ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ

16:38 | 02/06/2021

ຍສໝ - ສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ອົດສະຕາລີ (VAA) ຢູ່ລັດ New South Wales ຫາກໍ່ຈັດການພົບປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຂອງສະມາຄົມ ຄົບຮອບ 1 ປີ; ຂາຍປະມູນຮູບແຕ້ມ ແລະ ລະດົມເງິນໄດ້ຫຼາຍກ່ວາ 110 ລ້ານດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ເພື່ອຊ່ວຍເຫລືອແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດຂ້າມຊາຍແດນ.

ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ

ເຂົ້າຮ່ວມເຫດການດັ່ງກ່າວມີຫຼາຍກວ່າ 130 ສະມາຊິກ VAA ພ້ອມດ້ວຍຄອບຄົວ, ໝູ່ເພື່ອນຂອງອະດີດນັກສຶກສາຫວຽດນາມ ພ້ອມສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຕົວເມືອງ Sydney ແລະ ເຂດອ້ອມຂ້າງ.

ທີ່ການພົບປະ, ທ່ານຮອງປະທານສະມາຄົມ VAA ໂຮ່ມິນຢາງ ໄດ້ກ່າວຫວນຄືນ ບັນດາການເຄື່ອນໄຫວຕົ້ນຕໍຂອງສະມາຄົມ ແລະ ນັກສຶກສາຫວຽດນາມຢູ່ອົດສະຕາລີໃນປີທີ່ຜ່ານມາ.

ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ
ການຂາຍປະມູນຮູບແຕ້ມ.

ຕາມ ທ່ານ ໂຮ່ມິນຢາງ ແລ້ວ, ໃນປີທີ່ຜ່ານມາ, ບັນດາສະມາຊິກສະມາຄົມ VAA ໄດ້ມີຫຼາຍກິດຈະກຳ ແທດຈິງໃນຊຸມຊົນ ເຊັ່ນ: ບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເຂດພາກກາງ, ມອບທຶນການສຶກສາໃຫ້ເດັກນ້ອຍທຸກຍາກຢູ່ຫວຽດນາມ, ອຸປະຖຳນັກສຶກສາຫວຽດນາມ ທີ່ຖືກຕິດຄ້າງຢູ່ອົດສະຕາລີ ຍ້ອນການລະບາດຂອງ COVID-19…

ສະມາຄົມ VAA ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2020 ແລະ ມີສະຖານະພາບທາງດ້ານຫຼັກນິຕິກຳຂອງອົດສະຕາລີ, ເພື່ອເຊື່ອມຕໍ່ອະດີດນັກສຶກສາຫວຽດນາມຢູ່ອົດສະຕາລີ ໃນແຕ່ລະສະໄໝ. ສະມາຄົມ VAA ຫວັງວ່າ ຈະກາຍເປັນຂົວຕໍ່ສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ກໍ່ຄື ບັນດາປະເທດທີ່ເຂົາເຈົ້າພວມດຳລົງຊີວິດຢູ່.

ໃນໄລຍະຈະມາເຖິງ, ສະມາຄົມ VAA ຈະຄົ້ນຄ້ວາ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອເພີ່ມທະວີຄວາມສາມັກຄີລະຫວ່າງບັນດາສະມາຊິກ ແລະ ມີການປະກອບສ່ວນທີ່ມີຄວາມໝາຍໃຫ້ແກ່ຊຸມຊົນຕື່ມອີກ.

ທີ່ເຫດການດັ່ງກ່າວ, ບັນດາອະດີດນັກສຶກສາຫວຽດນາມ ແລະ ແຂກຮັບເຊີນ ໄດ້ຕອບສະໜອງຕໍ່ຂໍ້ລິເລີ່ມຂອງສະມາຄົມ VAA ໃນການບໍລິຈາກເງິນ ເພື່ອການກຸສົນ ແລະ ການຂາຍປະມູນຮູບແຕ້ມຢ່າງສຸດຈິດສຸດໃຈ ດ້ວຍຈຳນວນເງິນກວ່າ 6,307.00 ໂດລາອົດສະຕາລີ (ຫຼາຍກ່ວາ 110 ລ້ານດົ່ງ) ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ເພື່ອຊ່ວຍເຫລືອແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດຂ້າມຊາຍແດນ.

ອົດ​ສະ​ຕາ​ລີ​ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 3,5 ລ້ານ​ໂດ​ລາ​ອົດ​ສະ​ຕາ​ລີໃຫ້​ແກ່​ໂຄງ​ການ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ສ້າງ ຢູ່ ຫວຽດ​ນາມ ອົດ​ສະ​ຕາ​ລີ​ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 3,5 ລ້ານ​ໂດ​ລາ​ອົດ​ສະ​ຕາ​ລີໃຫ້​ແກ່​ໂຄງ​ການ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ສ້າງ ຢູ່ ຫວຽດ​ນາມ

ຍ​ສ​ໝ - ໂຄງ​ການ Aus4Innovation ແມ່ນ​ໂຄງ​ການ​ຮ່ວມ​ມື​ໃນ​ຂອ​ບ​ເຂດ​ຂໍ​ຕົກ​ລົງ​ການ​ພົວ​ພັນ​ຮ່ວມ​ມື​ປ່ຽນ​ແປ່ງ​ໃໝ່​ປະ​ດິດ​ຄິດ​ສ້າງ ອົດ​ສະ​ຕາ​ລີ - ຫວຽດ​ນາມ. ບ້ວງ​ເງິນ​ໜູນ​ຊ່ວຍ 3,5 ລ້ານ​ໂດ​ລາ ອົດ​ສະ​ຕາ​ລີ ໄດ້​ຍົກ​ຍອດ​ຈຳ​ນວນ​ງົບ​ປະ​ມານ​ຂອງ Aus4Innovation ຂຶ້ນ​ເຖິງ 13,45ລ້ານ​ໂດ​ລາ ອົດ​ສະ​ຕ​າ​ລີ.

ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ ແລະ ບັນ​ດາ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕ​າ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ, ພູມ​ປັນ​ຍາ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ...

ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ

ຍສໝ - ຕາມທ່ານນາງກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ໃນຕະຫຼອດ 48 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອົດສະຕາລີ ແລະ ຫວຽດນາມໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ ແລະ ປະຈຸບັນພວມພັດທະນາຢ່າງແຮງທີ່ສຸດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.