ອິນໂດເນເຊຍ ຈະດຳເນີນການເຈລະຈາຮອບຕໍ່ໄປ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ

08:28 | 06/03/2023

ຍສໝ - ອາທິດ​ໜ້າ, ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຈີນ ຈະ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ຂໍ້​ກຳນົດການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢູ່​ນະຄອນຫຼວງ​ຈາ​ກາ​ຕາ (ອິນ​ໂດ​ເນ​ເຊຍ).

ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ
ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC

ການ​ເຈລະຈາໄດ້ຈັດຕັ້ງ​ໂດຍ​ອິນ​ໂດ​ເນ​ເຊຍ​, ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ມີນາ​ນີ້, ຈີນ ​ຈະ​ສົ່ງ​ຄະນະ​ຜູ້​ແທນເຊິ່ງນຳໜ້າແມ່ນເຈົ້າໜ້າທີ່ ຂັ້ນຮອງ​ຫົວໜ້າກົມ​ຮັບຜິດຊອບ​ວຽກ​ງານ​ການ​ເດີນ​ທະ​ເລ, ຕາມໜັງສືພິມ The Straits Times ສະບັບວັນທີ 2 ມີນານີ້. ຊື່​ຜູ້​ແທນ​ຂອງ​ຄະນະ​ຜູ້​ແທນ​ຈີນ ​ແມ່ນຍັງບໍ່ທັນແຈ້ງເທື່ອ​.

​ໃນ​ຖານະ​ເປັນ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ ໃນ​ປີ 2023, ອິນ​ໂດ​ເນ​ເຊຍ ​ປະກາດ​ວ່າ​ຈະ​ຈັດຕັ້ງການ​ເຈລະຈາ​ຮອບ​ໃໝ່​ກ່ຽວ​ກັບ COC ລະຫວ່າງ​ອາ​ຊຽນ ກັບ​ປະເທດຈີນ.

ອິນໂດເນເຊຍ ຈະດຳເນີນການເຈລະຈາຮອບຕໍ່ໄປ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ

ອິນໂດເນເຊຍ ຈະດຳເນີນການເຈລະຈາຮອບຕໍ່ໄປ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ. (ພາບປະກອບ: thanhnien.vn)

ຊື່​ທາງ​ການ​ຂອງ​ງານ​ດັ່ງກ່າວ​ແມ່ນ "ການ​ພົບ​ປະ​ຂອງ​ຄະນະ​ປະຕິບັດ​ງານ​ຮ່ວມ ​ຈີນ-ອາ​ຊຽນ ກ່ຽວ​ກັບ​ການ​ນຳ​ໃຊ້​ຖະ​ແຫຼ​ງການວ່າ​ດ້ວຍ ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາເວັນອອກ (JWG-DOC)", ຕາມ​ນັກ​ການ​ທູດທ່ານໜື່ງ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ Teuku Faizasyah ຢືນຢັນ​ວ່າ ກອງ​ປະຊຸມ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ ໃນ​ອາທິດ​ໜ້າ. ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Joko Widodo ຫວັງ​ວ່າ​ ຈະ​ນຳ​ໃຊ້​ອິດ​ທິພົນ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ເຈລະຈາ ​ແລະ ຊອກ​ຫາ​ວິທີ​ການ​ໃໝ່​ເພື່ອ​ບັນລຸ​ໄດ້ COC.

ໜັງສືພິມ The Straits Times ໄດ້ຄັດສະເໜີຈາກແຫຼ່ງຂ່າວທີ່ຊຳນານກ່ຽວກັບເລື່ອງນີ້, ເປີດເຜີຍວ່າ: ກອງປະຊຸມຂອງຄະນະປະຕິບັດງານຮ່ວມ ແລະ ເຈົ້າໜ້າທີ່ຂັ້ນສູງຂອງອາຊຽນ ແລະ ຈີນ ຈະຈັດຂຶ້ນໃນປີນີ້ກ່ຽວກັບບັນຫາ COC.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ Qin Gang ​ໃນ​ການ​ຢ້ຽມຢາມ​ນະຄອນຫຼວງ​ຈາ​ກາ​ຕາ ​ເປັນ​ເວລາ 2 ວັນ​ໃນ​ເດືອນ​ກຸມພາ​ຜ່ານ​ມາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ປັກ​ກິ່ງ​ ຈະ​ຮ່ວມ​ມື​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.