ແຂວງ​ບິ່ງ​ດິ້ງ ​ແລະ ​ຈໍາປາ​ສັກ (ລາວ) ​ແບ່ງປັນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຕຸລາການ

07:53 | 20/12/2022

ຍສໝ - ນີ້​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ຕຸລາການ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ແຂວງ.

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ
ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ

ຫວ່າງແລ້ວນີ້​, ການ​ນຳ​ແຂວງ​ບິ່ງ​ດິ້ງ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ປະຕິບັດ ງານນໍາ ໂດຍ​ທ່ານ ບຸນຄົງ ພັນວົງສາ, ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ​ຈຳປາ​ສັກ (ລາວ). ນີ້​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ຕຸລາການ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ແຂວງ.

Hai tỉnh Bình Định và Champasak (Lào) chia sẻ kinh nghiệm, tăng cường hợp tác trong lĩnh vực tư pháp

ແຂວງ​ບິ່ງ​ດິ້ງ ​ແລະ ​ຈໍາປາ​ສັກ (ລາວ) ​ແບ່ງປັນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຕຸລາການ. ພາບ: thoidai.com.vn

​ທ່ານ ບຸນຄົງ ພັນວົງສາ ​ແບ່ງປັນ​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ຈຳປາ​ສັກ ​ໃນ​ຄັ້ງ​ນີ້ ​ແມ່ນເພື່ອແນໃສ່ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ກັບ​ພະແນກ​ຍຸຕິ​ທຳ ບິ່ງ​ດິ້ງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດຕຸລາການ (ໂຄສະນາເຜີຍແຜ່, ສຶກສາ​ກົດໝາຍ; ໜູນຊ່ວຍ​​ດ້ານນິຕິກໍາ; ລັດຖະກອນ ແລະ ວຽກງານຕຸລາການຢູ່ຮາກຖານ...), ປະກອບສ່ວນເພີ່ມທະວີ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໃນທຸກ ຂົງເຂດລະຫວ່າງສອງແຂວງ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງດິ້ງ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ ​ແລະ ນໍາພາຂອງ​ຄະນະ​ພັກ​ແຂວງ, ອໍານາດ ການປົກຄອງ ​ແລະ ຄວາມສາມມັກຄີ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ, ​ແຂວງ​ຈຳປາ​ສັກ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ໃຫຍ່ຫຼວງກວ່າອີກໃນພາລະກິດການສ້າງສາ ແລະ ພັດທະນາທ້ອງຖິ່ນ.

ບູນມີ

ເຫດການ
302 Found

Found

The document has moved here.