ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ

07:47 | 09/12/2022

ຕອນເຊົ້າວັນທີ 7 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງການປ້ອງກັນປະເທດສາກົນ ຫວຽດນາມ ປີ 2022.

ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: TTXVN

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ກະຊວງປ້ອງກັນປະເທດຂອງ 2 ປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດອະນຸສັນຍາ ແລະ ໂຄງການ, ແຜນງານຮ່ວມມືລະຫວ່າງ 2 ກະຊວງຢ່າງມີປະສິດທິຜົນ; ພ້ອມກັນນັ້ນ, ກໍສືບຕໍ່ໂຄສະນາເຜີຍແຜ່ກ່ຽວກັບຄວາມໝາຍປະຫວັດສາດ ແລະ ຄວາມສຳຄັນຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ໃນທົ່ວກອງທັບ ຢ່າງເລິກເຊິ່ງກວ້າງຂວາງ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຂອບອົກຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງນັບແຕ່ກ່ອນມາເຖິງປະຈຸບັນ, ໃນນັ້ນມີນ້ຳໃຈສາມັກຄີ, ຜູກພັນ ແລະ ໜູນຊ່ວຍຂອງກອງທັບລາວ; ພ້ອມກັນນັ້ນ, ກໍຢືນຢັນຄວາມໝາຍຂອງການພົວພັນແບບພິເສດຫວຽດນາມ - ລາວ.

ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ຢືນຢັນວ່າ: ບໍ່ວ່າໃນສະພາບການໃດກໍ່ຕາມ, ກະຊວງປ້ອງກັນປະເທດລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ມອບໝາຍໃຫ້.

ໄຊພອນ

ເຫດການ
302 Found

Found

The document has moved here.