ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ

16:27 | 06/05/2021

ວັນທີ 23 ພຶດສະພາ, ຢູ່ ຫວຽດນາມ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ເພື່ອຮັບປະກັນຈຳນວນ ແລະ ຄຸນນະພາບ ຂອງບັນດາຜູ້ສະໝັກຮັກເລືອກຕັ້ງ ແມ່ນຊາວຊົນເຜົ່າສ່ວນໜ້ອຍ ໃນສະພາແຫ່ງຊາດ ຊຸດທີ XV, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ ໄດ້ ແລະ ພວມສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຜູ້ສະໝັກຮັບເລືອກຕັ້ງ ໃນວິວັດການສະໝັກຮັບເລືອກຕັ້ງກໍ່ຄືເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ ໃນການຂົນຂວາຍເລືອກຕັ້ງ.

ເປີດ​ຕົວ​ສະ​ມາ​​ຄົມ​ຊາວ​ຫ໋າຍ​ຝ່ອງ ແລະ ຊາວ​ນ​ິງ​ບິ່ງ ຢູ່​ມາ​ເກົາ ເປີດ​ຕົວ​ສະ​ມາ​​ຄົມ​ຊາວ​ຫ໋າຍ​ຝ່ອງ ແລະ ຊາວ​ນ​ິງ​ບິ່ງ ຢູ່​ມາ​ເກົາ
ຊາວ​ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ (ປະ​ເທດ​ຈີນ) ພົບ​ປະ​ກັນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ ຊາວ​ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ (ປະ​ເທດ​ຈີນ) ພົບ​ປະ​ກັນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ
ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ
ທ່ານ ກ່ວາງວັນເຮືອງ, ຮອງປະທານສະພາຊົນເຜົ່າຂອງ ສະພາແຫ່ງຊາດ (ພາບ: quochoi.vn)

ນະໂຍບາຍສຳລັບເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ຖືກວາງອອກຍຸດທະສາດພັດທະນາແຫ່ງຊາດ ແລະ ຮັບປະກັນລັກສະນະເຊື່ອມໂຍງ ແລະ ພັດທະນາ, ເພາະສະນັ້ນ ໄປຄຽງຄູ່ກັບການຕອບສະໜອງ ເລື່ອງມີສະມາຊິກຊາວຊົນເຜົ່າສ່ວນໜ້ອຍຫຼາຍຄົນ ຢູ່ບັນດາຊົນເຜົ່າທີ່ແຕກຕ່າງກັນ ສິ່ງສຳຄັນທີ່ສຸດຍັງຄົງແມ່ນຮັບປະກັນຄຸນນະພາບຂອງຜູ້ແທນ. ສອງບັນຫານີ້ ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV.

ຮັບປະກັນຈຳນວນຜູ້ແທນແມ່ນຊາວເຜົ່າສ່ວນໜ້ອຍໃນສະພາແຫ່ງຊາດ ຊຸດທີ XV.

ສະພາແຫ່ງຊາດຊຸດທີ XV ໄດ້ຕັ້ງເປົ້າໝາຍມີປະມານ 18 % ສະມາຊິກສະພາແຫ່ງຊາດ ແມ່ນຊາວຊົນເຜົ່າສ່ວນໜ້ອຍ. ສະພາບການຕົວຈິງສະແດງໃຫ້ເຫັນວ່າ ນັບແຕ່ສະພາແຫ່ງຊາດຊຸດທີ I, ໃນບັນຊີລາຍຊື່ສະມາຊິກໄດ້ຮັບການເລືອກຕັ້ງມີສະມາຊິກສະພາແຫ່ງຊາດ 34 ທ່ານ ເປັນຊາວຊົນເຜົ່າສ່ວນໜ້ອຍ. ຕົວເລກນີ້ໄດ້ເພີ່ມຂຶ້ນຜ່ານແຕ່ລະຊຸດຂອງສະພາແຫ່ງຊາດ. ສະພາແຫ່ງຊາດຊຸດທີ II ມີ ສະມາຊິກສະພາແຫ່ງຊາດ ແມ່ນຊາວຊົນເຜົ່າສ່ວນໜ້ອຍ ຈຳນວນ56 ທ່ານ, ສະພາແຫ່ງຊາດຊຸດທີ III ແມ່ນ 60 ທ່ານ, ສະພາແຫ່ງຊາດຊຸດທີ IV ແມ່ນ 73 ທ່ານ… ຕະຫຼອດຮອດສະພາແຫ່ງຊາດຊຸດທີ XIV ມີສະມາຊິກສະພາແຫ່ງຊາດ 86 ທ່ານແມ່ນຊາວຊົນເຜົ່າສ່ວນໜ້ອຍ.

ອັດຕາສະມາຊິກສະພາແຫ່ງຊາດ ຊາວຊົນເຜົ່າສ່ວນໜ້ອຍ ສືບຕໍ່ໄດ້ຮັບຄວາມສົນໃຈ ໃນການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XV ເພື່ອແນໃສ່ຮັບປະກັບຄວາມສະເໝີພາບ ລະຫວ່າງບັນດາເຜົ່າ. ອີກເປົ້າໝາຍໜຶ່ງນັ້ນໄດ້ຍົກອອກມາໃນ ໂຄງປະກອບສະມາຊິກສະພາແຫ່ງຊາດ ແມ່ນຊາວເຜົ່າສ່ວນໜ້ອຍ ໃນອາຍຸການ XV ຂອງສະພາແຫ່ງຊາດ ນັ້ນແມ່ນ ສູ້ຊົນມີຜູ້ຕາງໜ້າຂອງ 4 ຊົນເຜົ່າສ່ວນໜ້ອຍທີ່ຍັງບໍ່ມີຜູ້ຕາງໜ້າໃນສະພາແຫ່ງຊາດຊຸດທີ 14 ແມ່ນບັນດາຊົນເຜົ່າຄື: ເອີດູ, ເຣິມັມ, ລື້, ງ໊າຍ. ທ່ານ ກ່ວາງວັນເຮືອງ, ຮອງປະທານສະພາຊົນເຜົ່າຂອງ ສະພາແຫ່ງຊາດ ໄດ້ປະກອບຄຳເຫັນວ່າ:

ອັດຕາ 18% ສະມາຊິກສະພາແຫ່ງຊາດ ແມ່ນຊາວເຜົ່າສ່ວນໜ້ອຍ ເມື່ອທຽບໃສ່ກັບເກືອບ 15% ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍໃນວົງຄະນະຍາດບັນດາເຜົ່າ ຫວຽດນາມ ສະແດງໃຫ້ເປັນຄວາມເອົາໃຈໃສ່ຂອງ ພັກ, ລັດ ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ເພື່ອເຮັດໃຫ້ແນວໃດມີຜູ້ແທນປະຊາຄົມບັນດາເຜົ່າຫວຽດນາມ ໃນສະພາແຫ່ງຊາດ. ພວກເຮົາອາດເຫັນໄດ້ວ່າ ຖ້າມີການກະກຽມຢ່າງລະອຽດກ່ຽວກັບບຸກຄະລາກອນ ໃຫ້ແກ່ການວາງແຜນກຳນົດ ແລະ ເລືອກເອົາໄດ້ບັນດາຜູ້ສະໝັກຮັກເລືອກຕັ້ງທີ່ດີເດັ່ນ ຢ່າງແທ້ຈິງ. ເມື່ອນຳມາປ່ອນບັດເລືອກຕັ້ງ ຈະໄດ້ຮັບຄວາມເຊື່ອໝັ້ນຈາກ ຜູ້ມີສິດເລືອກຕັ້ງ.

ເອົາໃຈໃສ່ເຖິງຄຸນນະພາບ

ການເລືອກຕັ້ງບັນດາສະມາຊິກສະພາແຫ່ງຊາດແມ່ນຊາວເຜົ່າສ່ວນໜ້ອຍທີ່ມີຄວາມເກັ່ງກ້າສາມາດ, ສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບຢ່າງແທ້ຈິງ ຈະປະກອບສ່ວນເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຊົນເຜົ່າຂອງພັກ, ລັດ. ຕາມທ່ານ ຫງວຽນເລິມແທັງ ຮອງປະທານສະພາຊົນເຜົ່າແລ້ວ, ເພື່ອຍົກສູງຄຸນນະພາບຂອງຜູ້ແທນ, ຕ້ອງສ້າງສະພາບແວດລ້ອມແຫ່ງຄວາມສະດວກ ເພື່ອຊ່ວຍໃຫ້ຜູ້ສະໝັກຮັບເລືອກຕັ້ງ ສະແດງການກະທຳຂອງຕົນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງ. ເມື່ອທ້າຍເດືອນເມສາທີ່ຜ່ານມາ, ຢູ່ນະຄອນດ່ານັ້ງ, ສະພາຊົນເຜົ່າຂອງ ສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົບທັກສະຂົນຂວາຍເລືອກຕັ້ງ ໃຫ້ແກ່ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນຊາວເຜົ່າສ່ວນໜ້ອຍ ເຂົ້າຮ່ວມອອກສະໝັກຮັບເລືອກຕັ້ງຄັ້ງທຳອິດ. ບັນດາຜູ້ສະໝັກຮັບເລືອກຕັ້ງ ແມ່ນຊາວເຜົ່າສ່ວນໜ້ອຍ, ມາຈາກບັນດາແຂວງ, ນະຄອນທາງພາກໃຕ້ ແລະ ພາກກາງ - ໄຕງວຽນ ເຂົ້າຮ່ວມເຫດການນີ້.

ແບ່ງປັນທັດສະນະກ່ຽວກັບການເລືອກເອົາຜູ້ແທນຊາວເຜົ່າສ່ວນໜ້ອຍເຂົ້າຮ່ວມສະພາແຫ່ງຊາດ ຊຸດທີ XV, ທ່ານນາງ ຮ່ວາງທິແຮັ້ງ ຮອງລັດຖະມົນຕີ, ຮອງຫົວໜ້າກຳມະທິການຊົນເຜົ່າ ຖືວ່າ ນອກຈາກການບຳລຸງສ້າງໃຫ້ແກ່ສະມາຊິກສະພາແຫ່ງຊາດຢູ່ບັນດາຂົງເຂດທີ່ແຕກຕ່າງກັນ ເປັນປະຈຳນັ້ນ ກໍ່ຍັງຕ້ອງຊ່ວຍໃຫ້ເຂົາເຈົ້າມີທັກສະວິທີການຕິດຕາມກວດກາສະພາບການຕົວຈິງຢ່າງຄົບຖ້ວນກ່ວາອີກ, ຖືກຕ້ອງຕາມບັນດາເນື້ອໃນທີ່ຈຳເປັນຕ້ອງບັນລຸໄດ້ໃນບັນດາຂົງເຂດທີ່ແຕກຕ່າງກັນ ຍ້ອນວ່າ ການຕິດຕາມກວດກາຂອງ ບັນດາຜູ້ແທນຊາວເຜົ່າສ່ວນໜ້ອຍແມ່ນຮວບຮ່ວມໄດ້ບັນດາຄວາມຕ້ອງການຢ່າງແທ້ຈິງ ແລະ ບັນດາການປ່ຽນແປງທີ່ຈຳເປັນເພື່ອພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານນາງ ຮ່ວາງທິແຮັ້ງ ຮອງຫົວໜ້າກຳມາທິການ ຊົນເຜົ່າໃຫ້ຮູ້ວ່າ:

ລື່ອງສັງເກດໄດ້ຢ່າງຄົບຖ້ວນ, ຊັດເຈັນສຳລັບບັນດາບຸກຄົນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມ ແມ່ນຈຳເປັນທີ່ສຸດ. ທີ 2 ແມ່ນຕ້ອງມີສະພາບແວດລ້ອມ ເພື່ອໃຫ້ຜູ້ແທນສະແດງໄດ້ຕົນເອງ, ສະແດງຄຳເວົ້າ, ຄວາມມຸ່ງມາດປາດຖະໜາ, ການກະທຳຂອງຕົນ.

ສະມາຊິກສະພາແຫ່ງຊາດບໍ່ພຽງແຕ່ແມ່ນຜູ້ຕາງໜ້າໃຫ້ຊົນເຜົ່າໜຶ່ງເທົ່ານັ້ນ, ຫາກຍັງແມ່ນຜູ້ຕາງໜ້າໃຫ້ແກ່ຜູ້ມີສິດເລືອກຕັ້ງໃນທົ່ວປະເທດອີກດ້ວຍ. ສະພາແຫ່ງຊາດບໍ່ພຽງແຕ່ເຂົ້າຮ່ວມຕັດສິນນະໂຍບາຍຂອງຊົນເຜົ່າເທົ່ານັ້ນ ຫາກຍັງຕັດສິນທຸກໆບັນຫາສຳຄັນຂອງປະເທດຊາດອີກດ້ວຍ. ເພາະສະນັ້ນ ການສ້າງເງື່ອນໄຂສະດວກ ເພື່ອໃຫ້ຜູ້ແທນຊາວເຜົ່າສ່ວນໜ້ອຍເຂົ້າຮ່ວມສະພາແຫ່ງຊາດ, ຮັບປະກັນໂຄງປະກອບ ແລະ ຄຸນນະພາບ ຈະປະກອບສ່ວນເຂົ້າການສ້າງນະໂຍບາຍທີ່ເໝາະສົມ ແລະ ແທດຈິງ, ສ້າງກຳລັງໜູນພັດທະນາເສດຖະກິດສັງຄົມຂອງແຕ່ລະເຂດເວົ້າສະເພາະ ແລະ ຂອງທົ່ວປະເທດເວົ້າລວມ.

ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ

ງານວາງສະແດງຄັ້ງນີ້ ຊ່ວຍໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະ ຜູ້ມາຊົມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ພ້ອມທັງກຳແໜ້ນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ.

ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ

ການເລືອກຕັ້ງທີ່ດຳເນີນໄວກວ່າກຳນົດ ຖືກຈັດຂຶ້ນຢູ່ 5 ເຂດເລືອກຕັ້ງ ໃນນະຄອນ ຫວູງເຕົາ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

vovworld.vn

ເຫດການ
302 Found

Found

The document has moved here.