ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

17:26 | 03/06/2021

ຍສໝ - ໃນຂອບເຂດທົ່ວປະເທດ, ກິດຈະກຳເບິ່ງແຍງດູແລ ແລະ ລາຍການລະຫຼິ້ນບັນເທິງທີ່ມີຄວາມໝາຍຫຼາຍຢ່າງໄດ້ມີການຂຶ້ນແຜນຢ່າງລະອຽດໂດຍບັນດາອົງການທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພ, ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ໃຫ້ເດັກພິການໃນວັນເດັກນ້ອຍສາກົນ (1/6).

ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19 ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19
ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey
ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ຫວ່າງແລ້ວນີ້, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງກວາງນາມ ແລະ ການນຳຂອງເມືອງຟູນິງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍຢູ່ສູນຟື້ນຟູເດັກພິການ, ສູນປິ່ນປົວເດັກພິການ, ແລະ ສູນລ້ຽງເດັກນ້ອຍທີ່ມີສະພາບການພິເສດ. ຢູ່ 3 ສູນດັ່ງກ່າວ, ການນນໍາພະແນກ ແລະ ເມືອງ ຟູນິງ ໄດ້ໃຫ້ກໍາລັງໃຈເດັກນ້ອຍພິການ ແລະ ເດັກນ້ອຍທີ່ມີສະພາບຫຍຸ້ງຍາກທີ່ພະຍາຍາມຜ່ານຜ່າພະຍາດຂອງພວກເຂົາ ແລະ ຜູ້ທີ່ບືນຕົວຂຶ້ນຮ່ຳຮຽນດີເພື່ອເຊື່ອມໂຍງເຂົ້າກັບຊຸມຊົນໂດຍໄວ.

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ສະຫະພັນແຮງງານເມືອງ ເຫງຍດ່ານ (ເຫງ້ອານ) ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກພິການເຊິ່ງເປັນລູກຂອງສະມາຊິກຂອງສະຫະພັນແຮງງານຢູ່ເທດສະບານ ເຫງຍດ່ານ.

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ວັນທີ 31 ພຶດສະພາ, ຢູ່ດານັງ, ທະຫານເຮືອເຂດ 3 ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ມອບຂອງຂວັນ 42 ພູດ ໃຫ້ເດັກພິການ ແລະ ເປັນພະຍາດຮ້າຍແຮງ ເຊິ່ງແມ່ນລູກຂອງພະນັກງານ, ລັດຖະກອນທີ່ເຮັດວຽກຢູ່ທະຫານເຮືອເຂດ 3 ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6.

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ໃນລະຫວ່າງ ວັນທີ 26 - 28 ພຶດສະພາ, ສະມາຄົມ ແຂວງ ຟູຖໍ້ ໄດ້ປະສານສົມທົບກັບຫ້ອງການ ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມເມືອງ ຫ້າຮວ່າ, ກຸ່ມບໍລິຈາກການກຸສົນ ຢຸງຕວນ - ຢາເກີມ, ສະຫະພັນແມ່ຍິງບ້ານ ເວິນຟູ ໄດ້ມອບຂອງຂວັນ 30 ພູດ (ມູນຄ່າ 650.000 – 700.000 ດົ່ງ/ພູດ, ລົດເຂັນ 5 ຄັນ (ມູນຄ່າ 2 ລ້ານດົ່ງ/ຄັນ) ໃຫ້ແກ່ນັກຮຽນພິການ ແລະ ເດັກກ່ຳພ້າ.

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ມອບຂອງຂວັນ 65 ພູດ (ແຕ່ລະພູດ ມີມຸນຄ່າ 200.000 ດົ່ງ) ໃຫ້ແກ່ເດັກນ້ອຍທີ່ກຳລັງຮັບການປິ່ນປົວຢູ່ພະແນກເດັກນ້ອຍ (ໂຮງໝໍຫຼາຍຂະແໜງແຂວງຮ່າຕິ້ງ), ທ່ານ ເລງອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ຢື້ຢາມຖາມຂ່າວອາການສຸຂະພາບ ແລະ ຜົນການປິ່ນປົວຂອງເດັກນ້ອຍດ້ວຍຄວາມຈິງໃຈ ແລະ ກໍ່ອວຍພອນໃຫ້ພວກເຂົາຟື້ນຕົວໂດຍໄວເພື່ອກັບຄືນເມືອຫາຄອບຄົວຂອງພວກເຂົາ.

ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.

ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ

ບັນດາກະຊວງຮີບເຮັ່ງລວບລວມສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ຈຳໜ່າຍຜະລິດຕະພັນກະເສດໃນທົ່ວປະເທດ.

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.