຈຳນວນເງິນ 100 ລ້ານດົ່ງ ເພື່ອເປີດກວ້າງການຜະລິດ ພັດທະນາເສດຖະກິດຄອບຄົວ. ຮູບແບບສ້າງເສດຖະກິດຄອບຄົວຂອງລຸງ ແມ່ນຕົວແບບທີ່ດີເດັ່ນໃນໝູ່ບ້ານ ແລະ ໄດ້ມີຫຼາຍຄອບຄົວຢູ່ຕາແສງ ຮ່າເບົ່າ ຮຽນຕາມ ແລະ ທະວີຄູນ. ໃນຊຸມປີທີີ່ຜ່ານມາ ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບລຸງ ບອມ ໄດ້ຈັດການໂອ້ລົມຢູ່ບັນດາໝູ່ບ້ານ ເພື່ອໂຄສະນາເຜີຍແຜ່ໃຫ້ແກ່ພໍ່ແມ່ພີ່ນ້ອງກ່ຽວກັບແຜນນະໂຍບາຍ ຂອງພັກ ແລະ ລັດ. ຍ້ອນແນວນັ້ນໄດ້ຊ່ວຍໃຫ້ພໍ່ແມ່ພີ່ນ້ອງປະລະແນວຄິດເຟີ້ຝັນ ກ່ຽວກັບອັນທີ່ເອີ້ນວ່າ “ລັດ ເດກາ ປົກຄອງໂດຍຕົນເອງ ຂອງຊົນເຜົ່າສ້ວນໜ້ອຍຢູ່ ເຕິຍງວຽນ” ທ່ານ ດິ່ງເອີງ ຫົວໜ້າຄະນະຂົນຂວາຍປະຊາຊົນ ປະທານແນວໂຮມປະເທດຊາດ ຫວຽດນາມ ເມືອງ ດັກດວາ ເລົ່າສູ່ຟັງວ່າ:

“ຍິ່ງກວ່າໃຜໝົດຂ້າພະເຈົ້າສາມາດເຂົ້າໃຈແຈ້ງກ່ຽວກັບລຸງ ບອມ ເພາະວ່າ ເມື່ອລຸງໄດ້ກັບຄືນຄອບຄົວ, ຂ້າພະເຈົ້າເປັນປະທານຄະນະກຳມະການປະຊາຊົນ ຕາແສງ ຮ່າເບົ່າ. ປັດຈຸບັນ ລຸງໄດ້ປະຕິບັດຕາມນະໂຍບາຍທ້ອງຖິ່ນເປັນຢ່າງດີທີ່ສຸດ ລຸງໄດ້ເຊື່ອມຕົວເຂົ້າກັບພໍ່ແມ່ພີ່ນ້ອງຊາວບ້ານ, ມີຄວາມມານະອົດທົນທຳມາຫາກິນ ຂົນຂວາຍປະຊາຊົນ ປະກອບເງິນທຶນກໍ່ສ້າງທາງ”.

ປີ 2013 ຄອບຄົວລຸງ ບອມ ໄດ້ຮັບນາມມະຍົດຄອບຄົວວັດທະນະທຳ ຈາກຄະນະກຳມະການປະຊາຊົນຕາແສງ ຮ່າເບົ່າ. ສຳລັບລຸງແລ້ວ ບ້ານເກີດເມືອງນອນທີ່ສະຫງົບສຸກຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ ກໍ່ແມ່ນຄວາມຫວັງຢ່າງຈິງໃຈຂອງລຸງ. ລຸງ ບອມ ກໍ່ໄດ້ເປັນແບບຢ່າງເພື່ອໃຫ້ບັນດາຜູ້ມີຄວາມຫຼົງຜິດກັບເນື້ອກັບຕົວໃຫ້ກາຍເປັນຄົນດີ ພ້ອມກັນສາມັກຄີສ້າງສາບ້ານເມືອງ ໃຫ້ອີ່ມໜຳສຳລານຜາສຸກ.

ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ

ຍ​ສ​ໝ - ​ນັບ​ແຕ່​ປີ 2019 ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ນັກ​ການ​ທູດ ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຂ້າ​ພະ​ເຈົ້າ​ພວ​ມ​ຮູ້​ສຶກ​ຕື່ນ​ເຕັ້ມ​ລໍ​ຖ້າ​ໝາກ​ຜົນ ຂອງວັນ​ເລືອກ​ຕັ້ງ 23 ພຶ​ດ​ສະ​ພາ ຈະ​ມາ​ເຖິງ ຈະ​ເປັນ​ແນວ​ໃດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ຍາ​ກາດ​ການ​ຂອງ​ການ​ເລືອກ​ຕັ້ງ​ ຊຶ່ງ​ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ຄຳ​ຂວັນ ກ໋ຽວ​ກັບ​ເຫດ​ການນີ້ ໄດ້​ປະ​ກົດ​ຂຶ້ນ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ທຸກ​ສິ່ງ​ທຸກ​ຢ່າງ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດຶງ​ດູດໄດ້​ຄວາມ​ສົນ​ໃຈ​ຂອງ​ທຸກ​ຄົນ.

ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່ ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່

ຍ​ສ​ໝ - ປັດ​ຈຸ​ບັນນາງ Vera Mazhirina ແມ່ນ​ຜູ້​ຮັບ​ຜິດ​ຊອບດ້ານຮູບ​ພາບຂອງ​ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ, ເລີ່ມ​ທຳ​ຄວາມຮູ້​ຈັກ​ເຖິງ ຫວຽດ​ນາມ ນັບ​ແຕ່​ປີ 2016 ແລະ ໃນ​ທັນ​ທີ​ໄດ້​ດຶງ​ດູດ​ໃຈ​ດ້ວຍ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອິດ​ສະ​ລາ​ແອັນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ຄຸນ​ນະ​ທາດອົງ​ອາດ​ກ້າ​ຫານ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອິດ​ສະ​ລາ​ແອັນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ຄຸນ​ນະ​ທາດອົງ​ອາດ​ກ້າ​ຫານ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ

ຍ​ສ​ໝ - ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ ປັດ​ຈຸ​ບັນ ລວມ​ມີ​ນັກ​ສຶກ​ສາ ກ່​ວາ 300 ຄົນ ທີ່ແມ່ນ​ນັກ​ຄົ້ນ​ຄ້​ວາ ດ້ານ​ກະ​ສິ​ກຳ ຢູ່ 4 ສູນ​ກາງ​ບຳ​ລຸງ​ສ້າງ​ກະ​ສິ​ກຳ​ໃຫຍ່ ແລະພໍ່​ແມ່​ປະ​ຊາ​ຊົນ ບາງ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ນະ​ຄອນ​ຄື Tel Aviv, Bat Yam, Beersheba, Haifa...

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.