ຝຶກອົບຮົມນາຍທະຫານຕິດຕໍ່ສື່ສານ, ນາຍແປພາສາ ຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022

08:11 | 02/12/2022

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາ ເພື່ອຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022.

ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

ເຂົ້າຮ່ວມຊຸດຝຶກອົບຮົມມີບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາຈາກບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ແລະວິທະຍາຄານ, ໂຮງຮຽນກອງທັບ. ບັນດາຄູອາຈານແມ່ນພະນັກງານມີປະສົບການ ທີ່ກໍາລັງເຮັດວຽກຢູ່ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກົມປ້ອງກັນພາຍໃນກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ແລະກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ.

ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ແຄ໊ງເງິນ

ໃນເວລາສອງມື້, ນັກສໍາມະນາກອນ ຈະໄດ້ຮັບການແນະນຳກ່ຽວກັບບັນດາທັກສະທີ່ຈຳເປັນເພື່ອຮັບໃຊ້ຄະນະແຂກສາກົນ ແລະລຶ້ງເຄີຍກັບສະຖານທີ່ດຳເນີນເຫດການທີ່ງານວາງສະແດງ. ພ້ອມກັນນັ້ນ, ຜ່ານການຝຶກອົບຮົມກໍ່ຈະປະກອບສ່ວນຍົກສູງຄວາມຮັບຮູ້ດ້ານການເມືອງ ແລະຄວາມຮັບຜິດຊອບຕໍ່ຖັນແຖວນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາໃນການຮັບໃຊ້ບັນດາເຫດການພົວພັນຕ່າງປະເທດສຳຄັນຂອງປະເທດ ແລະກອງທັບ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານ ພັນເອກພິເສດ ຟ້າມແມ້ງຖັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າອະນຸກຳມະການພິທີການງານວາງສະແດງ ໄດ້ສະເໜີໃຫ້ຊຸດຝຶກອົບຮົມຕ້ອງຊາບຊຶມ, ເສີມຂະຫຍາຍຄວາມຮັບຜິດຊອບ ແລະຄວາມເອກອ້າງທະນົງໃຈທີ່ໄດ້ຮັບໃຊ້ການເຄື່ອນໄຫວທີ່ມີຄວາມໝາຍນີ້ຂອງກະຊວງປ້ອງກັນປະເທດ; ຕັ້ງໜ້າຮ່ຳຮຽນເອົາຄວາມຮູ້, ເປັນເຈົ້າການສ້າງມາດຕະການຜັນຂະຫຍາຍການປະຕິບັດໜ້າທີ່; ໃນການຮັບໃຊ້ຄະນະຜູ້ແທນ, ຕ້ອງສະແດງໃຫ້ເຫັນມູນເຊື້ອຮັກແຂກແພງຄົນ, ຮູບພາບອັນດີງາມຂອງທະຫານລຸງໂຮ່. ສຳລັບບັນດາຄູອາຈານ ຕ້ອງຖ່າຍທອດຄວາມຮູ້ຢ່າງກະທັດຣັດ, ມີເນື້ອແທ້ເພື່ອໃຫ້ນັກສໍາມະນາກອນ ກໍາໄດ້ງ່າຍ ແລະນໍາໃຊ້ໄດ້ຢ່າງສະດວກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.