ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ

08:52 | 10/12/2022

ໄລ່​ມາ​ຮອ​ດ​ປັດ​ຈຸ​ບັນ, ແຂວງ​ເງະ​ອານ ແລະ 3 ແຂວງ​ປະ​ເທດ​ລາວ ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ ຈັດ​ຕັ້ງ​ການ​ແຮກ​ສ່ຽວໄດ້​ 21 ຄູ່ ​ບ້ານ - ບ້ານ, ປ້ອມ​ທະ​ຫານຊາຍແດນ 8 ປ້ອມ ກັບ​ບັນ​ດາກອງ​ຮ້ອຍ, ຄ້າຍຕຳຫຼວດ ກັບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ.

ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ
ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ
ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ
ພິ​ທີ​ລົງ​ລາຍ​ເຊັນ​ການ​ແຮກ​ສ່ຽວຂັ້ນ​ບ້ານ ລະ​ຫວ່າງ​ສອງ​ຝ່າຍ (ພາບ: baonghean.vn)

ແຂວງ​ເງະ​ອານ ​ມີ​ເຊັ້ນ​ຊາຍ​ແດນ​ຍາວ 468,281 ກີ​ໂລ​ແມັດ, ຕິດ​​ກັບ 3 ແຂວງ: ພົວ​ພັນ, ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ ປະ​ເທດ​ລາວ. ປະ​ຊາ​ຊົນ​ສອງ​ຝ່າຍ ​ສ່ວນຫຼາຍ​ແມ່ນ​ຊາ​ວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ມີ​ການ​ພົວ​ພັນ​ຊົນ​ຊາດ, ເປັນພີ່​ເປັນນ້ອງ​ກັນມາ​ແຕ່​ດົນ​ນານ. ໄລ​ຍະ​ຜ່ານ​ມາ, ບັນ​ດາ​ທ້ອງ​ຖິ່ນ ມີ​ເສັ້ນ​ຊາຍ​ແດນຕິດກັນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ໄດ້ ແລະ ພວມ​ຍູ້​ແຮງ​ຂະ​ບວນ​ການ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດ​ນ ດ້ວຍ​ຕົນ​ເອງ, ຂົນ​ຂວາຍ​ປະ​ຊາ​ຊົນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປົ​ກ​ປ້ອງ​ເສັ້ນ​ຊາຍ​ແດນ, ເພີ່ມ​ທະ​ວີ​ຮູບ​ແບບ​ແຮກ​ສ່ຽວ​ບ້ານ - ບ້ານ ​ລະ​ຫວ່າງ​ສອງ​ທ້ອງ​ຖິ່ນ.

ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ກັບ​ບັນ​ດາ​ແຂວງ​ຂອງ​ລາວ ກໍ່​ໄດ້​ເພີ່ມ​ທະ​ວີ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ຂະ​ບວນ​ການ​ແຮກ​ສ່ຽວ 21 ຄູ່ບ້ານ - ບ້ານ​ລະ​ຫວ່າງ​ສອງ​ເຂດ​ຊາຍ​ແດນ ແລະ 8 ຄູ່​ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ - ກອງ​ຮ້ອຍ​ປ້ອງ​ກັນ​ຊາຍ​ແດນ, ຜ່ານ​ນັ້ນ​ກໍປະ​ກອບ​ສ່ວນ​ປັບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ​ສອງ​ຝ່າຍ.

ກ່ອ​ນ​ໜ້າ​ນັ້ນ, ວັນ​ທີ 18 ສິງ​ຫາ 2013, ຢູ່​ນະ​ຄອນ​ວິງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ເງະ​ອານ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຂັ້ນ​ສູງ​ກັບ​ອຳ​ນາດ​ການ​ປົກ​ຄອງ​ 3 ແຂວງ: ຫົວ​ພັນ, ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ ເພື່ອ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ແຜນ​ນະ​ໂຍ​ບາຍ, ເນື້ອ​ໃນ, ມາດ​ຕະ​ການ​ຜັນ​ຂະ​ຫຍາຍ ແລະ ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ຂະ​ບວນ​ການ​ແຮກ​ສ່ຽວ​ບ້ານ - ບ້ານ ສອງ​ເຂດ​ຊາຍ​ແດນ.

ບັນ​ດາ​ທ້ອງ​ຖິ່ນ ກໍ່​ແລກ​ປ່ຽນ, ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ບໍ​ລິ​ຫານປະກອບສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ເມືອງ​ຮາກຖານຢູ່ບັນດາ​ບ້ານ ເປັນເທື່ອລະກ້າວ. ຜ່ານ​ການ​ເຄື່ອນ​ໄຫວ​ແຮກ​ສ່ຽວ​ບ້ານ - ບ້ານ ກໍໄດ້​ປະ​ກອບ​ສ່ວນ​ປ້ອງ​ກັນ, ຕ້ານ​ການ​ເຄື່ອນ​ຍ້າຍ​ແບບ​ເສ​ລີ, ແຕ່ງານແບບບໍ່​ມີ​ໃບ​ສົມ​ລົດ, ການຄ້າ​ຂາຍ, ຂົນ​ສົ່ງ​ທ​າດ​ເສດ​ຕິດ ຜ່ານ​ຊາຍ​ແດນ ແລະ ບັນ​ດາ​ການລະເມີດອື່ນໆ.

ສອງ​ຝ່າຍ​ກໍ່​ໄດ້​ໜູນ​ຊ່ວຍ​ກັນ ພັດ​ທະ​ນາ​ເສດ​ຖະ​ກິດ,ວັດ​ທະ​ນຳ​ທຳ, ລົບ​ລ້າງ​ຄວາມ​ອິດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກເປັນ​ປະ​ຈຳ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສັງ​ຄົມ, ປ້ອງ​ກັນ, ຕ້ານ​ພະ​ຍາດ, ແກ້​ໄຂ​ຜົນເສຍຫາຍທີ່​ຕາມ​ມາ​ຈາກ​ໄພ​ທຳ​ມະ​ຊາດ. ພ້ອມ​ທັງຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ວັດ​ທະ​ນະ​ທຳ, ສິລະປະ, ກ​ິ​ລາ​ກາຍຍະກຳ ເນື່ອງ​ໃນ​ວັນ​ມູນ​ເຊື້ອ, ພິ​ທີ​ໃຫຍ່ ແລະ ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອຂອງ​ແຕ່​ລະ​ປະ​ເທດ, ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຄູ່​ບ້ານ​ແຮກ​ສ່ຽວ ຂອງ​ສອງ​ຟາກ​ເຂດ​ຊາຍ​ແດນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.