ພິທີປິດຊຸດຝຶກອົບຮົມວຽກງານສື່ມວນຊົນ ແລະ ເຕັກນິກການພິມໃຫ້ ພະນັກງານກອງທັບລາວ

08:25 | 15/12/2022

ຍສໝ - ສະຫາຍພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕີລາຄາວ່າ: ໃນເວລາ 1 ເດືອນ, ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຍົກສູງຈິດໃຈຄວາມ ຮັບຜິດຊອບ, ຄວາມສາມັກຄີ, ສະແຫວງຫາຊອກຮູ້, ຄຽງບ່າຄຽງໄຫຼ່ພ້ອມກັບ ຄະນະຈັດຕັ້ງຊຸດຝຶກອົບຮົມປະຕິບັດແຜນການ ແລະ ເນື້ອໃນການຝຶກອົບ ຮົມຢ່າງມີປະສິດທິຜົນ.

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ
ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາຈະມີຂອບຂະໜາດໃຫຍ່ກວ່າດ້ວຍການຮ່ວມແຮງຮ່ວມໃຈຂອງທຸກໆຄົນ ທຸກໆຄອບຄົວ ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາຈະມີຂອບຂະໜາດໃຫຍ່ກວ່າດ້ວຍການຮ່ວມແຮງຮ່ວມໃຈຂອງທຸກໆຄົນ ທຸກໆຄອບຄົວ

ຕອນບ່າຍວັນທີ 12 ທັນວາ, ຊຸດຝຶກອົບຮົມວຽກງານສື່ມວນຊົນ ແລະ ເຕັກນິກການພິມໃຫ້ພະນັກງານກອງທັບປະຊາຊົນລາວ ໄດ້ອັດລົງຢູ່ກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

Bế mạc lớp tập huấn thông tin đại chúng và kỹ thuật in cho cán bộ quân đội Làoສະຫາຍພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ ກ່າວຄໍາເຫັນທີ່ພິທີປິດ. ພາບ: thoidai.com.vn

ສະຫາຍພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕີລາຄາວ່າ: ໃນເວລາ 1 ເດືອນ, ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຍົກສູງຈິດໃຈຄວາມ ຮັບຜິດຊອບ, ຄວາມສາມັກຄີ, ສະແຫວງຫາຊອກຮູ້, ຄຽງບ່າຄຽງໄຫຼ່ພ້ອມກັບ ຄະນະຈັດຕັ້ງຊຸດຝຶກອົບຮົມປະຕິບັດແຜນການ ແລະ ເນື້ອໃນການຝຶກອົບ ຮົມຢ່າງມີປະສິດທິຜົນ.

Bế mạc lớp tập huấn thông tin đại chúng và kỹ thuật in cho cán bộ quân đội Lào

ບັນຍາກາດທີ່ພິທີ. ພາບ: thoidai.com.vn

ສະຫາຍພົນຈັດຕະວາ ເລຊວນຊາງ ເຊື່ອໝັ້ນວ່າ ຄວາມຮູ້, ປະສົບການຕົວຈິງໃນໄລຍະທີ່ຝຶກອົບຮົມຢູ່ຫວຽດນາມ ຈະຊ່ວຍໃຫ້ ພະນັກງານກອງທັບປະຊາຊົນລາວ ຍົກລະດັບຄວາມຮູ້, ທັກສະ, ໝູນໃຊ້ເຂົ້າ ໃນວຽກງານຢ່າງມີຫົວຄິດປະດິດສ້າງ, ຈາກນັ້ນ ກໍປະກອບສ່ວນສ້າງກອງ ທັບປະຊາຊົນລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າເກົ່າ.

Bế mạc lớp tập huấn thông tin đại chúng và kỹ thuật in cho cán bộ quân đội Lào

ສະຫາຍພັນໂທ ອາໄພ ອາໄພຍະວົງ, ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມກອງທັບປະຊາຊົນລາວ, ຫົວໜ້າຄະນະພະນັກງານກອງທັບ ປະຊາຊົນລາວ ກ່າວຄໍາເຫັນທີ່ພິທີປິດ. ພາບ: thoidai.com.vn

ສະຫາຍພັນໂທ ອາໄພ ອາໄພຍະວົງ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມ ກອງທັບປະຊາຊົນລາວ, ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ກ່າວວ່າ ເມື່ອກັບຄືນປະເທດ, ຈະນຳເອົາຄວາມຮູ້, ປະສົບການທີ່ຖອດ ຖອນມາໄດ້ໃນຊຸດຝຶກອົບຮົມຄັ້ງນີ້ ຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ຂອງຕົນຢ່າງມີປະສິດທິຜົນສູງ, ພ້ອມທັງເຊື່ອໝັ້ນວ່າ ບົນພື້ນຖານມູນເຊື້ອ ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດ ເວົ້າລວມ, ວຽກງານໂຄສະນາອົບຮົມ, ວຽກງານສື່ສານມວນຊົນ ແລະ ເຕັກນິກການພິມຈຳໜ່າຍ ເວົ້າສະເພາະ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພັດທະນາ ແລະ ບັນລຸໄດ້ປະສິດທິຜົນສູງ.

ບູນມີ

ເຫດການ
302 Found

Found

The document has moved here.