ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

10:42 | 15/05/2021

ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.

ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ
ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"

ໃນຖະແຫຼງການສົ່ງເຖິງສະຖານທູດຫວຽດນາມ ປະຈຳເຢຍລະມັນ ແລະ ສຳນັກຂ່າວສານຫວຽດນາມຢູ່ Berlin, ພັກກອມມູນິດເຢຍລະມັນ DKP ໃຫ້ຮູ້ວ່າ: “ໃນວັນທີ 10 ພຶດສະພາ, ສານແຫ່ງໜຶ່ງຢູ່ ປາຣີ ໄດ້ຕັດສິນວ່າ ສານບໍ່ມີສິດອຳນາດພຽງພໍ ເພື່ອແກ້ໄຂຄະດີຄຳຮ້ອງຟ້ອງ ຂອງແມ່ຍິງຫວຽດນາມຄົນຫນຶ່ງ ມີຊື່ວ່າ ເຈີນໂຕຫງ່າ ຕໍ່ວິສາຫະກິດຈຳນວນ 14 ແຫ່ງ ໃນຫຼາຍປະເທດ, ໃນນັ້ນມີບໍລິສັດ Dow Chemical ແລະ Bayer (Monsanto), ກ່ຽວກັບຄວາມອັນຕະລາຍທີ່ບັນດາບໍລິສັດເຫຼົ່ານີ້ ໄດ້ກໍ່ເຫດຍ້ອນການນຳໃຊ້ສານພິດສີສົ້ມ - ດີໂອຊີນໃນໄລຍະສົງຄາມຫວຽດນາມ”.

"ພັກກອມມູນິດເຢຍລະມັນ (DKP) ຮັບຮູ້ວ່າ ຄຳຕັດສິນນີ້ອີກເທື່ອໜຶ່ງເຮັດໃຫ້ຊາວຫວຽດນາມຫຼາຍລ້ານຄົນ ທີ່ຍັງປະສົບກັບຜົນກະທົບອັນໜັກໜ່ວງ ຈາກສົງຄາມເຄມີທີ່ປະຕິບັດໂດຍກອງທັບສະຫະລັດອາ​ເມລິ​ກາໃນໄລຍະສົງຄາມຫວຽດນາມ."

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ
ທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ.

ພັກກອມມູນິດເຢຍລະມັນ ໄດ້ເນັ້ນໜັກວ່າຈະສືບຕໍ່ສະໜອງຂໍ້ມູນຂ່າວກ່ຽວກັບຜູ້ກະທຳຜິດໃຫ້ແກ່ປະຊາຊົນຫວຽດນາມ, ໂດຍກ່າວວ່າ: "ພວກເຮົາຢັ້ງຢືນຄວາມສາມັກຄີຢ່າງເລິກເຊິ່ງຂອງພວກເຮົາ ກັບທ່ານນາງເຈີນໂຕຫງ່າ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ".

ຖະແຫຼງການດັ່ງກ່າວຂອງພັກກອມມູນິດເຢຍລະມັນ ໄດ້ສະແດງໃຫ້ເຫັນຄວາມເປັນຫ່ວງເປັນໃຍຂອງຊາວຄອມມູນິດເຢຍລະມັນ ຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຫວຽດນາມ, ກໍ່ຄືຄວາມສາມັກຄີສາກົນທີ່ຍິ່ງໃຫຍ່ຂອງຊາວຄອມມິວນິດ.

ກ່ອນໜ້ານີ້, ຫ້ອງການກົດໝາຍ Bourdon ກໍ່ຢືນຢັນວ່າຈະ “ຄຽງບ່າຄຽງໄຫຼ່” ກັບທ່ານນາງ ເຈີນໂຕຫງ່າ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ, ຫວັງວ່າ ທ່ານນາງ ເຈີນໂຕຫງ່າ ຈະມີສຸຂະພາບແຂງແຮງເພື່ອໃຫ້ສາມາດ“ ສືບຕໍ່ການຕໍ່ສູ້".

ທ່ານນາງ ເຈີນໂຕຫງ່າ ໄດ້ກ່າວວ່າ ທ່ານນາງຈະເຂົ້າຮ່ວມການເດີນຂະບວນໃນວັນທີ 15 ເດືອນພຶດສະພາ ກັບຜູ້ສະໜັບສະໜູນ ເພື່ອປະທ້ວງຕໍ່ບໍລິສັດ Dow Chemical ແລະ Bayer Monsanto ແລະ ກ່າວຟ້ອງອີກ. ທ່ານນາງ ເນັ້ນວ່າ: "ຂ້າພະເຈົ້າຈະເປັນຜູ້ນຳໜ້າ ໃນການເດີນສວນສະໜາມຄັ້ງນີ້ຢູ່ປາຣີ."

ອີງຕາມທະນາຍຄວາມຂອງ ທ່ານນາງ ເຈີນໂຕຫງ່າ, ສານໄດ້ນຳໃຊ້ “ຄຳນິຍາມທີ່ລ້າສະໄຫມກ່ຽວກັບຫຼັກການຂອງການຍົກເວັ້ນສິດພິພາກສາ, ເຊິ່ງຂັດແຍ້ງກັບຫຼັກການທີ່ທັນສະໄໝຂອງກົດໝາຍສາກົນ ແລະ ປະເທດຊາດ (ຝຣັ່ງ)”. ທ່ານນາງ ເຈີນໂຕຫງ່າ ແລະ ທະນາຍຄວາມຂອງທ່ານນາງ ໄດ້ປະກາດວ່າ ພວກເຂົາຈະຄ້ານກັບຄຳຕັດສິນຄະດີຕໍ່ສານຊັ້ນສູງກ່ວາ.

ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.

ການຮ່ວມມືດ້ານປະຊາຊົນຫວຽດນາມ - ອາເມລິກາ ໃນການຊອກຫາທະຫານຫວຽດນາມເສຍສະຫຼະ ແລະ ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ ການຮ່ວມມືດ້ານປະຊາຊົນຫວຽດນາມ - ອາເມລິກາ ໃນການຊອກຫາທະຫານຫວຽດນາມເສຍສະຫຼະ ແລະ ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ

ຍສໝ - ພາຍໃນປີ 2020, ສອງປະເທດ ຫວຽດນາມ ແລະ ສະຫະລັດອາເມລິກາ ມີໂອກາດທີ່ຈະຫວນຄິດເຖິງຫຼາຍເຫດການທີ່ໜ້າຈົດຈຳ ໃນສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ.

ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ

ຍສໝ - ເມື່ອບໍ່ດົນມານີ້, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ກອງທັບອາກາດ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືໂຄງການແກ້ໄຂບັນດາທາດ Dioxin ຢູ່ສະໜາມບິນ ບຽນຫ່ວາ ແລະ ໄດ້ເຊັນຂໍ້ຕົກລົງໃນການຈັດຕັ້ງປະຕິບັດໂຄງການ 65 ລ້ານໂດລາ ເພື່ອສະໜັບສະໜູນຄົນພິການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.