ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ

13:54 | 28/11/2022

ຍສໝ - ທ່ານ​ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກໍາມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເລຕ້ຽນເຈົາ ​ແລະ ທ່ານຮອງປະທານສູນກາງແນວລາວ ສ້າງຊາດ ຄໍາເຜີຍ ບຸດດາວຽງ ​ໄດ້​ຕາງໜ້າສອງຝ່າຍ ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຊາຍແດນຫວຽດນາມ-ລາວ ​ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ ໃນໄລຍະ 2022-2025.

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ຫວ່າງແລ້ວນີ້, ຢູ່ແຂວງຄໍາມ່ວນ, ສປປ ລາວ, ຄະນະຜູ້ແທນຂັ້ນສູງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເລຕ້ຽນເຈົາ, ກໍາມະການສູນກາງພັກ, ຮອງປະທານ - ເລຂາທິການ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.

ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ

ບັນຍາກາດທີ່ການຕ້ອນຮັບ.

ໂດຍແຈ້ງໝາກຜົນຂອງກອງປະຊຸມສາກົນກ່ຽວກັບການສ້າງເສັ້ນຊາຍແດນລະຫວ່າງ ລາວ-ຫວຽດນາມ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພ້ອມກັນພັດທະນາ ໃນປີ 2022, ທ່ານ ເລຕ້ຽນເຈົາ ໃຫ້ຮູ້ວ່າ ພາຍຫຼັງກວ່າ 5 ປີແຫ່ງການລົງນາມໃນຖະແຫຼງການຮ່ວມກ່ຽວກັບໝາກຜົນ ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງສັນ​ຕິ​ພາບ ​ແລະ ​ມິດ​ຕະ​ພາບ​ລະ​ຫວ່າງ ​ຫວຽດ​ນາມ-ລາວ ປີ 2017 ຢູ່​ແຂວງກວາງ​ບິ່ງ, ຫວຽດ​ນາມ ບັນດາເນື້ອໃນໄດ້ຮັບການຜັນຂະຫຍາຍ, ປະຕິບັດນັບມື້ນັບກວ້າງຂວາງຢູ່ທຸກຂັ້ນ, ມີປະສິດທິຜົນຢ່າງແທດຈິງ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງທີ່​ມີ​ຊາຍ​ແດນຕິດຈອດກັນ, ຕອບ​ສະ​ໜອງ​ຄວາມ​ປາດ​ຖະ​ໜາ​ລວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ

ທ່ານ​ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກໍາມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເລຕ້ຽນເຈົາ ​ແລະ ທ່ານຮອງປະທານສູນກາງແນວລາວ ສ້າງຊາດ ຄໍາເຜີຍ ບຸດດາວຽງ ​ໄດ້​ຕາງໜ້າສອງຝ່າຍ ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຊາຍແດນຫວຽດນາມ-ລາວ ​ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ ໃນໄລຍະ 2022-2025. ບົນ​ຈິດ​ໃຈ​ຄວາມ​ຮັບຜິດຊອບ, ເຕັມໄປດ້ວຍນໍ້າໃຈມິດຕະພາບ ​ແລະ ຄວາມ​ສາມັກຄີ, ການ​ນຳ 10 ​ແຂວງ​ຂອງ​ຫວຽດນາມ ​ແລະ 10 ​ແຂວງ​ຂອງ​ລາວ ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ​ລົງ​ນາມ​ໃນ​ສົນທິສັນຍາແຂ່ງຂັນ ​ເພື່ອແນໃສ່ປະຕິບັດ​​ຖະ​ແຫຼ​ງການຮ່ວມ​ຂອງ​ກອງ​ປະຊຸມ​ຢ່າງຜົນສໍາເລັດ.

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ອາໄລຫາປະທານໂຮ່ຈີມິນ ຢູ່​ອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ໄປ​ຢ້ຽມຢາມ​ອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ ຢູ່​ບ້ານ​ຊຽງ​ວາງ, ​ແຂວງ​ຄຳ​ມ່ວນ.

ທ່ານ ເລຕ້ຽນເຈົາ ພົບ​ປະ​ກັບ​ທ່ານ ວັນ​ໄຊ ພົງ​ສະຫວັນ ເຈົ້າ​ແຂວງໆ​ຄຳ​ມ່ວນ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ເລຕ້ຽນເຈົາ, ກໍາມະການສູນກາງພັກ, ຮອງປະທານ, ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ວັນ​ໄຊ ພົງ​ສະຫວັນ, ​ເລຂາ​ພັກ, ເຈົ້າ​ແຂວງໆ​ຄຳ​ມ່ວນ.

ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ

ບູນມີ

ເຫດການ
302 Found

Found

The document has moved here.