ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ

15:05 | 04/05/2021

ຍສໝ - ຫວ່າງແລ້ວນີ້, ຄະນະສາສະໜາລັດຖະບານໄດ້ຈັດກອງປະຊຸມພົບປະກັບຊາວຕ່າງປະເທດ ທີ່ປະຕິບັດກິດຈະກຳສາສະໜາຢູ່ຫວຽດນາມ.

ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ
ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ວູຈຽນທັ໊ງ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ໃຫ້ຮູ້ວ່ານະໂຍບາຍຂອງລັດຖະບານຫວຽດນາມ ແມ່ນເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖື, ສາສະໜາຂອງປະຊາຊົນທຸກຄົນ. ກົດໝາຍວ່າດ້ວຍຄວາມເຊື່ອ ແລະ ສາສະໜາທີ່ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາໃນວັນທີ 18 ພະຈິກ 2016, ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນມາ, ສິດທິຂອງທຸກໆຄົນໃນການມີເສລີພາບໃນການເຊື່ອຖື, ລວມທັງສິດເສລີໃນການເຊື່ອຖື ແລະ ສາສະໜາຂອງຄົນຕ່າງປະເທດທີ່ອາໄສຢູ່ຫວຽດນາມຢ່າງຖືກຕ້ອງຕາມກົດໝາຍ.

ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ
ທ່ານ ວູຈຽນທັ໊ງ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງພາຍໃນ ປາດຖະໜາວ່າກອງປະຊຸມຈະແມ່ນໂອກາດເພື່ອໃຫ້ບັນດາພະແນກ, ອົງການທີ່ກ່ຽວຂ້ອງ ປະຕິບັດວຽກງານສາສະໜາຢູ່ຫວຽດນາມ ແລະ ບັນດາຜູ້ມີຖານະຕຳແໜ່ງ ແລະ ຜູ້ຕາງໜ້າທີມເຕົ້າໂຮມສາສະໜາຕ່າງປະເທດຢູ່ຫວຽດນາມ ພ້ອມກັນແລກປ່ຽນ, ແບ່ງປັນຂໍ້ມູນກ່ຽວກັບຄວາມເປັນຈິງຂອງບັນດາກິດຈະກຳສາສະໜາ ແລະ ການປະຕິບັດກ່ຽວກັບສິດເສລີໃນການເຊື່ອຖື ແລະ ສາສະໜາຂອງຄົນຕ່າງປະເທດອາໄສຢູ່ຫວຽດນາມຢ່າງຖືກຕ້ອງຕາມກົດໝາຍ ຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ມີຖານະຕຳແໜ່ງ ແລະ ຜູ້ຕາງໜ້າທີມເຕົ້າໂຮມສາສະໜາຕ່າງປະເທດຢູ່ຫວຽດນາມ ກ່ຽວກັບການເຄື່ອນໄຫວສາສະໜາ ໄດ້ແນະນຳບັນດາເນື້ອໃນຂອງກົດໝາຍ ວ່າດ້ວຍການເຊື່ອຖືສາສະໜາປີ 2016, ສຸມໃສ່ບັນດາເນື້ອໃນກ່ຽວຂ້ອງເຖິງສິດເສລີ ໃນການເຊື່ອຖື, ສາສະໜາຂອງຊາວຕ່າງປະເທດຢູ່ຫວຽດນາມ; ກົດໝາຍກ່ຽວກັບການເຂົ້າເມືອງ ແລະ ຈຸດໃໝ່ທີ່ຄວນສັງເກດ; ການແນະນຳກ່ຽວກັບການບໍລິການສາທາລະນະດ້ວຍຮູຍແບບອອນລາຍ ໃນຂົງເຂດຄວາມເຊື່ອຖື ແລະ ສາສະໜາ.

ທ່ານຮອງລັດຖະມົນຕີກະຊວງພາຍໃນ ວູຈຽນທັ໊ງ ໄດ້ຢືນຢັນວ່າ ດ້ວຍນະໂຍບາຍເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ ແລະ ທັດສະນະຄວາມເຊື່ອ ແລະ ສາສະໜາ ແມ່ນຄວາມຕ້ອງການຖືກຕ້ອງ ແລະ ຄວາມຕ້ອງການດ້ານຈິດວິນຍານຂອງມະນຸດ. ລັດຫວຽດນາມຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ແລະ ຕອບສະໜອງຄວາມຕ້ອງການດ້ານສາສະໜາ ແລະ ຄວາມເຊື່ອຂອງທຸກໆຄົນ, ນັບທັງຄົນຕ່າງປະເທດອາໄສຢູ່ໃນປະເທດຫວຽດນາມ ຢ່າງຖືກຕ້ອງຕາມກົດໝາຍ; ພະຍາຍາມເຮັດໃຫ້ນະໂຍບາຍ ແລະ ກົດໝາຍທີ່ດີເລີດກ່ຽວກັບສາສະໜາ, ສ້າງແນວທາງກົດໝາຍທີ່ເອື້ອອຳນວຍໃຫ້ແກ່ທຸກໆຄົນ.

ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ

ຍ​ສ​ໝ - ທີ່​ພິ​ທີ, ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຫວູກວາງ​ມິງ​ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ຢ່າງ​ສຸດ​ໃຈ​ໄປ​ຍັງ​ ​ສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາ ຫວ​ຽດ​ນາມ ແລະ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ພ້ອມ​ທັງ​ມອບ​ເງິນ​ເປັນ​ຈຳ​ນວນ 250 ລ້ານ​ດົ່ງ ຂອງ​ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ​ໃຫ້​ແກ່ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ລາວ, ພະອາຈານ ທິກມີງກວາງ, ເຈົ້າອະທິການວັດເຟີດຕິກນະຄອນຫຼວງວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.

ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.