ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ

17:13 | 03/01/2023

ຍສໝ - ນີ້​ແມ່ນ​ການ​ຢ້ຽມຢາມ​ພິ​ເສດ, ​ໄດ້​ນຳ​ເອົາ​ຂອງຂວັນ​ທີ່ລຽບ​ງ່າຍ, ​ແຕ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ກອງທັບ ​ແລະ ປະຊາຊົນ​ຢູ່​ບັນດາ​ເກາະ ​ແລະ ​ເຂດ​ຕັ້ງທັບ ໃນເມືອງ​ເກາະ ​ເຈື່ອງ​ຊາ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນປີໃໝ່ ປີເຖາະ.

ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ
ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ

ຕອນ​ບ່າຍ​ວັນ​ທີ 21 ທັນວາ, ຢູ່​ທ່າ​ກຳ​ປັ່ນ​ທະຫານ ກາມແຮັງ (​ແຂວງ​ແຄ໋ງຮ່ວາ), ກອງ​ບັນຊາ​ການ​ກອງທັບ​ເຮືອ​ເຂດ 4 ​ໄດ້​ຈັດ​ພິທີ​ອອກທັບ​, ຂົນ​ສົ່ງ​ຂອງຂວັນ ​ແລະ ​ເຂົ້າ​ຢ້ຽມ​ອວຍພອນບຸນປີໃໝ່ 2023 ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນທີ່ກໍາລັງເຮັດວຽກ ແລະ ດໍາລົງຊີວິດຢູ່ໃນຫມູ່ເກາະ ​ເຈື່ອງ​ຊາ.

ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ

ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ. (ພາບ: TTXVN)

ນີ້​ແມ່ນ​ການ​ຢ້ຽມຢາມ​ພິ​ເສດ, ​ໄດ້​ນຳ​ເອົາ​ຂອງຂວັນ​ທີ່ລຽບ​ງ່າຍ ແຕ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ກອງທັບ ​ແລະ ປະຊາຊົນ​ຢູ່​ບັນດາ​ເກາະ ​ແລະ ​ເຂດ​ຕັ້ງທັບ ໃນເມືອງ​ເກາະ ​ເຈື່ອງ​ຊາ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນປີໃໝ່ປີເຖາະ. ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ຕໍ່​ທະ​ເລ, ໝູ່​ເກາະ​ເວົ້າ​ລວມ ​ແລະ ໝູ່​ເກາະ ເຈື່ອງ​ຊາ ​ເວົ້າ​ສະ​ເພາະ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 20 ທັນວາ, ຢູ່​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 4, ຄະນະ​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ເຈື່ອງ​ຊາ” ປີ 2023 ​ໄດ້​ມອບ​ຂອງຂວັນ 100 ພູດ​ ໃຫ້​ພະນັກງານ, ນັກຮົບ ​ແລະ ຄອບຄົວ​ນະ​ໂຍບາຍ​ຂອງ​ກອງທັບ​ເຮືອ​ເຂດ 4. ລາຍການ “ລະດູບານໃໝ່ ເຈື່ອງຊາ” ແມ່ນເຫດການປະຈຳປີໂດຍໜັງສືພິມ ກອມມູນິດຫວຽດນາມ ຈັດຕັ້ງສົມທົບກັບກອງບັນຊາການທະຫານເຮືອ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.