ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ

16:28 | 02/06/2021

ຍສໝ - ນີ້ແມ່ນຄວາມເຫັນຂອງທ່ານ ຮວ່າງກົງຖູຍ, ອະດີດເລຂາທິການຂອງສະມາຄົມຫວຽດນາມ - ອາເມລິກາ. ທ່ານ ຮວ່າງກົງຖູຍ ເຄີຍເປັນຮອງຫົວໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ ຫວຽດນາມ ທີ່ໄດ້ໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການດຳເນີນຄະດີທີ່ສານອຸທອນ ນິວຢອກ ໃນປີ 2007.

ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ
ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ

ໄດ້ຮູ້ວ່າ ໃນປີ 2007, ທ່ານ ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຫວຽດນາມ ໄດ້ໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການພິພາກສາສານອຸທອນຂອງຄະດີ ຕໍ່ບໍລິສັດເຄມີຂອງສະຫະລັດອາເມລິກາ. ທ່ານ ສາມາດເລົ່າໃຫ້ພວກເຮົາເລັກນ້ອຍກ່ຽວກັບການເດີນທາງນັ້ນບໍ?

ໃນເວລານັ້ນ, ຂ້າພະເຈົ້າ ແມ່ນເລຂາທິການຂອງສະມາຄົມຫວຽດນາມ - ອາເມລິກາ, ໄດ້ຖືກສົ່ງເຂົ້າຮ່ວມຄະນະໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການພິພາກສາສານອຸທອນ ເພື່ອປະກອບສ່ວນເຂົ້າ ໃນການຕໍ່ສູ້ເພື່ອຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ. ຄະນະມີ 6 ຄົນ, ທ່ານ ເຈີນຊວ່ນທູ ເປັນຫົວໜ້າຄະນະ ແລະ ຂ້າພະເຈົ້າເປັນຮອງຄະນະ. ສະມາຊິກ 4 ຄົນທີ່ຍັງເຫຼືອແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ປະກອບມີ: ປ້າ ຫງວຽນຖິຮົ່ງ ຢູ່ແຂວງດົງນາຍ, ລຸງ ຫງວຽນວັນກູຍ ຢູ່ຫາຍຟ່ອງ, ລຸງ ຫວໍແທງຫາຍ ແລະ ທ້າວ ຫງວຽນເມື່ອຍ ຢູ່ເທື່ອທຽນເຫວ້, ພວກເຂົາທຸກຄົນລ້ວນແຕ່ເປັນພະຍາດ, ໃນນັ້ນມີພະຍາດມະເຮັງໄລຍະສຸດທ້າຍ.

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ
ຄະນະມີ 6 ຄົນ, ທ່ານ ເຈີນຊວ່ນທູ ເປັນຫົວໜ້າຄະນະ ແລະ ຂ້າພະເຈົ້າເປັນຮອງຄະນະ. ສະມາຊິກ 4 ຄົນທີ່ຍັງເຫຼືອແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ກ່ອນການອອກເດີນທາງ, ພວກຂ້າພະເຈົ້າເປັນກຽດໄດ້ໄປຢ້ຽມຢາມ ທ່ານພົນເອກ ຫວໍຫງວຽນຢາບ ຢູ່ເຮືອນ. ທ່ານພົນເອກ ຫວໍຫງວຽນຢາບ ໄດ້ຕ້ອນຮັບຄະນະ ແລະ ສະແດງຄວາມເຫັນອົກເຫັນໃຈຕໍ່ຄວາມເຈັບປວດທາງຮ່າງກາຍ ແລະ ຈິດໃຈຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຫຼາຍປີຜ່ານມາ. ທ່ານພົນເອກ ຫວໍຫງວຽນຢາບ ສັ່ງໄວ້ວ່າ, ຄວາມເປັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນອາເມລິກາ ແມ່ນຊັບສົມບັດອັນລ້ຳຄ່າ, ຄະນະຄວນຍາດແຍ່ງຮັບເອົານ້ຳໃຈມິດຕະພາບ, ການສະໜັບສະໜູນຈາກເພື່ອນມິດປະຊາຊົນອາເມລິກາ.

ສິ່ງໃດທີ່ປະທັບໃຈທີ່ສຸດສຳລັບທ່ານ ໃນການເດີນທາງນີ້?

ໃນໄລຍະຢູ່ສະຫະລັດອາເມລິກາ, ຄະນະຜູ້ແທນໄດ້ໄປ San Francisco, New York, Washington DC, Chicago, Los Angeles ... ເພື່ອໃຫ້ສຳພາດຕໍ່ບັນດາໜັງສືພິມ, ສະຖານີວິທະຍຸ, ໂທລະພາບ, ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ, ພົບປະກັບບັນດາສະມາຊິກລັດຖະສະພາ, ຜູ້ຊ່ຽວຊານດ້ານສາທາລະນະສຸກ, ນັກກົດໝາຍ, ນັກຮົບເກົ່າ, ນັກເຄື່ອນໄຫວເພື່ອສັນຕິພາບ, ປັນຍາຊົນ, ນັກສຶກສາ...

ຄະນະ ໄດ້ສະເໜີຜົນສະທ້ອນອັນໜັກໜ່ວງ, ຍາວນານຕໍ່ຫລາຍລຸ້ນຄົນ ທີ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕ້ອງທົນທຸກ ແລະ ລະດົມຄວາມຄິດເຫັນຂອງປະຊາຊົນອາເມລິກາ ເພື່ອສືບຕໍ່ສະໜັບສະໜູນການຮ້ອງຟ້ອງ ບໍລິສັດເຄມີອາເມລິກາຜະລິດສານພິດສີສົ້ມ - ດີໂອຊິນ ສະໜອງໃຫ້ທະຫານອາເມລິກາ ນຳໃຊ້ໃນສົງຄາມ ທີ່ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (VAVA) ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊິນຫວຽດນາມ ກຳລັງເດີນໜ້າຮ້ອງຟ້ອງ. ໃນການພົບປະ, ມີຊາວອາເມລິກາ ຫຼາຍຄົນ ບໍ່ສາມາດເຊື່ອໄດ້ວ່າ ປະຊາຊົນຫວຽດນາມ ກວ່າ 3 ລ້ານຄົນທີ່ເປັນຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊິນ ຍັງປະສົບກັບພະຍາດຫຼາຍຢ່າງທີ່ເຈັບປວດ ໃນສະພາບການດຳລົງຊີວິດທີ່ຫຍຸ້ງຍາກທີ່ສຸດ.

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ

ທ່ານ ຮວ່າງກົງຖູຍ ເຄີຍເປັນຮອງຫົວໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ ຫວຽດນາມ ທີ່ໄດ້ໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການດຳເນີນຄະດີທີ່ສານອຸທອນ ນິວຢອກ ໃນປີ 2007.

ປະຊາຊົນສ່ວນຫຼາຍທີ່ກໍ່ສະແດງຄວາມເຫັນອົກເຫັນໃຈ ແລະ ລ້ວນແຕ່ເປັນໃຈນຳ, ສະໜັບສະໜູນການຟ້ອງຮ້ອງ, ຮຽກຮ້ອງໃຫ້ບັນດາບໍລິສັດອາເມລິກາ ມີຄວາມຮັບຜິດຊອບດ້ານສິນທຳ ຕໍ່ສິ່ງທີ່ກໍ່ໃຫ້ເກີດຕໍ່ມະນຸດ, ນິເວດວິທະຍາ ແລະ ສິ່ງແວດລ້ອມຂອງຫວຽດນາມ. ຕື້ນຕັນໃຈທີ່ສຸດແມ່ນການພົບປະກັບນັກຮົບເກົ່າອາເມລິກາ ທີ່ເຄີຍສູ້ຮົບຢູ່ຫວຽດນາມ. ຫຼາຍຄົນໃນນັ້ນແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ. ນັກຮົບເກົ່າອາເມລິກາຫຼາຍຄົນ ຍັງມີລູກທີ່ພິການທີ່ມາແຕ່ກຳເນີດ ຄືກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຫວຽດນາມ. ນັກຮົບເກົ່າອາເມລິກາຫຼາຍຄົນ ໄດ້ສະແດງຄວາມສະເທືອນໃຈ ແລະ ຂໍອະໄພໃນສິ່ງທີ່ພວກເຂົາໄດ້ເຮັດຢູ່ຫວຽດນາມ. ບັນດາຜູ້ທີ່ເຄີຍປະເຊີນ​ໜ້າຕໍ່ສູ້ກັນໃນສະໜາມຮົບ, ມື້ນີ້ ມີໂອກາດຕໍ່ສູ້ຮ່ວມກັນເພື່ອຄວາມຍຸດຕິທຳສຳລັບທັງສອງຝ່າຍ.

ຄະນະ ຍັງໄດ້ໄປຢ້ຽມຢາມໂຮງງານຜະລິດສານເຄມີຂອງອາເມລິກາ 2 ແຫ່ງຄື Dow Chemical ແລະ Monsanto. ເມື່ອພົບປະກັບປະຊາຊົນທ້ອງຖິ່ນທີ່ອາໄສຢູ່ອ້ອມໂຮງງານທັງສອງແຫ່ງນີ້, ພວກເຂົາທຸກຄົນກ່າວວ່າ ໃນຫລາຍປີຜ່ານມາພວກເຂົາໄດ້ຄັດຄ້ານຢ່າງຕໍ່ເນື່ອງ ກ່ຽວກັບສິ່ງເສດເຫຼືອ ແລະ ມົນລະພິດທີ່ເກີດຈາກໂຮງງານທັງສອງແຫ່ງນີ້.

ທັງໝົດຄະນະໄດ້ເຂົ້າຮ່ວມວາລະພິພາກສາຂອງສານ ເພື່ອໃຫ້ສານ ແລະ ຜູ້ເຂົ້າຮ່ວມ ສາມາດເຫັນປະຈັກຕາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນປາງສົງຄາມຫວຽດນາມຢ່າງເຕັມສ່ວນ.

ເຖິງແມ່ນວ່າ ສານອາເມລິກາ ໄດ້ປະຕິເສດຕໍ່ການອຸທອນ, ແຕ່ການເດີນທາງຂອງຄະນະໃນເວລານັ້ນ ແລະ ການເດີນທາງຕໍ່ມາໄດ້ປະກອບສ່ວນໃຫ້ປະຊາຊົນອາເມລິກາ ເຂົ້າໃຈຕື່ມກ່ຽວກັບຄວາມເຈັບປວດຂອງຜູ້ປະສົບເຄາະຮ້າຍຈາກທາດພິດສົ້ມຫວຽດນາມ, ຍາດໄດ້ຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແລະ ບັນດາສະມາຊິກລັດຖະສະພາທີ່ກ້າວໜ້າ ອາເມລິກາ ສຳລັບການຟ້ອງຮ້ອງ ແລະ ປຸກລຸກຈິດໃຈ ແລະ ຄວາມຮັບຜິດຊອບທາງສິນທຳຕໍ່ຜົນສະທ້ອນຂອງສົງຄາມ ທີ່ພວກເຂົາໄດ້ສ້າງຂຶ້ນ.

ຫລັງຈາກກັບຄືນປະເທດຫວຽດນາມ ແລະ ໄດ້ເປັນເອກອັກຄະລັດຖະທູດຫວຽດນາມ ປະຈຳປານາມາ ພ້ອມທັງ Costa Rica, ທ່ານໄດ້ສືບຕໍ່ເຮັດຫຍັງແດ່ ໃນການຕໍ່ສູ້ເພື່ອຄວາມຍຸດຕິທຳສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ?

ຂ້າພະເຈົ້າສືບຕໍ່ຮຽກຮ້ອງການສະໜັບສະໜູນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ຢູ່ປະເທດປານາມາ ແລະ ຢູ່ປະເທດ Costa Rica. ຂ້າພະເຈົ້າໄດ້ພົວພັນກັບປະຊາຊົນຫຼາຍຄົນ ແລະ ອຳນາດການປົກຄອງປານາມາ, ຈາກອະດີດປະທານາທິບໍດີ, ນັກການເມືອງ, ອົງການບໍ່ຂຶ້ນກັບລັດຖະບານ, ຄົນລຸ້ນໜຸ່ມ ແລະ ຊາວຫວຽດນາມຢູ່ຕ່າງປະເທດ. ຂ້າພະເຈົ້າໄດ້ໂອ້ລົມ ແລະ ສະແດງຮູບເງົາທີ່ສະແດງໃຫ້ເຫັນຜົນກະທົບຂອງທາດພິດສີສົ້ມຢູ່ຫວຽດນາມ ຢູ່ທີ່ກະຊວງການຕ່າງປະເທດ, ມະຫາວິທະຍາໄລຫລາຍແຫ່ງຂອງປານາມາ ແລະ ຢູ່ປະເທດ Costa Rica. ຜ່ານການຂົນຂວາຍ, ບັນດາເພື່ອນມີດ ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ

ທ່ານນາງ Maggie Brooks (Costa Rica) ໃນເວລາເກືອບສິບປີ, ທ່ານນາງ ແລະ ໝູ່ເພື່ອນ ໄດ້ບໍລິຈາກເງິນເພື່ອກໍ່ສ້າງເຮືອນສາຍໄຍແຫ່ງຮັກ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບາງທ້ອງຖິ່ນ.

ຂ້າພະເຈົ້າຍັງໄດ້ນຳພາຄະນະຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໄປຢ້ຽມຢາມ ແລະ ຂົນຂວາຍຢູ່ປະເທດ ປານາມາ ແລະ Costa Rica, ພ້ອມກັນນັ້ນ ກໍ່ໄດ້ມອບຫຼຽນກາທີ່ລະນຶກ "ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ" ໃຫ້ບັນດາຜູ້ທີ່ເຂົ້າຮ່ວມການເຄື່ອນໄຫວສະໜັບສະໜູນຢ່າງຕັ້ງໜ້າ...

ໂດຍສະເພາະ, ທ່ານນາງ Maggie Brooks (Costa Rica) ໃນເວລາເກືອບສິບປີ, ທ່ານນາງ ແລະ ໝູ່ເພື່ອນ ໄດ້ບໍລິຈາກເງິນເພື່ອກໍ່ສ້າງເຮືອນສາຍໄຍແຫ່ງຮັກ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບາງທ້ອງຖິ່ນ. ຄວາມພະຍາຍາມຂອງທ່າມນາງ ໄດ້ຮັບການຕີລາຄາສູງຈາກລັດຖະບານ ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ທ່ານໄດ້ຕິດຕາມ ແລະ ມີຄວາມຄິດແນວໃດກ່ຽວກັບການຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ຕໍ່ບໍລິສັດເຄມີຂອງສະຫະລັດອາເມລິກາ?

ຂ້າພະເຈົ້າໄດ້ສືບຕໍ່ຕິດຕາມການຮ້ອງຟ້ອງຂອງນາງ ເຈີນໂຕຫງ່າ ຕໍ່ບໍລິສັດເຄມີຂອງສະຫະລັດອາເມລິກາ. ເປັນໜ້າເສຍດາຍທີ່ສານ Envy ຂອງຝຣັ່ງ ຖະແຫຼງວ່າ ບໍ່ມີອຳນາດພຽງພໍໃນການດຳເນີນຄະດີດັ່ງກ່າວ. ເປັນອີກເທື່ອໜຶ່ງ ທີ່ຄວາມຍຸດຕິທຳຍັງບໍ່ໄດ້ຮັບການປະຕິບັດຕໍ່ກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ຄຳຕັດສິນຂອງສານ Evry ຍັງບໍ່ມີລັກສະນະໃຫ້ເຊື່ອໝັ້ນ ເມື່ອຄວາມຈິງທີ່ວ່າ ບັນດາບໍລິສັດຜະລິດສານເຄມີຂອງອາເມລິກາ ໄດ້ຜະລິດ ແລະ ສະໜອງທາດພິດສີສົ້ມປະມານ 80 ລ້ານລິດ ເພື່ອໃຫ້ທະຫານອາເມລິກາ ຫວ່ານລົງຢູ່ພາກໃຕ້ຫວຽດນາມ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ, ລະບົບນິເວດວິທະຍາ ແລະ ປະຊາຊົນຫວຽດນາມ.

ຂ້າພະເຈົ້າ ຍັງເຊື່ອວ່າຄວາມຍຸຕິທຳຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ຕາມທ່ານແລ້ວ, ທ່ານຄິດວ່າຕ້ອງການເຮັດຫຍັງໃນອະນາຄົດ?

ຫວຽດນາມ ແລະ ອາເມລິກາ ໄດ້ມີການຫັນການພົວພັນເປັນປົກກະຕິ ແລະ ພວມສ້າງການພົວພັນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນພື້ນຖານເພື່ອໃຫ້ສອງຝ່າຍປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ເປັນພື້ນຖານ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຂອງສົງຄາມ, ໃນນັ້ນມີບັນຫາທາດພິດສີສົ້ມ.

ຄຽງຄູ່ກັບການສືບຕໍ່ດຳເນີນການຮ້ອງຟ້ອງນັ້ນ ກໍ່ຕ້ອງສືບຕໍ່ເສີມຂະຫຍາຍຊຸກຍູ້ການສະໜັບສະໜູນ ຂອງຫາງສຽງສາກົນຕໍ່ຫວຽດນາມ. ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ແລະ ລັດຖະບານອາເມລິກາ ຍົກສູງຄວາມເຂົ້າໃຈ, ຄວາມຮັບຜິດຊອບດ້ານສິນທຳ ແລະ ຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຂໍຂອບໃຈທ່ານສຳລັບການສົນທະນານີ້!

ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.

ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.

ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"

ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.