ຫວຽດນາມ ກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ

07:18 | 27/12/2022

ຍສໝ-ການ​ກາຍເປັນ​ສະມາຊິກ​ຂອງສະຫະ​ພັນ​ມະຫາ​ສະໝຸດ​ທົ່ວໂລກ (GOA) ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ຂອງຕົນໃນ​ການ​ອະນຸລັກ​ຮັກສາຊີວະນາໆພັນໃນ​ທົ່ວ​ໂລກ.

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່ ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່
ຫວຽດນາມ ກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ
ຂໍ້ລິເລີ່ມສ້າງເປົ້າໝາຍ “30% ເນື້ອທີ່ມະຫາສະໝຸດໄດ້ຮັບການປົກປ້ອງ ໃນປີ 2030”

ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະນາໆພັນ (ກົມໃຫຍ່ສິ່ງແວດລ້ອມ) ຫາກໍອອກແຈ້ງການ​ວ່າດ້ວຍລັດຖະບານ​ໄດ້​ມີຂໍ້ຕົກລົງເຫັນດີນະໂຍບາຍເຂົ້າ​ຮ່ວມສະຫະ​ພັນມະຫາ​ສະໝຸດ​ທົ່ວໂລກ (GOA) ຂອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ພ້ອມກັນນັ້ນ ກໍສະໜັບສະໜູນຂໍ້ລິເລີ່ມສ້າງເປົ້າໝາຍ “30% ເນື້ອທີ່ມະຫາສະໝຸດໄດ້ຮັບການປົກປ້ອງ ໃນປີ 2030” (ຂໍ້ລິເລີ່ມ 30x30).

ລະອຽດ, ໃນ​ຕອນ​ເຊົ້າ​ວັນ​ທີ 21 ທັນວາ, ຜູ້ຕາງໜ້າ​ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະ​ນາໆ​ພັນ ​ເນັ້ນ​ໜັກ​ວ່າ ການ​ກາຍ​ເປັນ​ສະມາຊິກ​ຂອງ GOA ຈະ​ແມ່ນ​ບາດກ້າວ​ໃໝ່​ຂອງ​ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອປົກ​ປັກ​ຮັກສາ​ຊີວະ​ນາໆ​ພັນ, ​ເຊື່ອມ​ຕໍ່​​ກັບ​ປະຊາຄົມສາກົນເພື່ອແລກປ່ຽນປະສົບການ; ຈາກ​ນັ້ນ ກໍຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ການ​ອະນຸລັກ​ຮັກສາຊີວະ​ນາໆ​ພັນ​ໃນ​ທົ່ວໂລກ.

ຕາມ​ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະ​ນາໆ​ພັນ​, ຂໍ້ລິເລີ່ມ 30x30 ​ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ສຳຄັນ​ຂອງ​ຂອບ​​ຊີວະ​ນາໆ​ພັນ​ທົ່ວ​ໂລກ, ເພື່ອຮຽກຮ້ອງ​ທົ່ວໂລກ​ອະນຸລັກ​ຮັກສາ 30% ເນື້ອ​ທີ່​ດິນ ​ແລະ ທະ​ເລ​ຂອງ​ໂລກ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ເຂດ​ສະຫງວນ (PA) ແລະ ບັນດາມາດຕະການອະນຸລັກໃຫ້ມີປະສິດທິຜົນໂດຍອີງໃສ່ເຂດອື່ນໆ (OECMs).

ຂໍ້​ລິເລີ່ມ 30x30 ຄາດ​ວ່າ​ຈະ​ກາຍ​ເປັນ​ທິດ​ທາງ​ໃໝ່, ພິ​ເສດ​ແມ່ນ​ສືບ​ຕໍ່​ຊຸກ​ຍູ້​ທົ່ວໂລກອະ​ນຸ​ລັກ​ຮັກສາສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ດ້ວຍ​ຜົນງານ​ທີ່​ໃຫຍ່​​ກວ່າ.

ການ​ກາຍເປັນ​ສະມາຊິກ​ຂອງ​ພັນທະ​ມິດ GOA ​ແລະ ​ການເຂົ້າ​ຮ່ວມ​ປະຕິບັດ​ຂໍ້ລິເລີ່ມ 30x30, ຫວຽດນາມ ​ໄດ້​ປະມວມບັນດາເປົ້າໝາຍ​ທີ່​ກ່ຽວຂ້ອງ​ເຂົ້າ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ເນື້ອ​ທີ່​​ສະຫງວນ​ທາງ​ທະ​ເລ ​ແລະ ​ແຄມ​ທະ​ເລ​ແຕ່ 3 – 5% ​ໃນ​ປີ 2030.

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ມີບົດບາດແມ່ນອົງການປະສານງານຈັດຕັ້ງປະຕິບັດຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ຮອດ​ປີ 2030, ກໍ​ຄື​ຊຸກຍູ້​ການ​ນຳ​ໃຊ້ OECM ຢູ່ ຫວຽດນາມ ເພື່ອປະກອບສ່ວນ​ເຂົ້າໃນການປະຕິບັດ​ເປົ້າໝາຍຂໍ້ລິເລີ່ມ 30x30 ໃນທົ່ວໂລກໃຫ້ສໍາເລັດຜົນ.

​ໃນ​ກອງ​ປະຊຸມ​ ບັນດາ​ຝ່າຍ​ທີ່ເຂົ້າຮ່ວມສົນທິສັນຍາ​​ຊີວະນາໆພັນ ຄັ້ງທີ 15 ​ເຊິ່ງກໍາລັງ​ດໍາເນີນ​ຢູ່ Montreal (Canada), ເປົ້າໝາຍ​ດັ່ງກ່າວ​ຍັງ​ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ຈາກ​ບັນດາ​ຜູ້ນຳ​ໂລກ ​ເພື່ອ​ໃຫ້​ທິດ​ທາງ​ໃນການ​ປົກ​ປັກ​ຮັກສາ​ມະຫາ​ສະໝຸດ​ໃຫ້ມີ​ປະສິດທິ​ຜົນ​ທີ່​ສຸດ.

​ສ່ວນພວກເຮົາ, ໃນ​ເບື້ອງ​ຕົ້ນ, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ການ​​ແລກປ່ຽນ​ທີ່​ກ່ຽວຂ້ອງ ​ເພື່ອ​ມີ​ການ​ກະກຽມ​ໃຫ້​ດີ​ທີ່​ສຸດ ກ່ອນ​ທີ່ຈະ​ກາຍເປັນ​ສະມາຊິກ​ຂອງ​ພັນທະ​ມິດ GOA ຢ່າງ​ເປັນ​ທາງ​ການ.

ຢູ່ນອກ​ກອງ​ປະຊຸມ, ຄະນະ​​ຫວຽດນາມ ກໍຈະເຮັດວຽກສອງຝ່າຍກັບ​ບັນດາ​ອົງຈັດຕັ້ງຄູ່​ຮ່ວມ​ມື ​ເພື່ອ​ລະດົມ​ກຳລັງ​ໜູນ​ຊ່ວຍໃຫ້ ຫວຽດນາມ ປະຕິບັດ​ເປົ້າ​ໝາຍ 30x30 ​ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ຮອດ​ປີ 2030, ມຸ່ງ​ໄປ​ເຖິງ​ປີ 2050.

ພາຍຫຼັງ​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງມິງ ຕົກລົງເຫັນດີນະໂຍບາຍ​​ເຂົ້າຮ່ວມສະຫະ​ພັນ​ມະຫາ​ສະໝຸດ​ໂລກ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈະສືບ​ຕໍ່​ປະຕິບັດ​ບັນດາລະບຽບການ​ທີ່​ກ່ຽວຂ້ອງ​ເພື່ອ​ຂຶ້ນ​ທະບຽນ​ເຂົ້າ​ຮ່ວມສະຫະ​ພັນ​ນີ້ ຕາມ​​ຂໍ້ຕົກລົງ​​ສາກົນ 2020.

ຫອມມາລາ

ເຫດການ
302 Found

Found

The document has moved here.