ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ

09:10 | 30/03/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ແຂວງຫາຍຟ່ອງ, ຫ້ອງການປະຈຳກ່ຽວກັບສິດທິມະນຸດຂອງລັດຖະບານ ໄດ້ຈັດກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ".

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19
ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່

ກອງປະຊຸມສຳມະນາດັ່ງກ່າວ ໄດ້ຈັດຂຶ້ນໃນຕົ້ນປີ 2021 ແມ່ນຂີດໝາຍແຫ່ງການເລີ່ມຕົ້ນປີໃໝ່ດ້ວຍສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງໃນການປົກປ້ອງ ແລະ ຮັບປະກັນສິດທິມະນຸດຢູ່ຫວຽດນາມ. ຕາມຕົວເລກສະຖິຕິຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫວຽດນາມ ມີຄົນງານຈຳນວນຫຼາຍກວ່າ 1 ລ້ານຄົນທີ່ເຮັດວຽກຢູ່ຕ່າງປະເທດ. ຜູ້ແຮງງານທີ່ເຮັດວຽກຢູ່ຕ່າງປະເທດຕາມກຳນົດເວລາ ທີ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ການຝຶກອົບຮົມວິຊາຊີບ, ເພີ່ມລາຍໄດ້, ຫຼຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງຄົນງານໃຫ້ດີຂຶ້ນ.

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ
ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ.

ເຖິງຢ່າງໃດກໍ່ຕາມ, ນອກເໜືອຈາກຂໍ້ໄດ້ປຽບ, ມັນຍັງມີສະພາບການຕົວຈິງຂອງແຮງງານຫວຽດນາມທີ່ຫຼົບໜີ, ລະເມີດສັນຍາ, ລະເມີດກົດໝາຍໃນປະເທດປະຈຳຖິ່ນ, ສະຖານະການຂອງຜູ້ແຮງງານເຄື່ອນຍ້າຍຜິດກົດໝາຍ, ຜູ້ແຮງງານຖືກລະເມີດສິດທິຕ່າງໆໃນປະເທດປະຈຳຖິ່ນ ແລະ ໂດຍສະເພາະແມ່ນຄະດີອາຍາທີ່ສວຍໃຊ້ແຮງງານເຄື່ອນອົບພະຍົບ ເພື່ອກະທຳຜິດໃນການຄ້າມະນຸດ.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານປະລິນຍາເອກ ຫງວຽນວັນກິ້ - ຮອງຫົວໜ້າຫ້ອງການສິດທິມະນຸດ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການປະເມີນຄວາມເປັນເອກະພາບ ແລະ ການຊີ້ແຈ້ງກ່ຽວກັບ 5 ບັນຫາພື້ນຖານ, ຄື:

ໜຶ່ງແມ່ນ: ສິດພື້ນຖານຂອງຜູ້ອອກແຮງງານພາຍໃຕ້ກົດໝາຍສາກົນ ແລະ ຄວາມຮັບຜິດຊອບຂອງທຸກຝ່າຍ ເພື່ອຮັບປະກັນສິດຂອງແຮງງານອົບພະຍົບ.

ທີສອງແມ່ນ: ການປະເມີນສະພາບການຕົວຈິງຂອງແຮງງານອົບພະຍົບຫວຽດນາມ, ການໃຊ້ສິດທິຂອງເຂົາເຈົ້າ ແລະ ຄວາມສ່ຽງທີ່ເຂົາເຈົ້າປະເຊີນ, ສິ່ງທ້າທາຍໃນການຮັບປະກັນສິດທິຂອງແຮງງານອົບພະຍົບຢູ່ຕ່າງປະເທດ.

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ
ທ່ານປະລິນຍາເອກ ຫງວຽນວັນກິ້ - ຮອງຫົວໜ້າຫ້ອງການສິດທິມະນຸດ ກ່າວຄຳປາໄສທີ່ກອງປະຊຸມ.

ທີສາມ: ຊີ້ແຈ້ງສະພາບການປົກປ້ອງສິດຂອງແຮງງານອົບພະຍົບຫວຽດນາມ, ໂດຍສະເພາະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ທີ່ຖືກລະເມີດສິດໃນປະເທດປະຈຳຖິ່ນ.

ທີສີ່: ກະຈ່າງແຈ້ງບົດບາດຂອງສື່ມວນຊົນ ໃນການປະກອບສ່ວນຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ.

ພິເສດ, ກອງປະຊຸມຈະສະເໜີບັນດາຂໍ້ສະເໜີແນະ ແລະ ວິທີການແກ້ໄຂເພື່ອຍົກສູງປະສິດທິຜົນຂອງການຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ, ການປ້ອງກັນ ແລະ ຕ້ານໄພແຮງງານອົບພະຍົບຢູ່ຕ່າງປະເທດທີ່ຜິດກົດໝາຍ, ການຫຼອກລວງແຮງງານອົບພະຍົບໄປເຮັດວຽກຢູ່ຕ່າງປະເທດ.

ທີ່ກອງປະຊຸມສຳມະນາ, ນອກຈາກຫົວຂໍ້ວ່າ “ຮັບປະກັນສິດຂອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ”, ບັນດາຜູ້ແທນ ກໍ່ຈະໄດ້ຮັບຂໍ້ມູນຂ່າວສານຜ່ານຫົວຂໍ້ດັ່ງຕໍ່ໄປນີ້, ເຊັ່ນ: “ຮັບປະກັນສິດຂອງແຮງງານເຄື່ອນຍ້າຍຕາມມາດຕະຖານ ແລະ ຄຳແນະນຳຂອງສາກົນໃນວຽກງານປົກປ້ອງພົນລະເມືອງ ແມ່ນແຮງງານອົບພະຍົບຫວຽດນາມ”; “ຄວາມພະຍາຍາມຂອງຫວຽດນາມ ໃນການຕ້ານການຄ້າມະນຸດ ຜ່ານແຮງງານອົບພະຍົບ”; “ພາບລວມຂອງກິດຈະກຳສະໜັບສະໜູນ ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ກັບຄືນບ້ານເກີດ" ແລະ "ບົດບາດຂອງສື່ສານໃນການໂຄສະນານະໂຍບາຍຂອງລັດ ກ່ຽວກັບແຮງງານອົບພະຍົບຢູ່ຕ່າງປະເທດ ເພື່ອປະກອບສ່ວນຮັບປະກັນສິດຂອງແຮງງານຫວຽດນາມ”.

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ ຫວຽດນາມ ໄດ້ຕັ້ງໜ້າໃນການພັດທະນາຂໍ້ຕົກລົງ GCM ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງສູງໃນການຊຸກຍູ້ຄວາມຮັບຮູ້ລວມ, ໜ້າທີ່ຄວາມຮັບຜິດຊອບລວມ

ຍສໝ - ກອງປະຊຸມ ຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ (GCM) ໄດ້ດຳເນີນໃນຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ.

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ ຫວຽດນາມ - ລາວ ແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຊາຍແດນຂອງສອງປະເທດ

ມາຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີຜົນສຳເລັດຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງສອງປະເທດ.

ກອງປະຊ ມສຳມະນາ ຮ ບປະກ ນສ ດຂອງແຮງງານອ ບພະຍ ບຫວຽດນາມ ແກ ໄຂ 5 ບ ນຫາຈ ດໜ ກ ເພີ່ມທະວີຄວາມມານະພະຍາຍາມຮັບປະກັນຄວາມປອດໄພໃຫ້ແຮງງານອົບພະຍົບ

ອົງການແຮງງານສາກົນ (ILO) ປະຈໍາ ຫວຽດນາມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມເພື່ອຮັບປະກັນຄວາມປອດໄພໃຫ້ແຮງງານອົບພະຍົບມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງກັບສະພາບຕົວຈິງ ແລະ ມີຄວາມສະດວກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.