ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ

10:19 | 31/12/2022

ຍ​ສ​ໝ - ກ​ານ​ໂອ້​ລົມ​ສົນ​ທະ​ນາ ນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (5/9/1962 - 5/9/2022), 45 ປີ​ແຫ່ງວັນ​ເຊັນ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວ​ມມື ຫວຽດ​ນາມ - ລາວ (18/7/1977 - 18/7/2022).

ຝຸ​ອຽນ: ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ກ​ຳ​ປູ​ເຈຍ ຝຸ​ອຽນ: ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ກ​ຳ​ປູ​ເຈຍ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ
ກອງ​ປະ​ຊຸມ​ລະ​ຫວ່າງ​ສາມ​ຝ່າຍ (ພາບ: M.Đ)
ກອງ​ປະ​ຊຸມ​ລະ​ຫວ່າງ​ສາມ​ຝ່າຍ (ພາບ: M.Đ)

ວັນ​ທີ 27 ທັນ​ວາ, ຢູ່​ແຂວງ ກ໋​ວາງ​ຈິ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ 3 ແຂວງ: ກວາງ​ຈິ - ສະ​ຫວັນ​ນະເຂດ - ສາ​ລະ​ວັນ (ປະ​ເທດ ສ​ປ​ປ.ລາວ). ການ​ໂອ້​ລົມ​ສົນ​ທະ​ນາ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ໃນ​ການ​ປະ​ຕິ​ບັດ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ໄລ​ຍະ 2020 – 2022 ແລະ ເຊັນ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໄລ​ຍະ 2023 – 2025.

ກ​ານ​ໂອ້​ລົມ​ສົນ​ທະ​ນາ ນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (5/9/1962 - 5/9/2022), 45 ປີ​ແຫ່ງວັນ​ເຊັນ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວ​ມມື ຫວຽດ​ນາມ - ລາວ (18/7/1977 - 18/7/2022). ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ລວມ​ມີ ສະ​ມາ​ຊິກ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ສະ​ຫວັນ​ນະ​ເຂດ 45 ທ່ານ, ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ສາ​ລະ​​ວັນ 45 ທ່ານ, ຜູ້​ຕາງ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ລາວ ປະ​ຈຳ​ດ່າ​ນັ້ງ​, ຜູ້​ຕາງ​ໜ້າ​ສະ​ຖານ​ກົງ​ສູນ ຫວຽດ​ນາມ ປະ​ຈຳ​ແຂວງ ສະ​ຫວັນ​ນະ​​ເຂດ ແລະ ຈຳ​ປາ​ສັກ (ສ​ປ​ປ.ລາວ).

ກ່າວ​ຄຳ​ເຫັນ​ຂ່ຳ​ນັບ​ຮັບ​ຕ້ອນທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງ ກ໋​ວາງ​ຈິ ເລກວາງ​ຕຸ່ງ ​ກ່າວວ່າ ໃນ​ໄລ​ຍະ 2 ປີ​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ພະ​ຍາດ​ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ຕໍ່​ທຸກ​ດ້ານ​ໃນ​ການ​ດຳ​ລົງ​ຊີ​ວິດ​ສັງ​ຄົມ, ແຕ່​ບັນ​ດາ​ແຂວງ ກໍໄດ້​ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ໄລ​ຍະ 2020 – 2022 ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນໝາກ​ຜົນ​ພັດ​ທະ​ນາ​ຂອງ​ແຕ່​ລະ​ແຂວງ.

ບົດ​ລາຍ​ງານ​ໄດ້​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ ກັບ​ແຂວງ ສະ​ຫວັນນະ​​ເຂດ ແລະ ສາ​ລາ​ວັນ ໃນ​ໄລ​ຍະ 2020 – 2022, ທ່ານ​ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ແຂວງ ກ໋​ວາງ​ຈິ ຫວໍ​ວັນ​ຮຶງ ໃຫ້​ຮູ້​ວ່າ ສາມ​ແຂວງໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ແຂວງ ຄື: ສືບ​ຕໍ່​ຮັກ​ສາ, ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື, ຖະ​ແຫຼງຂ່າວ​ໂຄ​ສະ​ນາ​ນ້ຳ​ໃຈ​ມິດ​ຕ​ະ​ພາບ​ພິ​ເສດ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ສົມ​ທົບ​ກັນ ແລະ ດ້ວຍຫຼາຍ​ວິ​ທີ​ການ​ເຄື່ອນ​ໄຫວ, ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ຊ່ວຍ​ກັນ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່ ທັງ​ປ້ອງ​ກັນ​ຕ້ານ​ພະ​ຍາດ​ໂຄວິດ - 19, ທັງ​ຈຳ​ກັດ​ການ​ຂາດ​ວັກ​ຂາດ​ຕອນ​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນຳ​ເຂົ້າ, ຊ່ວຍ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ…

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຮ່ວມ​ມື ລະ​ຫວ່າງ​ສາມ ແຂວງ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກຄື​ຄວາມ​ຫວັງ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ສາມ​ແຂວງ. ນັ້ນ​ແມ່ນ​ບັນ​ດາ​ຂໍ້​ຕົກ​ລົງ, ການ​ຮ່ວມ​ມື​ໄດ້​ສຸມ​ໃສ່​ເຂົ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ໄດ້​ປຽບ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ແຕ່​ລະ​ແຂວງ​ໃຫ້​ເປັນ​ຢ່າງ​ດີ, ທ່ານ​ຫວໍ​ວັນ​ຮຶງ​ເນັ້ນ​ໜັກ.

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຢູ່​ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ສືບ​ຕໍ່​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສາມ​ແຂວງ, ພິ​ເສດ, ມີຫຼາຍ​ຄຳເຫັນ​ປະ​ກອບຕໍ່​ບັນ​ດາ​ເນື້ອ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ກໍ່​ຄື​ເນື້ອ​ໃນ​ຮ່​າງ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ໄລ​ຍະ 2023 – 2025.

ບົ​ນ​ພື້ນ​ຖານ​ນັ້ນ, ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເຊັນ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ໄລ​ຍະ 2023 – 2025 ດ້ວຍຫຼາຍ​ເນື້ອ​ໃນ​ຈຸດ​ສຸມ, ແທດ​ຈິງ ແລະ ຮອບ​ດ້ານ​ກ່​ວາ. ນີ້​ກໍ່​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ການ​ພົ​ວ​ພັນ​ພິ​ເສດ​ລະ​ຫວ່າງ​ສອງ​ແຂວງ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ຕອ​ບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ຫວັງ​ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ສາມ​ແຂວງ.

ທ່ານ ເລ​ຂາ​ຄະ​ນະ​ພັກ​ແຂວງ ເລກວາ​ງ​ຕຸງ​ ຖື​ວ່າ ໄລ​ຍະ 2023 – 2025 ພວກ​ເຮົາ​​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່, ໃນ​ສະ​ພາບ​ການ​ໃໝ່ທີ່​ພວມ​ສ້າງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ໄປ​ຄຽງ​ຄຄູ່ກັບ​ການ​ສືບ​ຕໍ່​ເພີ່ມ​ທະ​ວີ ແລະ ປັບ​ປຸງການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ. ທ່ານ​ສະ​ເໜີ​ການ​ນຳ 3 ແຂວງ​ພ້ອມ​ກັນ​ສົມ​ທົບ​ຊີ້​ນຳ​ນຳ​ພາຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ ທີ່ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ສິດ​ທິ​ຜົນ: ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ ຕາມ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມແລ້ວ. ເພີ່ມ​ທະ​ວີ​ການ​ຊີ້​ນຳ, ຊຸ​ກ​ຍູ້​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນ​ດາ​ໝູ່​ຄະ​ນະ​ການ​ເມືອງ - ສັງ​ຄົມ​ຂອງ​ແຕ່​ລະ​ແຂວງ ໄດ້​ກຳ​ນົດ​ໜ້າ​ທີ່​ ແລະ ຂັ້ນ​ຕອນ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ ແລະ ຈະ​ແຈ້ງ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ເນື່ອງ​ໃນ​ໂອ​ກາດ​ນີ້, ຈາ​ກ​ການ​ແນະ​ນຳ​ຂອງ​ແຂວງ ກ໋​ວາງ​ຈິ, ໄດ້​ດຳ​ເນີນ​ພິ​ທີ​ເຊັນ​ສັນ​ຍ​າ​ຮ່ວມ​ມື​ສ້າງ​ບົດ​ລາຍ​ງານ​ການ​ຄົ້ນ​ຄ້​ວາ ກຳ​ນົດ​ທິດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ລະ​ຫວ່ງ ຄະ​ນະ​ກຳ​ມະ​ການ​ການ​ປົກ​ຄອງ 2 ແຂວງ ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ ແລະ ບໍ​ລິ​ສັດ​ຫຸ້ນ​ສ່ວນ ກຸ່ມ​ບໍ​ລິ​ສັດ Sakae ຫວຽດ​ນາມ. ພ້ອມກັນນັ້ນ, ທີ່ການ​ໂອ້​ລົມ​ສົນ​ທະ​ນາ ຍັງ​ຈັດ​ຕັ້ງ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ໃຫ້​ແກ່​ບັນ​ດາ​ໝູ່ຄະ​ນະ, ສ່ວນ​ບຸກ​ຄົນທີ່​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່​ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ກ໋​ວາງ​ຈິ, ສະ​ຫວັນນະ​​ເຂດ, ສາ​ລະ​ວັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.