ຮັດແໜ້ນນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ

08:33 | 28/12/2022

ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.

ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ
ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ໃນຂອບເຂດ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ໂດຍຮັບຄໍາເຊື້ອເຊີນຂອງກະຊວງລັດປ້ອງກັນປະເທດ ສປປ ລາວ, ໃນລະຫວ່າງວັນທີ 22-24 ທັນວາ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ນໍາໂດຍສະຫາຍພົນໂທ ເລື່ອງດິ່ງຮົ່ງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄດ້ເຂົ້າຮ່ວມການພົບປະ, ແລກປ່ຽນກັບ ບັນດາອະດີດນັກຮຽນທະຫານລາວ ທີ່ເຄີຍຮຽນຢູ່ຫວຽດນາມ.

Thắt chặt tình đoàn kết đặc biệt Việt Nam - Lào

ຜູ້ແທນຫວຽດນາມ ແລະລາວ ຖ່າຍຮູບລວມ. ພາບ: qdnd.vn

ກ່າວຄໍາເຫັນທີ່ການພົບປະ, ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.

ສະຫາຍ ພົນໂທ ເລືອງດິ່ງຮົ່ງ ປາດຖະໜາວ່າ ການນໍາພັກ, ລັດ ແລະ ກະຊວງປ້ອງກັນປະເທດລາວ ຈະສືບຕໍ່ໄວ້ເນື້ອເຊື່ອໃຈ, ອຸ່ນອຽນໃຈສົ່ງບັນດາ ນັກຮົບ, ສໍາມະນາກອນຂອງຕົນໄປກໍ່ສ້າງຢູ່ຫວຽດນາມ; ຢັ້ງຢືນວ່າບັນດາຮາກ ຖານກໍ່ສ້າງໃນກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະ ຄູສອນເວົ້າ ສະເພາະ ຈະສືບຕໍ່ສະຫງວນຄວາມສຸດອົກສຸດໃຈ, ທຸກຄວາມຮູ້ໃຫ້ສໍາມະນາກອນ ທະຫານລາວ. ສະຫາຍ ພົນໂທ ເລືອງດິ່ງຮົ່ງ ເຊື່ອໝັ້ນວ່າ ບັນດາອະດີດສໍາມະນາກອນລາວ ຈະສືບຕໍ່ແມ່ນປັດໄຈສໍາຄັນປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ປະຕິວັດ, ຍອດຢ້ຽມ, ປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ; ແມ່ນຂົວເຊື່ອມຕໍ່ຮັດແໜ້ນນໍ້າໃຈ ສາມັກຄີແບບພິເສດ ຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ.

ໂດຍຕາງໜ້າກະຊວງປ້ອງກັນປະເທດລາວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ສະແດງຄວາມຂອບອົກຂອບໃຈ ຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ, ເປັນຕົ້ນແມ່ນບັນດາຄູສອນ ບັນດາຮາກຖານກໍ່ສ້າງທີ່ໄດ້ສະຫງວນຄວາມສຸດອົກສຸດໃຈ, ຖ່າຍທອດຄວາມຮູ້ ໃຫ້ບັນດາຮຸ່ນນັກຮຽນລາວ ທີ່ເຄີຍໄດ້ຮຽນຢູ່ຫວຽດນາມ. ຜ່ານນັ້ນ, ຫຼາຍສະຫາຍ ໄດ້ກາຍເປັນພະນັກງານທີ່ຫຼັກແຫຼ່ງ, ການນໍາຂັ້ນສູງຂອງລາວ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ ບັນດາອະດີດສໍາມະນາກອນ ທະຫານລາວ ຈະສືບຕໍ່ເສີມຂະຫຍາຍ, ກາຍເປັນຂົວເຊື່ອມຕໍ່, ໂຄສະນາ, ສຶກສາໃຫ້ຮຸ່ນໜຸ່ມກ່ຽວກັບນໍ້າໃຈສາມັກຄີ, ສະໜິດຕິດພັນແບບພິເສດນີ້.

ກ່ອນນັ້ນ, ຕອນເຊົ້າວັນທີ 23 ທັນວາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ບູນມີ

ເຫດການ
302 Found

Found

The document has moved here.