ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ

13:45 | 06/12/2022

ເນື່ອງໃນໂອກາດຈັດຕັ້ງລາຍການໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 3 ທັນວາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂງມິງເຈົາ ໄດ້ໃຫ້ການຕ້ອນຮັບການນຳບັນດາທ້ອງຖິ່ນຂອງລາວ, ກຳປູເຈຍ ແລະ ສ.ເກົາຫຼີ.

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ເວ​ນາ​ຊູ​ເອ​ລາ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ເວ​ນາ​ຊູ​ເອ​ລາ
ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ. ພາບ: baotintuc.vn

ເມື່ອແລກປ່ຽນກັບການນຳນະຄອນໂຮ່ຈີມິນ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານນາງ ລິງທອງ ແສງຕາວັນ ຮອງເຈົ້າແຂວງແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ແລະ ສອງທ້ອງຖິ່ນຂອງ ລາວ ຄວນຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ປະຕິບັດບັນດາເນື້ອໃນຍຸດທະສາດຮ່ວມມືເຊິ່ງສອງປະເທດໄດ້ຕົກລົງກັນ. ພິເສດ, ຊຸກຍູ້ບັນດາພະແນກ, ຂະແໜງການ, ບັນດານັກລົງທຶນຂອງທ້ອງຖິ່ນເປັນເຈົ້າການເພີ່ມທະວີການຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດ, ຊຸກຍູ້ບັນດາການເຄື່ອນໄຫວເຊື່ອມຕໍ່ການທ່ອງທ່ຽວຢ່າງແຮງກ່ວາອີກ...

ທີ່ການຕ້ອນຮັບທ່ານ Huot Hay ຮອງເຈົ້າຄອງ ນະຄອນຫຼວງ ພະນົມເປັນ (ປະເທດກຳປູເຈຍ), ທ່ານ ໂງມິງເຈົາ ສະເໜີບັນດາເນື້ອໃນທີ່ຕ້ອງຊຸກຍູ້ໃນການຮ່ວມມືສອງຝ່າຍ, ລວມມີ: ການທ່ອງທ່ຽວ, ການຄ້າ, ເປີດກວ້າງຄົມະນາຄົມທາງບົກ - ທາງນ້ຳ, ການແພດ ແລະ ການສຶກສາ.

ທີ່ານຕ້ອນຮັບທ່ານ Jeong Kwang-Yeol ຮອງຜູ້ວ່າການ ແຂວງ Gangwon ແລະ ທ່ານ Whang Myeong Seok ຫົວໜ້າກົມປະສານງານແຜນການ ແຂວງ Gyeongsangbuk (ສ.ເກົາຫຼີ), ທ່ານ ໂງມິງເຈົາ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງ Gangwon, Gyeongsangbuk ຍັງໃຫຍ່ຫຼວງທີ່ສຸດ, ທ່ານເນັ້ນໜັກວ່າ ນະຄອນໂຮ່ຈີມິນຖືເປັນສຳຄັນການດຶງດູດບັນດາແຫຼ່ງກຳລັງກ່ຽວກັບເຕັກໂນໂລຢີທີ່ກ້າວໜ້າໃນໂລກ ແລະ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດມີການດຳເນີນທຸລະກິດຢ່າງມີປະສິດທິຜົນ.

ໄຊພອນ

ເຫດການ
302 Found

Found

The document has moved here.