ມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022

17:30 | 05/12/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ເປັນປະທານ, ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ບັນດາກະຊວງ, ຂະແໜງການຈັດຕັ້ງພິທີມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ປະເທດຢູ່ຄື້ນທະເລ”. ລາຍການໄດ້ຈັດຕັ້ງຢູ່ສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ.

ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020 ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020
ຕອບສະໜອງສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2018 ຕອບສະໜອງສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2018

ເຂົ້າຮ່ວມພິທີມອບລາງວັນມີບັນດາສະຫາຍ: ສະຫາຍພົນເອກ ເລືອງເກື່ອງ, ກຳມະການກົມການເມືອງສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະຫາຍ ຫງວຽນຈ້ອງເຫງັຍ, ເລຂາທິການສູນກາງພັກ, ຫົວໜ້າໂຄສະນາສຶກສາສູນກາງພັກ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ສະຫາຍ ຫງວຽນຈ້ອງເຫງັຍ ຍ້ອງຍໍຊົມເຊີຍ, ອວຍພອນບັນດາໝູ່ຄະນະ, ຜູ້ຂຽນທີ່ຍາດໄດ້ລາງວັນໃນການເສັງຂຽນ; ພ້ອມທັງຢັ້ງຢືນວ່າ ການແຜ່ຂະຫຍາຍຂອງການເສັງຂຽນ ແລະຄຸນຄ່າທີ່ຍິ່ງໃຫຍ່ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຮັບແມ່ນຄວາມຮູ້ທີ່ເປັນຜົນປະໂຫຍດກ່ຽວກັບທະເລ, ໝູ່ເກາະຂອງປະເທດຊາດ. ຄະນະໂຄສະນາສຶກສາສູນກາງພັກ, ຄະນະຈັດຕັ້ງການເສັງຂຽນຫວັງວ່າ ຜູ້ເຂົ້າຮ່ວມຈະແມ່ນ “ທູດໂຄສະນາ”, ແຜ່ຂະຫຍາຍຄວາມຮັກ, ເອົາໃຈໃສ່ກ່ຽວກັບບັນຫາທະເລ, ໝູ່ເກາະ, ອະທິປະໄຕ ຖືກຕາມສານ, ຄວາມໝາຍເຊິ່ງການເສັງຢາກສົ່ງໃຫ້.

ການນຳກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຄະນະໂຄສະນາສຶກສາສູນກາງພັກມອບລາງວັນທີໜຶ່ງໃຫ້ແກ່ຜູ້ຂຽນ. ພາບ: ຟ້າມກຽນ.

ສະຫາຍ ຫງວຽນຈ້ອງເຫງັຍ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງມີການເຄື່ອນໄຫວແທດຈິງກວ່າອີກ ເພື່ອປະກອບສ່ວນຍົກສູງຄວາມຮູ້ຂອງປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມກ່ຽວກັບທະເລ, ໝູ່ເກາະຫວຽດນາມ ແລະຖານະ, ບົດບາດຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ຜ່ານນັ້ນປຸກລຸກ, ຝຶກຝົນຫຼໍ່ຫຼອມນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດ, ສະຕິໃນການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຈາກນັ້ນມີການກະທຳ, ວຽກເຮັດຢ່າງແທດຈິງປະກອບສ່ວນສ້າງ ຫວຽດນາມ ໃຫ້ກາຍເປັນປະເທດທີ່ໝັ້ນຄົງເຂັ້ມແຂງທາງທະເລ, ສ້າງຄວາມຮັ່ງມີຈາກທະເລ, ພັດທະນາໃຫ້ຍືນຍົງ ແລະວັດທະນາຖາວອນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.