ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ

15:56 | 24/04/2021

ຍສໝ - ຄະນະກຳມະການແຫ່ງຊາດເພື່ອເດັກນ້ອຍ ຫາກໍ່ອອກໜັງສືທາງການສະບັບເລກທີ 01 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການລ່ວງລະເມີດຂອງເດັກ ແລະ ການຈົມນ້ຳ.

ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ
ສະ​ມາ​ຄົມ ຫວຽດ​ນາມ - ກາ​ນາ​ດາ ອຸ​ປະ​ຖ​ຳ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ​​ຈາ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ເດັກ​ນ້ອຍ​ຮ່າ​ໂນ້ຍ ສະ​ມາ​ຄົມ ຫວຽດ​ນາມ - ກາ​ນາ​ດາ ອຸ​ປະ​ຖ​ຳ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ​​ຈາ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ເດັກ​ນ້ອຍ​ຮ່າ​ໂນ້ຍ

ໂທລະເລກໄດ້ລະບຸວ່າ, ເມື່ອບໍ່ດົນມານີ້, ຢູ່ບາງທ້ອງຖິ່ນ ໄດ້ເກີດມີກໍລະນີຈົມນ້ຳຢ່າງເສົ້າສະຫລົດໃຈເຊິ່ງ ເຮັດໃຫ້ເດັກນ້ອຍເສຍຊີວິດ (ຢູ່ແຂວງແຂັງຫ່ວາ, ຟູເຖາະ…). ສະຖານະການຂອງການລ່ວງລະເມີດທາງເພດຕັນຫາສຳຫຼັບເດັກ ແມ່ນສັບສົນ ແລະ ຮ້າຍແຮງ, ໃນນັ້ນມີຜູ້ເຄາະຮ້າຍທີ່ເປັນອາຍຸນ້ອຍ.

ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ
ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ. (ພາບປະກອບ: VTV)

ຄະນະກຳມະການແຫ່ງຊາດເພື່ອເດັກນ້ອຍ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາເມືອງ ແລະ ແຂວງທີ່ຂຶ້ນກັບສູນກາງ ລົງຊີ້ນຳອຳນາດການປົກຄອງທ້ອງຖິ່ນ ແລະ ແຂວງທີ່ກ່ຽວຂ້ອງ ໃນການດຳເນີນການດັ່ງຕໍ່ໄປນີ້, ເຊັ່ນ:

ທີໜຶ່ງ, ເພີ່ມທະວີວຽກງານປົກປ້ອງເດັກນ້ອຍ, ປະຕິບັດມະຕິເລກທີ 121/20 /ສພຊ ທີ່ລົງວັນທີ 19 ມິຖຸນາ 2020 ວ່າດ້ວຍ ການສືບຕໍ່ເສີມຂະຫຍາຍປະສິດທິຜົນ ແລະ ຜົນສັກສິດຂອງການປະຕິບັດນະໂຍບາຍ ແລະ ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການລ່ວງລະເມີດເດັກ ແລະ ຄຳສັ່ງເລກທີ 23 / CT-TTg ລົງວັນທີ 26 ພຶດສະພາ 2020 ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີມາດຕະການຮັບປະກັນການຈັດຕັ້ງປະຕິບັດສິດທິ ແລະ ການປົກປ້ອງເດັກນ້ອຍ.

ທິສອງ, ຮັບເອົາ ແລະ ແກ້ໄຂຄະດີການລ່ວງລະເມີດເດັກຢ່າງວ່ອງໄວ; ເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການ ໃນການຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຕ້ານການຈົມນ້ຳສຳຫຼັບເດັກນ້ອຍ ໃນທຸກລະດັບ; ປຸກລະດົມການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນການກວດ, ຕິດຕາມ ແລະ ເຕືອນພາກພື້ນທີ່ມີຄວາມສ່ຽງທີ່ຈະພາໃຫ້ເດັກນ້ອຍຈົມນ້ຳ.

ທິສາມ, ສົ່ງເສີມການໂຄສະນາ ແລະ ເຜີຍແຜ່ລະບຽບກົດໝາຍກ່ຽວກັບການປົກປ້ອງເດັກ, ແນະນຳຄວາມຮູ້, ຄວາມສາມາດໃນການກວດສອບ ແລະ ປະຕິເສດການກະທຳທີ່ລ່ວງລະເມີດເດັກ ໃຫ້ແກ່ພໍ່ແມ່, ຜູ້ເບິ່ງແຍງ, ຄອບຄົວ, ຊຸມຊົນ; ຕິດຕາມກວດກາ ແລະ ເບິ່ງແຍງເດັກນ້ອຍ, ໂດຍສະເພາະແມ່ນເດັກນ້ອຍ.

ລາຍງານຜົນການຈັດຕັ້ງປະຕິບັດ ຕໍ່ຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ຜ່ານກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ກ່ອນວັນທີ 31 ພຶດສະພາ 2021 ເພື່ອສັງລວມ ແລະ ລາຍງານຕໍ່ສະພາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ກຳມະການຄະນະກຳມະການແຫ່ງຊາດເພື່ອເດັກນ້ອຍ.

ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ

ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42%.

ເດັກຍິງໄວໜຸ່ມ ສອງແຂວງພາກເໜືອ ໄດ້ຮັບການສົ່ງເສີມດ້ານສຸຂະພາບ-ໂພຊະນາການ ເດັກຍິງໄວໜຸ່ມ ສອງແຂວງພາກເໜືອ ໄດ້ຮັບການສົ່ງເສີມດ້ານສຸຂະພາບ-ໂພຊະນາການ

ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນ ຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະ ເໝີພາບໃນດ້ານຕ່າງໆ.

UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ

ຍ​ສ​ໝ - ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າUNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.