ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)

16:25 | 01/12/2022

ຍ​ສ​ໝ - ໂຄງ​ການຍົກລະດັບ​ໂຮງ​ຮຽນ​​ປະ​ຖົມ​ມິດ​ຕະ​ພາບ​ແຂ​ວງ ຈຳ​ປາ​ສັກ ນີ້​ແມ່ນ​ຂອງ​ຂວັນ​ຂອງ​ນະ​ຄອນ​ດ່າ​ນັ້ງ ມອບໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຈຳ​ປາ​ສັກ ລາວ ເຊິ່ງ​ມີ​ມູນ​ຄ່າ​ລົງ​ທຶນ​ 7 ຕື້​ດົ່ງ.

ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ "Silicon Valley" ຂອງ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້
ທ່ຽວ​ໃນ​ທ້າຍ​ລະດູ​ຮ້ອນ​ຢູ່​ບັນດາ​ຈຸດໝາຍ​ປາຍທາງ​ຢູ່​ແຂວງ ດົ່ງ​ນາຍ ທ່ຽວ​ໃນ​ທ້າຍ​ລະດູ​ຮ້ອນ​ຢູ່​ບັນດາ​ຈຸດໝາຍ​ປາຍທາງ​ຢູ່​ແຂວງ ດົ່ງ​ນາຍ
ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)
ພິ​ທີ​ມອບ​ຮັບ​ໂຮງ​ຮຽນ​ປະ​ຖົມ​ມິດ​ຕະ​ພາບ​ແຂ​ວງ ຈຳ​ປາ​ສັກ (ພາບ: danang.gov.vn)

ໂຮງ​ຮຽນ​​ປະ​ຖົມ​ມິດ​ຕະ​ພາບ​ແຂວງ ຈຳ​ປາ​ສັກ ໄດ້​ອອກ​ແບບ 2 ຊັ້ນ, ລວມ​ມີ ຫ້ອງຮຽນ 6 ຫ້ອງ, ຫ້ອງ​ພັກຄູ 1 ຫ້ອງ, ຫ້ອງ​ເຮັດ​ວຽກ​ຂອງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ 1 ຫ້ອງ, ລວມ​ມີ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຄື: ໂຕະ​, ຕັ່ງ, ກະ​ດານ... ບັນ​ດາ​ກິດຈະກຳ​ຕ່າງໆ, ຍອດ​ມູນ​ຄ່າ​ລົງ​ທຶນ​ແມ່ນ 7 ຕື້​ດົ່ງ.

ພາຍ​ລັງ​ການ​ກໍ່​ສ້າງ​ມາ​ເປັນ​ເວ​ລາ 6 ເດືອນ, ໂຄງ​ການ​​ຍົກ​ລະ​ດັບ ໂຮງ​ຮຽນ​​ປະ​ຖົມ​ມິດ​ຕະ​ພາບ​ແຂວງ ຈຳ​ປາ​ສັກ ໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ ແລະ ມອບ​ໃຫ້​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ ແຂວງ ຈຳ​ປາ​ສັກ ດ້ວຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ຜູ້​ຕາງ​ໜ້າ​ພະ​ແນນ​ການ​ຕ່າງ​ປະ​ເທດ, ພະ​ແນກ​ການ​ສຶກ​ສາ ແລະ ກິ​ລາ ແຂວງ ຈຳ​ປາ​ສັກ ແລະ ສະ​ຖາ​ນ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກ​ເຊ.

ແບ່ງ​ປັນ​ທີ່​ພິ​ທີ​ມອບ​ຮັບ, ທ່ານ ​ດົ່ງ​ກົງ​ຢຸງ - ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຈຳ​ປາ​ສັກ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ນະ​ຄອນ​ດ່າ​ນັ້ງ ທີ່ໄດ້​ມອບ​ໂຮງ​ຮຽນ​ໃຫ້​ແກ່​ສະ​ມາ​ຄົມ. ໂຮງ​ຮຽນ​ນຳ​ເຂົ້າສູູ່​ການ​ເຄື່ອນ​ໄຫວ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຈຳ​ປາ​ສັກ, ແມ່ນ​ສະ​ຖານ​ທີ່​ຮ່ຳ​ຮຽນ​ບໍ່​ພຽງ​ແຕ່​ຂອງ​ລູກ​ຫຼານ​ຊາວ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອ​ນ​ຮ່ຳ​ຮຽນ, ພົບ​ປະ​ແລກ​ປ່ຽນ​ຂອງ​ລູກຫຼານ​ຊາວ​ທ້ອງ​ຖິ່ນ​ໃກ້​ຄຽງນຳອີກ, ພ້ອມ​ທັງ​ນີ້​ກໍ່​ແມ່ນ​ສະ​ຖານ​ທີ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຈຳ​ປາ​ສັກ​ເຕົ້າ​ໂຮມ​ກັນ, ພົວ​ພັນ​ແລກ​ປ່ຽນ, ພ້ອມ​ກັນ​ມຸ່​ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ຫວັງ​ວ່າ​ໂຮງ​ຮຽນ​ມິດ​ຕະ​ພາບຫຼັງນີ້ ຈະ​ສືບ​ຕໍ່​ແມ່​ນ​ສະ​ຖານ​ທີ່​ຮັກ​ສາ, ໂຄ​ສະ​ນາ​ພາ​ສາ​ຫວຽດ​ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ລາວ​ຢູ່​ຈຳ​ປາ​ສັກ, ແມ່ນ​ຂົວ​ເຊື່ອມ​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ - ລາວ, ລະ​ຫວ່າງ​ນະ​ຄອນ​ດ່າ​ນັ້ງ ແລະ ແຂວງ​ຈຳ​ປາ​ສັກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.