ແຂວງຮ່າຕິ້ງ ກັບແຂວງຄໍາມ່ວນ ແລະບໍລິຄໍາໄຊ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາປ່າ

15:56 | 02/12/2022

ຕອນບ່າຍວັນທີ 29 ພະຈິກ, ທີ່ແຂວງຮ່າຕິ້ງ ສສ. ຫວຽດນາມ ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າລະຫວ່າງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ກັບພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ ແລະແຂວງບໍລິຄໍາໄຊ.

ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ
ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ) ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ)
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນບັນດາບັນຫາທີ່ຍັງປະສົບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ ກໍຄືໃນວິວັດການຮ່ວມມື. ຜູ້ແທນຫຼາຍຄົນ ເນັ້ນໜັກວ່າ ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ຍັງປະສົບກັບຄວາມຫຍຸ້ງຍາກ, ຍັງອີງໃສ່ປ່າ; ສະພາບການຂຸດຄົ້ນ, ຊື້ຂາຍໄມ້ ແລະສັດປ່າປະເພດຕ່າງໆ ຂ້າມຊາຍແດນຜິດກົດໝາຍ ນັ້ນມີບາງເທື່ອຍັງສັບສົນ, ນັບມື້ແນບນຽນ; ສ່ຽງໄພ; ການກໍານົດແຫຼ່ງທີ່ມາຂອງໄມ້ ແລະເຄື່ອງປ່າຂອງດົງຖືກກົດໝາຍຢູ່ດ່ານຊາຍແດນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ການນໍາພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການສົມທົບກັນປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າ ກັບການນໍາພະແນກກະສິກໍາ ແລະປ່າໄມ້ແຂວງບໍລິຄໍາໄຊ ແລະແຂວງຄໍາມ່ວນ. ພາບ: baohatinh.vn

ໂອກາດນີ້, ບັນດາຝ່າຍ ໄດ້ດໍາເນີນການລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການສົມທົບກັນຄຸ້ມຄອງປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າຢູ່ເຂດຊາຍແດນໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ບັນດາໜ້າທີ່ ຄື: ປ່ຽນແປງໃໝ່ວິທີ, ຫັນການໂຄສະນາເຜີຍແຜ່ເປັນຫຼາຍຮູບຫຼາຍແບບ, ສຶກສາກົດໝາຍກ່ຽວກັບຂົງເຂດນີ້ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືຄຸ້ມຄອງປ່າແບບຍືນຍົງ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.