ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20: ອິນ​ເດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັກ​ສາ​ສັນ​ຕິ​ພາບ

17:22 | 03/03/2023

ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ເນັ້ນໜັກວ່າ “ການປົກຄອງທົ່ວໂລກໄດ້ປະສົບຄວາມລົ້ມເຫລວ” ໂດຍອ້າງວ່າ ສະຖາບັນຫຼາຍຝ່າຍບໍ່ປະສົບກັບສິ່ງທ້າທາຍອັນຮີບດ່ວນທີ່ສຸດໃນໂລກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ອິນ​ເດຍ​ ເຈ​ລະ​ຈາ, ເຊັນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ອິນ​ເດຍ​ ເຈ​ລະ​ຈາ, ເຊັນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ

ໃນວັນທີ 2 ມີນາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ນອກຈາກ 40 ກວ່າ ນັກການທູດແຖວໜ້າໂລກ ທີ່ມາຈາກປະເທດຕ່າງໆແລ້ວ, ຍັງມີການປະກອບສ່ວນຂອງຜູ້ຕາງໜ້າ 13 ອົງການຈັດຕັ້ງສາກົນອີກດ້ວຍ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20: ອິນ​ເດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັກ​ສາ​ສັນ​ຕິ​ພາບ

ນາຍົກລັດຖະມົນຕີອິນເດຍ Narendra Modi ກ່າວຄຳປາໄສ. (ພາບ: TTXVN)

ໃນບົດກ່າວປາໄສແບບທາງໄກ ສົ່ງໄປຍັງພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ອິນເດຍ Narendra Modi ໄດ້ເນັ້ນໜັກວ່າ ຫົວຂໍ້ຂອງປີປະທານ G20 ອິນເດຍ ແມ່ນ: “ໜ່ວຍໂລກດຽວ. ຄອບຄົວດຽວ ເພື່ອອະນາຄົດ”. ທ່ານນາຍົກລັດຖະມົນຕີ ອິນເດຍ ຖືວ່າ “ການຄຸ້ມຄອງທົ່ວໂລກຖືກປະລາໄຊ” ເມື່ອບັນດາກົນໄກຫຼາຍຝ່າຍ ບໍ່ຮັບມືໄດ້ກັບສິ່ງທ້າທາຍຮີບດ່ວນທີ່ສຸດໃນໂລກ, ເປັນຕົ້ນແມ່ນ: ວິກິດການດ້ານການເງິນ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ - 19, ການກໍ່ການຮ້າຍ ແລະ ການປະທະກັນ.

ທ່ານນາຍົກລັດຖະມົນຕີ ອິນເດຍ ກໍໄດ້ເວົ້າເຖິງຄວາມສ່ຽງຖືກຊຸດໂຊມໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະ ເລື່ອງບັນດາປະເທດຮັ່ງມີໄດ້ສົ່ງຜົນກະທົບຫຼາຍພໍສົມຄວນເຂົ້າໃນການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ Narendra Modi ຮຽກຮ້ອງໃຫ້ການນຳບັນດາປະເທດໃນໂລກ ຊອກຫາສຽງເວົ້າລວມ ໃນບັນຫາຕ່າງໆທີ່ຍັງມີທັດສະນະແຕກໂຕນກັນ ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພວມຮ້ອນເຮັ່ງທີ່ສຸດ.

ເຫດການ
302 Found

Found

The document has moved here.