ເພີ່ມທະວີການຮ່ວມມືລະຫວ່າງດາໜັງ (ຫວຽດນາມ) ແລະ ສາລະວັນ (ລາວ)

09:07 | 04/01/2023

ຍສໝ-ໃນວັນ​ທີ 28 ທັນວາ, ສະຫາຍ ຮອງ​ເລຂາ​ຜູ້ປະຈຳການຄະນະ​ພັກນະຄອນ​ ດາ​ໜັງ ​ເລືອງ​ຫງວຽນມິງ​ຈຽດ ​ໄດ້​​ຕ້ອນຮັບ​ຄະນະ​ປະຕິບັດງານແຂວງ​ສາລະ​ວັນ, ລາວ ໂດຍສະຫາຍ ໂພໄຊ ໄຊຍະສອນ, ເລຂາພັກ, ເຈົ້າແຂວງສາລະວັນ ເປັນຫົວໜ້າຄະນະ ໄປມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດາຫນັງ.

ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ. ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ.
ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ
ເພີ່ມທະວີການຮ່ວມມືລະຫວ່າງດາໜັງ (ຫວຽດນາມ) ແລະ ສາລະວັນ (ລາວ)
ເລຂາພັກ, ເຈົ້າແຂວງສາລະວັນ ໂພໄຊ ໄຊຍະສອນ ມອບຂອງຂວັນທີ່ລະນຶກໃຫ້ແກ່ນະຄອນດາໜັງ

ໂດຍກ່າວ​ຄຳ​ເຫັນ​ທີ່​ການ​ເຮັດວຽກ, ທ່ານ ​ເລືອງຫງວຽນມິງຈຽດ ​ໄດ້ສະແດງ​ຍິນດີ​ຕ້ອນຮັບ​ຄະນະປະຕິບັດງານການນໍາ​ຂັ້ນ​ສູງ​ແຂວງ​ສາລະ​ວັນ ທີ່​ມາ​ຢ້ຽມຢາມ​ນະຄອນ ດາໜັງ. ໂດຍແຈ້ງກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ດາໜັງ, ສະຫາຍ ເລືອງຫງວຽນມິງຈຽດ​ ໃຫ້ຮູ້ວ່າ: ດາໜັງ ພວມ​ກໍານົດທິດ, ​​ສຸມໃສ່​ບັນດາທ່າແຮງບົ່ມຊ້ອມໃນດ້ານການທ່ອງ​ທ່ຽວ​, ເສດຖະກິດທາງ​ທະ​ເລ, ​ໄອທີ, ​ເສດຖະກິດ​ດິ​ຈິ​ຕອນ; ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ. ໃນໄລຍະຈະມາເຖິງ, ດາໜັງ ປາດຖະໜາຢາກຮ່ວມມືກັບບັນດາແຂວງພາກກາງຕອນໃຕ້ຂອງລາວ, ໃນນັ້ນມີແຂວງສາລະວັນ, ເພື່ອໃຫ້ສອງທ້ອງຖິ່ນພ້ອມກັນເສີນຂະຫຍາຍທ່າແຮງບົ່ມຊ້ອມ, ພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງທ້ອງຖິ່ນ.

ສະຫາຍ ​ເລືອງ​ຫງວຽນມິງ​ຈຽດ ​ຍັງຢືນ​ຢັນ​ວ່າ ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ແບບ​ພິ​ເສດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ນະ​ຄອນ ດາ​ໜັງ ຍາມ​ໃດ​ກໍເອົາ​ໃຈ​ໃສ່ ແລະ ຕີ​ລາ​ຄາ​ສູງ​ສາຍພົວພັນ​ຮ່ວມ​ມື​ກັບ​ບັນດາແຂວງພາກ​ໃຕ້, ແຂວງພາກກາງຂອງລາວ, ໃນນັ້ນມີແຂວງສາລະວັນ.

ໃນ​ໄລຍະ​ຜ່ານ​ມາ, ດາໜັງ ​​ໄດ້ສືບ​ຕໍ່​ສົມທົບ​ກັບ 5 ​ແຂວງ​ພາກ​ກາງ​ຕອນ​ໃຕ້​ຂອງ​ລາວ, ​ໃນ​ນັ້ນ​ມີ​ແຂວງ​ສາລະ​ວັນ, ຜັນຂະຫຍາຍຫຼາຍ​ໂຄງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື ຍົກ​ລະດັບໂຮງຮຽນ ​ແລະ ໂຄງການສາທາລະນະ, ສູນ​ສອນ​ພາສາ​ຫວຽດ; ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ດາ​ໜັງ; ​ ຮັບ​ເອົາ​ພະນັກງານ​ຈາກ​ບັນດາ​ກົມ, ຂະແໜງການໄປ​ຝຶກ​ອົບຮົມ ​ແລະ ຮໍ່າຮຽນເອົາ​ບົດຮຽນປະສົບການ​... ​ໄລຍະ 2018-2022, ນະຄອນ​ໄດ້​ໃຊ້​ງົບປະມານ​ກວ່າ 115 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ແຂວງ​ຂອງ​ລາວ, ​ໃນ​ນັ້ນ ​ໜູນ​ຊ່ວຍ​ແຂວງ​ສາລະ​ວັນ 22,23 ຕື້​ດົ່ງ...

ສະຫາຍຮອງ​ເລຂາ​ຜູ້ປະຈຳການຄະນະ​ພັກນະຄອນ​ ດາ​ໜັງ ​ເນັ້ນ​ໜັກ​ວ່າ: “ດາ​ໜັງ ຈະ​ຮ່ວມ​ກັບ​ເພື່ອນ​ລາວ, ​ໃນ​ນັ້ນ​ມີ​ແຂວງ​ສາລະ​ວັນ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບສວຍງາມ, ຍືນຍົງ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກປັກຮັກສາປະ​ເທດ​ຊາດ​ສັງຄົມ​ນິຍົມ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ສາກົນ”.

​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ​ເລືອງ​ຫງວຽນ​ມິ​ງ​ຈຽດ ສະ​ເໜີ​ແຂວງ​ສາລະ​ວັນ ສືບ​ຕໍ່​ເປັນເຈົ້າການໃນການສົມທົບ​​ກັບ​ນະຄອນ ດາໜັງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແລກປ່ຽນ, ສົ່ງເສີມການ​ຄ້າ, ການ​ຮ່ວມ​ມືທາງ​ການ​ລົງທຶນ​ລະຫວ່າງດາໜັງ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ.

ໂດຍສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຈາກການ​ນຳ​ນະຄອນ ດາ​ໜັງ, ສະຫາຍ ​ໂພ​ໄຊ ​ໄຊ​ຍະ​ສອນ, ​ເລຂາພັກ, ເຈົ້າ​ແຂວງ​ສາລະ​ວັນ ໄດ້ຮັບຮູ້​ການ​ຮ່ວມ​ມື, ການໜູນຊ່ວຍ ​ແລະ ການ​ຮ່ວມ​ມື​ຂອງ​ນະຄອນດາ​ໜັງ ກັບ ​ແຂວງ​ສາລະ​ວັນ ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຊຸກຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງຄົມ​ທ້ອງ​ຖິ່ນໃຫ້ນັບມື້ນັບພັດທະນາ.

ສະຫາຍເລຂາພັກ, ເຈົ້າແຂວງສາລະວັນ ກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງທ້ອງຖິ່ນຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ນະຄອນ ດາໜັງ ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນ ແລະ ໜູນຊ່ວຍເພື່ອໃຫ້ແຂວງສາລະວັນພັັດທະນາ. ສ່ວນແຂວງ​ສາລະ​ວັນ ກໍຈະ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນະຄອນ ດາ​ໜັງ ​ມາສຳ​ຫຼວດຕະຫຼາດ, ລົງທຶນ ​ແລະ ພັດທະນາ.

ຫອມມາລາ

ເຫດການ
302 Found

Found

The document has moved here.