ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)

11:30 | 28/12/2022

ຍສໝ-ຫວ່າງ​ແລ້ວນີ້, ທີ່ນະຄອນ ດົງ​ເຮີຍ, ຄະນະ​ຜູ້​ແທນ​ຊາຍ​ແດນ​ສອງແຂວງ ກວາງ​ບິ່ງ (ຫວຽດນາມ) ​ແລະ ສະຫວັນ​ນະ​ເຂດ (ລາວ) ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາ ​ແລະ ເຊັນບົດ​ບັນທຶກ​ຮ່ວມມື. ຜ່ານ​ນັ້ນ, ກໍປະກອບສ່ວນ​ເຂົ້າໃນການປົກ​ປັກ​ຮັກສາ, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ແຂວງ ກວາງ​ບິ່ງ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ.

ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ
ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ

ທີ່​ການ​ພົບ​ປະເຈລະຈາ, ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ສອງ​ແຂວງ​ໄດ້​ແຈ້ງ​ໃຫ້ກັນ​ຊາບ​ກ່ຽວ​ກັບ​ໝາກຜົນ​ທີ່​ບັນລຸ​ໄດ້ຈຳນວນໜຶ່ງ​ໃນ​ການ​ປະຕິບັດ​ບົດ​ບັນທຶກ​ຮ່ວມມືກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ​ລະຫວ່າງ​ສອງ​ແຂວງ​ທີ່​ໄດ້​ເຊັນໃນ​ວັນ​ທີ 30 ຕຸລາ 2019 ທີ່​ນະຄອນໄກສອນ​ ພົມວິຫານ, ​ແຂວງ​ສະຫວັນ​ນະ​ເຂດ. ຕາມ​ນັ້ນ​ແລ້ວ, ​ເຖິງ​ວ່າ​​ຖືກ​ຜົນ​ສະທ້ອນຈາກ​ພະຍາດ​ໂຄ​ວິດ-19 ກໍຕາມ, ​ແຕ່​ສອງ​ແຂວງ​ກວາງ​ບິ່ງ ​ແລະ ສະຫວັນ​ນະ​ເຂດ ຍັງ​ຄົງ​ຮັກສາ​ສາຍ​ພົວພັນຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ປ້ອງ​ກັນປະເທດຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເຂດ​ຊາຍ​ແດນ​ລະຫວ່າງ​​ອົງການປົກຄອງທຸກຂັ້ນ, ກຳລັງສະເພາະກິດເປັນຢ່າງດີ.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ຄະນະຜູ້ແທນຊາຍແດນແຂວງກວາງບິ່ງ ແລະ ຄະນະຜູ້ແທນຊາຍແດນແຂວງສະຫວັນນະເຂດ(ພາບ: Minh Huyền/quangbinh.gov.vn)

ສອງ​ແຂວງ​ກວາງ​ບິ່ງ ​ແລະ ສະຫວັນ​ນະ​ເຂດ ກໍເອົາ​ໃຈ​ໃສ່​ໃນການຜັນຂະຫຍາຍວຽກງານໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ກົດໝາຍ​ກ່ຽວ​ກັບ​ຊາຍ​ແດນ​ແຫ່ງ​ຊາດ​ໃຫ້​ແກ່​ພະນັກງານ ​ແລະ ປະຊາຊົນ​ສອງ​ຟາກ​ຊາຍ​ແດນ ກໍາແໜ້ນ​ ແລະ ປະຕິບັດ​ບັນດາ​ເອກະສານ​ນິຕິ​ກຳ​ທີ່ສອງປະເທດລົງນາມ​ ແລະ ກົດໝາຍຂອງແຕ່ລະປະເທດຢ່າງ​ເຂັ້ມ​ງວດ ໂດຍຜ່ານຫຼາຍຮູບແບບ.

ຄວາມ​ໝັ້ນຄົງທາງ​ດ້ານ​ການ​ເມືອງ - ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ​ແລະ ຄວາມ​ປອດ​ໄພທາງ​ສັງຄົມ ​ຢູ່​ເຂດຊາຍ​ແດນ​ລະຫວ່າງສອງ​ແຂວງ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ; ລະ​ບົບ​ເສັ້ນ​ຊາຍ​ແດນ, ຫຼັກແດນ​ຂອງ​ຊາດ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ ແລະ​ ປົກ​ປັກ​ຮັກ​ສາ​ຄືສະພາບເດີມ; ກໍາລັງປ້ອງກັນຊາຍແດນຂອງສອງຝ່າຍ ຕ້ອງແລກປ່ຽນຂໍ້ມູນ, ສະພາບການເປັນປະຈໍາ, ຜັນຂະຫຍາຍປະຕິບັດບັນດາເນື້ອໃນຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສົມທົບກັນເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ຊາຍແດນເປັນຢ່າງດີ. ​ກຳລັງ​ທີ່​ມີ​ໜ້າ​ທີ່​ຂອງ​ສອງ​ແຂວງ​ໄດ້​ສົມທົບກັນ​ເປັນ​ຢ່າງ​ດີ​ໃນ​ການ​ລາດຕະ​ເວນສອງ​ຝ່າຍ​ເພື່ອ​ປົກ​ປັກ​ຮັກສາເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ແດນຂອງຊາດ.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ການເຊັນບົດບັນທຶກລະຫວ່າງຄະນະຜູ້ແທນຊາຍແດນແຂວງກວາງບິ່ງ ແລະ ຄະນະຜູ້ແທນຊາຍແດນແຂວງສະຫວັນນະເຂດ(ພາບ: Minh Huyền/quangbinh.gov.vn)

ພ້ອມ​ກັນ​ນັ້ນ, ສອງ​ແຂວງ​ກໍໄດ້ສົມທົບ​​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19; ຕ້ານອາດຊະຍາກຳຂ້າມຊາຍແດນ ແລະ ໃນຂົງເຂດຊາຍແດນ. ອົງການທຸກ​ຂັ້ນ​ຂອງ​ສອງ​ແຂວງ​ ກໍມີ​ນະ​ໂຍບາຍ ​ແລະ ວິທີການລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ, ປະກອບສ່ວນ​ເຂົ້າໃນການປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່ສອງ​​ຟາກຊາຍແດນ. ນອກ​ຈາກນັ້ນ, ສອງ​ແຂວງ​ ຍັງໄດ້​ສົມທົບ​ກັນ​ປະຕິບັດ​ຂໍ້​ຕົກລົງກ່ຽວກັບການແກ້​ໄຂ​ບັນຫາ​ອົບ​ພະຍົບ​ແບບເສລີ ແລະ ແຕ່ງງານໂດຍບໍ່ຈົດທະບຽນສົມລົດ​ຢູ່ໃນ​ເຂດ​ຊາຍ​ແດນ​ຫວຽດນາມ-ລາວ, ສະກັດ​ກັ້ນ​ຄົນອົບພະຍົບຄືນໃໝ່ແບບເສລີ, ຄົນອົບພະຍົບໃໝ່ແບບເສລີ ​ແລະ ແຕ່ງງານໂດຍບໍ່ຈົດທະບຽນສົມລົດຢູ່ໃນ​ເຂດ​ຊາຍ​ແດນ.

ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ດໍາເນີນການແລກປ່ຽນ, ປຶກສາ​ຫາລື ​ແລະ ​ຕົກລົງ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ລະອຽດ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເປັນປົກກະຕິ ແລະ ມີປະສິດທິຜົນລະຫວ່າງອົງການປົກຄອງທຸກຂັ້ນ ແລະ ກໍາລັງຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນຂອງສອງແຂວງ; ຮັກສາ​ການພົບປະ​ ປະຈຳໄລຍະ ​ແລະ ກະທັນຫັນ; ເພີ່ມທະວີການແລກປ່ຽນຂໍ້ມູນລະຫວ່າງອົງການປົກຄອງທຸກຂັ້ນ, ອົງການວິຊາສະເພາະ ແລະ ກໍາລັງສະເພາະກິດປ້ອງກັນຊາຍແດນຂອງສອງແຂວງ; ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່ຽວກັບວຽກງານ​ໂຄ​ສະ​ນາ​, ເຜີຍ​ແຜ່​ ແລະ​ ​ສຶກ​ສາ​ກ່ຽວ​ກັບ​ຂໍ້​ກໍາ​ນົດ​ຂອງ​ກົດ​ຫມາຍ​ຂອງ​ແຕ່​ລະ​ປະ​ເທດ​.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ປະທານຄະນະກໍາມະການປົກຄອງແຂວງກວາງບິ່ງມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ບຸກຄົນແຂວງສະຫວັນນະເຂດທີ່ມີຜົນງານດີເດັ່ນໃນການຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງແຂວງກວາງບິ່ງ ແລະ ແຂວງສະຫວັນນະເຂດ(ພາບ: Minh Huyền/quangbinh.gov.vn)

ພ້ອມກັນນັ້ນ, ສອງແຂວງ ຍັງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດລົງທຶນຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຢູ່ເຂດຊາຍແດນ, ເປັນຕົ້ນຄື ໜູນຊ່ວຍວິສາຫະກິດ ກວາງບິ່ງ ປະຕິບັດໂຄງການພະລັງງານລົມຢູ່ເຂດ ລະວິນ ແລະ ເຂດທີ່ຢູ່ອ້ອມຂ້າງ ເມືອງເຊໂປນ, ແຂວງສະຫວັນນະເຂດ (ໂຄງການເຂື່ອນໄຟຟ້າພະລັງງານລົມ AMI Savannakhet) ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພັດທະນາເສດຖະກິດ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ເຂດຊາຍແດນຂອງສອງຝ່າຍ, ໂດຍສະເພາະແມ່ນການຄົມມະນາຄົມ, ຜ່ານນັ້ນ ກໍພັດທະນາເສດຖະກິດ​ - ສັງຄັມໃນ​ຂົງ​ເຂດ​ນີ້...

​ໃນ​ໄລຍະ​ຈະ​ມາ​ເຖິງ, ການພົບປະເຈລະຈາຄັ້ງ​ຕໍ່​ໄປ​ລະຫວ່າງ​ຄະນະ​ຜູ້​ແທນ​ເຂດຊາຍແດນຂອງ​ສອງ​ແຂວງ​ໃນ​ປີ 2023 ຈະ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນໄກສອນ​ພົມວິຫານ, ​ແຂວງ​ສະຫວັນ​ນະ​ເຂດ.

ຫອມມາລາ

ເຫດການ
302 Found

Found

The document has moved here.