ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

10:20 | 03/12/2022

ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານກອງທັບປະຊາຊົນລາວ ນໍາໂດຍສະຫາຍພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມຊຸດຝຶກອົບວຽກງານສື່ມວນຊົນ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ
ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຕ້ອນຮັບຄະນະ, ໜັງສືພິມກອງທັບປະຊາຊົນມີສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການ; ບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າບັນດາພະແນກ ແລະຂະແໜງການຂອງໜັງສືພິມກອງທັບປະຊາຊົນ.

ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ຕາງໜ້າຄະນະພັກ, ຄະນະບັນນາທິການ ພ້ອມດ້ວຍຖັນແຖວນັກຂ່າວ, ນັກບັນນາທິການ, ພະນັກງານ, ນັກຮົບໜັງສືພິມກອງທັບປະຊາຊົນຫວຽດນາມ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ສະແດງຄວາມປິຕິຊົມຊື່ນຍິນດີທີ່ໄດ້ຕ້ອນຮັບຄະນະພະນັກງານກອງທັບປະຊາຊົນລາວ ແລະອວຍພອນໃຫ້ຄະນະເກັບກຳໄດ້ຄວາມຮູ້, ບົດຮຽນທີ່ມີຜົນປະໂຫຍດຫຼາຍຢ່າງ, ມີຄວາມປະທັບໃຈ ແລະຄວາມຊົງຈໍາອັນດີງາມໃນໄລຍະຝຶກອົບຮົມຢູ່ຫວຽດນາມ. ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ເນັ້ນໜັກວ່າ: ປີ 2022 ແມ່ນປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ, ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022), ພິທີສະເຫຼີມສະຫຼອງໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງວຽງຈັນ ແລະນະຄອນຫຼວງຮ່າໂນ້ຍ. ການຢ້ຽມຢາມຂອງຄະນະພະນັກງານກອງທັບປະຊາຊົນລາວ ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະສະໜິດຕິດພັນລະຫວ່າງກອງທັບສອງປະເທດ ຫວຽດນາມ - ລາວ.

ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn

ໃນຂອບເຂດການເຮັດວຽກ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ສະເໜີໂດຍຫຍໍ້ກ່ຽວກັບການກຳເນີດ, ພັດທະນາ ແລະການເຕີບໃຫຍ່ຂອງໜັງສືພິມກອງທັບປະຊາຊົນ ໃນເວລາກວ່າ 70 ປີຜ່ານມາ. ໂດຍເປັນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນແມ່ນໜຶ່ງໃນບັນດາໜັງສືພິມການເມືອງທີ່ມີອິດທິພົນຊື່ສຽງແຖວໜ້າໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ໂດຍປະຕິບັດໜ້າທີ່ໂຄສະນາເຜີຍແຜ່ກ່ຽວກັບສອງໜ້າທີ່ຍຸດທະສາດຂອງປະເທດນັ້ນແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ. ໜັງສືພິມກອງທັບປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ ແລະໄວ້ເນື້ອເຊື່ອໃຈຈາກການນໍາພັກ, ລັດ ແລະກອງທັບ; ມີອິດທິພົນຊື່ສຽງ ແລະມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງໃນກອງທັບ ແລະສັງຄົມ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາປະເທດ ກໍ່ຄືພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ໂດຍປະຕິບັດນະໂຍບາຍພົວພັນການຕ່າງປະເທດທີ່ກວ້າງໃຫຍ່ຂອງພັກ ແລະລັດຫວຽດນາມ, ໜັງສືພິມກອງທັບປະຊາຊົນ ໄດ້ສຸມໃສ່ໂຄສະນາກ່ຽວກັບສະພາບການໂລກ, ພິເສດແມ່ນໂຄສະນາເຜີຍແຜ່ກ່ຽວກັບປະເທດ, ປະຊາຊົນ ແລະບັນດາຜົນງານດີເດັ່ນຂອງປະເທດລາວ ແລະການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ສະຫາຍພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນໂທ ອາໄພ ອະໄພຍະວົງ ໄດ້ສະແດງຄວາມຂອບອົກຂອບໃຈໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສ້າງເງື່ອນໄຂສະດວກໃຫ້ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຊອກຮູ້ ແລະແລກປ່ຽນວຽກງານສື່ມວນຊົນ; ພ້ອມກັນນັ້ນ, ຢືນຢັນວ່າ ຜ່ານການຢ້ຽມຢາມຄັ້ງນີ້, ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ການແບ່ງປັນ ແລະແລກປ່ຽນວຽກງານສື່ມວນຊົນ; ພ້ອມກັນນັ້ນສະຫາຍ ອາໄພ ອະໄພຍະວົງ ຢັ້ງຢືນວ່າ ຜ່ານການຢ້ຽມຢາມ, ເຮັດວຽກຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີວິຊາສະເພາະດ້ານສື່ມວນຊົນລະຫວ່າງສື່ມວນຊົນກອງທັບສອງປະເທດ, ແລະເປັນພື້ນຖານສະເໜີຕໍ່ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດ ບັນດາມາດຕະການຊຸກຍູ້ການຮ່ວມມືວຽກງານສື່ມວນຊົນໃນຊຸມປີຕໍ່ໄປ.

ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນທີ່ລະນຶກ ໃຫ້ສະມາຊິກໃນຄະນະ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສະຫາຍພັນໂທ ອາໄພ ອະໄພຍະວົງ ໄດ້ສະເໜີໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະບັນດາອົງການສື່ມວນຊົນກອງທັບປະຊາຊົນລາວ ຄວນເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງ ແລະບຳລຸງນັກຂ່າວ, ນັກບັນນາທິການ, ແບ່ງປັນຂໍ້ມູນຂ່າວສານ ແລະແລກປ່ຽນວິຊາສະເພາະ ເພື່ອປະຕິບັດໜ້າທີ່ໂຄສະນາຂອງອົງການສື່ມວນຊົນກອງທັບຂອງສອງປະເທດໃຫ້ດີກວ່າອີກ, ເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຕີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງທະນົງແກ່ນໄປຊຊົ່ວກາລະນານ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.