![]() |
| ພາບປະກອບ |
ກ້າວເຂົ້າສູ່ໄລຍະຝຶກແອບ ປີ 2023, ພະນັກງານ, ທະຫານທົ່ວກອງພັນໃຫຍ່ໄດ້ກຳນົດວ່າຈະປະຕິບັດການຝືກແອບການເປັນເຈົ້າອາວຸດໃໝ່ໃຫ້ເປັນຢ່າງດີ, ຮັບປະກັນດີທີ່ສຸດໃຫ້ແກ່ໜ້າທີ່ສັງເກດການ, ພົບເຫັນເປົ້າໝາຍຢູ່ທະເລ, ທາງການບິນລະດັບຕ່ຳໃນເຂດທະເລທີ່ໄດ້ຮັບການມອບໝາຍ.
ທ່ານພັນເອກ ເຈິ່ນວັນເດົາ, ຫົວໜ້າກອງພັນໃຫຍ່ ເລກທີ 251 ໃຫ້ຮູ້ວ່າ: ປີ 2023, ວຽກງານຝືກແອບຂອງກອງພັນໃຫຍ່ກຳນົດວ່າ ຈະສ້າງບາດກ້າວບຸກລະທຸຝືກແອບເປັນເຈົ້າໃນການຂຸດຄົ້ນ, ນຳໃຊ້ອະວຸດໃໝ່. ເຖິງຢ່າງໃດກໍ່ຄຕາມ, ວຽກງານຝືກແອບໄດ້ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າການສິດສອນ, ແຕ່ໝາກຜົນກ່ຽວກັບບາງເນື້ອໃນຍັງບໍ່ທັນໄດ້ສູງ. ສາຍເຫດຫຼັກແມ່ນຍ້ອນການສ້າງຫຼັກສູດ, ບົດສອນຊຸດຝືກແອບໃໝ່ ເຖິງວ່າໄດ້ນຳໃຊ້ເນຶ້ອໃນບົດສອນເອກເລັກໂຕນິກແລ້ວ, ແຕ່ເນື້ອໃນຍັງບໍ່ທັນຕິດແທດຕົວຈິງຂອງອາວຸດເຮັດໃຫ້ຜູ້ຮຽນບໍ່ສາມາດກຳແໜ້ນໄດ້ຄວາມຮູ້, ບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ຝືກແອັບເພື່ອເປັນເຈົ້າຂອງອາວຸດໂດຍໄວທີ່ສຸດ. ເພາະສະນັ້ນ, ກົມກອງໄດ້ຕັດສິນໃຈເສີມຂະຫຍາຍລັກສະນະປະດິດຄິດສ້າງ, ບຸກລະທຸໃນການກໍ່ສ້າງບັນດາຮູບແບບ, ຂໍ້ລິເລີ່ມຢ່າງສູງສຸດເພື່ອໝູນໃຊ້ເຂົ້າໃນວຽກງານຝືກແອບຢູ່ກົມກອງ.
ກອງພັນໃຫຍ່ 251 ໄດ້ປະດິດສ້າງຣາດາໃໝ່ , ຝືກແອບການນຳໃຊ້ເຄື່ອງຈັກໂດຍໄວເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ສັງເກດການ, ຕິດຕາມກວດກາ, ພົບເຫັນເປົ້າໝາຍຕາມເຂດທີ່ໄດ້ຮັບການມອບໝາຍ. ວິວັດການຝືກແອບກໍ່ແມ່ນເວລາເພື່ອໃຫ້ບັນດາປ້ອມຣາດາຄົ້ນຄ້ວາ, ຊອກຫາເພື່ອໃຫ້ມີບັນດາຂໍ້ລິເລີ່ມຮູບແບບ, ຮູບແບບຈຳລອງຮັບໃຊ້ການຝືກແອບ.
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ຫວຽດນາມ ແລະ ສິງກະໂປ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ
ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ
ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສົນທິສັນຍາຮ່າໂນ້ຍ
ທ່ານອາດຈະມັກ
ຕໍາຫຼວດທະເລ ເຂດ 4 ຕໍ່ຕ້ານການຂຸດຄົ້ນ IUU, ຍົກສູງຄວາມຮັບຮູ້ຂອງຊາວປະມົງ
ແຂວງກວາງຈິ້ ຮັດແໜ້ນການຄຸ້ມຄອງເຮືອຫາປາ, ເດັດດ່ຽວຕ້ານການຫາປາ IUU
EU ຮັບຮູ້ຄວາມຄືບໜ້າຂອງຫວຽດນາມໃນການຕ້ານການຫາປາ IUU
ເຮັ່ງຮັດດັນການສຳເລັດລະບົບຂໍ້ມູນແຫ່ງຊາດກ່ຽວກັບອາຊີບປະມົງ ກ່ອນວັນທີ 31 ທັນວາ 2025
ການພິຈາລະນາຄະດີແບບຈຳລອງກ່ຽວກັບການລະເມີດ IUU ເຕືອນຊາວປະມົງຢ່າງແຮງກ້າ
