ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)

08:33 | 19/12/2022

ວັດ​ຖຸ​ອຸ​ປະ​ກອນ​ທີ່ມອບ​ໃນ​ຄັ້ງ​ນີ້​ ລວມ​ມີ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ​ຄື ໂທ​ລະ​ພາບ, ຄອມ​ພິວ​ເຕີ, ຕູ້ເຄື່ອງສຽງ, ຕູ້​ອິນ​ເຕີ​ເນັດ… ໂດຍ​ແຂວງກວາງ​ຈິ ໜູນ​ຊ່ວຍ​ແຂວງ ສະ​ຫວັນ​ນະ​ເຂດ​ເພື່ອ​ຕິດ​ຕັ້ງ​ລະ​ບົບ​ກອງ​ປະ​ຊຸມ​ທາງ​ໄກ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນາະເຂດ ຕາມ​ເນື້ອ​ໃນ​ທີ່​ໄດ້​ແລກ​ປ່ຽນ, ເຫັນ​ດີ​ຢູ່ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ຕີ​ລາ​ຄາ​ກາງ​ສະ​ໄໝ​ລະ​ຫວ່າງ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ແຂວງ ສະ​ຫວັນ​ນາ​ເຂດ ແລະ ກວາງ​ຈິ ທີ່​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 26 ພະ​ຈິກ 2021.

ສະ​ມັດ​ຊາ​ໃຫຍ່ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ຈະ​ດຳ​ເນີນ​ຢູ່​ແຂວງ ກວາງ​ນິງ ສະ​ມັດ​ຊາ​ໃຫຍ່ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ຈະ​ດຳ​ເນີນ​ຢູ່​ແຂວງ ກວາງ​ນິງ
CRS/USA ໜູນ​ຊ່ວຍ​ເດັກ ​ແລະ ​ໄວ​ໜຸ່ມ​ພິການ​ຢູ່​ກວາງ​ຈີ້ CRS/USA ໜູນ​ຊ່ວຍ​ເດັກ ​ແລະ ​ໄວ​ໜຸ່ມ​ພິການ​ຢູ່​ກວາງ​ຈີ້
ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)
ພິ​ທີ​ມອ​ບ​ຮັບ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: sotttt.quangtri.gov.vn)

ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບາວ (ເມືອງ ເຮືອງ​ຮ​ວາ) ໄດ້​ດຳ​ເນີນ​ພິ​ທີ​ມອບ​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ​ຂອງ​ແຂວງ​ກ໋​ວາງ​ຈິງ ທີ່ມອບ​ໃຫ້​ແຂວງ ສະ​ຫວັນ​ນະ​ເຂດ (ລາວ). ດ້ວຍ​ຄວາມ​ຫວັງ​ຢາກ​ໃຫ້ສອງ​ປະ​ເທດ ຫວຽດ​ນາມ - ລາວ ເວົ້າ​ລວມ ແລະ ແຂວງກວາງ​ຈິ - ສະ​ຫວັນ​ນະ​ເຂດ​ ເວົ້າ​ສະ​ເພາະ​ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ.

ວັດ​ຖຸ​ອຸ​ປະ​ກອນ​ທີ່ມອບ​ໃນ​ຄັ້ງ​ນີ້​ ລວມ​ມີ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ​ຄື ໂທ​ລະ​ພາບ, ຄອມ​ພິວ​ເຕີ, ຕູ້ເຄື່ອງສຽງ, ຕູ້​ອິນ​ເຕີ​ເນັດ… ໂດຍ​ແຂວງກວາງ​ຈິ ໜູນ​ຊ່ວຍ​ແຂວງ ສະ​ຫວັນ​ນະ​ເຂດ​ເພື່ອ​ຕິດ​ຕັ້ງ​ລະ​ບົບ​ກອງ​ປະ​ຊຸມ​ທາງ​ໄກ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນາະເຂດ ຕາມ​ເນື້ອ​ໃນ​ທີ່​ໄດ້​ແລກ​ປ່ຽນ, ເຫັນ​ດີ​ຢູ່ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ຕີ​ລາ​ຄາ​ກາງ​ສະ​ໄໝ​ລະ​ຫວ່າງ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ແຂວງ ສະ​ຫວັນ​ນາ​ເຂດ ແລະ ກວາງ​ຈິ ທີ່​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 26 ພະ​ຈິກ 2021.

ທີ່​ພິ​ທີ​ມອບ​ຮັບ, ທ່ານ​ຮອງ​ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ແຂວງ ກວາງ​ຈິ ເຈິ່ນ​ແທັງ​ຮ່າ ຫວັງ​ວ່າ ແຂວງ​ສະ​ຫວັນ​ນະ​ເຂດ​ຈະ​ເສີມ​ຂະ​ຫຍາຍ​ລ​ະ​ບົບ​ອຸ​ປະ​ກອນ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ, ເຮັດ​ວຽກ​, ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກັບ​ແຂວງ ກວາງ​ຈິ. ພ້ອມ​ທັງ​ຫວັງ​ວ່າ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ​ ເວົ້າ​ລວມ ແລະ ແຂ​ວງກວາງ​ຈິ - ສະ​ຫວັນ​ນະ​ເຂດ ​ເວົ້າ​ສະ​ເພາະ​ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ.

ສ່ວນ​ທ່ານ​ຮອງ​ຫົວ​ໜ້າ​ພະ​ແນກ​ການ​ຕ່າງ​ປະ​ເທດ ສີ​ສະ​ເກດ ໄຊ​ຍະ​ບຸດ​ດີ ໄດ້​ຕາງ​ໜ້າ​ໃຫ້​ການ​ນຳ​ແຂວງ​ສະ​ຫວັນ​ນະ​ເຂດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ແຂວງ ກວາງ​ຈິ. ພ້ອ​ມ​ທັງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳ​ໃຊ້​ບັນ​ດາ​ວັດ​ຖຸ​ອຸ​ປະ​ກ​ອນທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ຄັ້ງ​ນີ້​ຢ່າງ​ມີ​ປະ​ສິດ​ຜົນ ແລະ ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ. ທ່ານ ສີ​ສະ​ເກດ ໄຊ​ຍະ​ບຸດ​ດີ ຫວັງ​ວ່າ ​ແຂວງກວ໋າງ​ຈິ​ຈະສືບ​ຕໍ່​ເອົາ​ໃຈ​ໃສ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ພົບ​ປະ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ແຂ​ວງ​ສະ​ຫວັນ​ນະ​ເຂດ ໃນ​ບັນ​ດາ​ຂົງ​ເຂດ. ໂດຍ​ໄດ້​ຮູ້​ວ່າ ກ່ອນ​ວັນ​ທີ 8 ກໍ​ລະ​ກົດ, ຢູ່​ດ່ານ​ຊາຍ​ແດນລາ​ໄລ (ເມືອງ​ດັກ​ກ​ຣົງ), ພະ​ແນກ​ຖະ​ແຫຼງ​ຂ່າ​ວ ແລະ ສື່​ສານ​ແຂວງ ກ໋​ວາງ​ຈິ ​ກໍ່​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ລະ​ບົບ​ກອງ​ປະ​ຊຸ​ມ​ທາງ​ໄກ​ຂອງ​ແຂວາງກວາງ​ຈິ ໜູນ​ຊ່ວຍ​ໃຫ້​ແກ່​ແຂວງ​ສາ​ລະ​ວັນ (ລາວ). ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ສອງ​ແຂວງກວາງ​ຈິ (ຫວຽດ​ນາມ) ແລະ ສະ​ຫວັນ​ນະ​ເຂດ (ລາວ) ເຊິ່ງໄດ້​ຈັດ​ຕັ້ງໃນ​ຂອບ​ເຂດ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ ຫວຽດ​ນາມ ປີ 2022, ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ ແລະ 45 ປີ​ແຫ່ງວັນ​ເຊັນ​​ສົນ​ທິສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.