​ລາດ​ຕະ​ເວນ​ເຂດ​ຊາຍແດນທະ​ເລ: ຕັດ​ສິນ​ໃຈ​ຢຸດ​ຕິ​ສະ​ພາບ​ການ​ກຳ​ປັ່ນ​ຫາ​ປາ​ລະ​ເມີດ IUU

11:00 | 02/03/2023

ຍ​ສ​ໝ - ການ​ຄຸ້ມ​ຄອງ​ກຳ​ປັ່ນ​ຫາ​ປ່າ, ຍົກ​ລະ​ດັບ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ເຈົ້າ​ຂອງ​ກຳ​ປັ່ນ​ຍັງ​ແມ່ນ​ບັນ​ຫາຫຼັກ​ແຫຼ່ງ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ຢຸດ​ຕິ​ສະ​ພາບ​ການ​ຂຸດ​ຄົ້ນ IUU.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ
ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ

ໂດຍ​ປະ​ຕິ​ບັດ​ຕາມ​ຄຳຊີ້ນຳຂອງ​ນາ​ຍົກ​ລັດ​ຖະ​ມົ​ຕີ ກ່ຽວ​ກັບ​ການ​ຢຸດ​ຕິ​ສະ​ພາບ​ການ​ກ່ຳ​ປັ່ນ​ຫາ​ປາ​ຂຸດ​ຄົ້ນ​ແບບ​ຜິດ​ກົດ​ໝາຍ​ກ່ອນ​ວັນ​ທີ 31 ມີ​ນາ ປີ 2023, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​​ຮັບ​ຜິດ​ຊອບ, ທ້ອງ​ຖິ່ນ ໄດ້ ແລະ ພວມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາ​ດ​ໃນ​ໄລ​ຍະ 180 ວັນ ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງຂອງຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ວ່າ​ດ້ານ​ການ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ມາຍ, ບໍ່​ລາຍ​ງານ, ບໍ​່​ປະ​ຕິ​ບັດຕາມ​ຂໍ້​ກຳ​ນົດ (IUU), ມຸ່ງ​ໄປ​ເຖິງ​ການ​ຢຸດ​ຕິ​ສະ​ພາບ​ການ​ກຳ​ປັ່ນ​ລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ຂຸດ​ຄົ້ນ​ແບບ​ຜິດ​ກົດ​ໝາຍ.

ຫວ່າງ​ມໍ່​ມ​າ​ນີ້, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ ຫວຽດ​ນາມ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ 7 ແຂວງ​ພາກ​ໃຕ້​ທາງທິດຕາ​ເວັນ​ຕົກ ໄດ້​ລົງ​ກວດ​ກາ, ສຳຫຼວດ, ກຳ​ແໜ້ນ​ສະ​ພາບ​ການ​ປະ​ຕິ​ບັດ​ການ​ຂຸດ​ຄົ້ນ (IUU) ເຂ​ດ​ທະ​ເລ​ຊາຍແດນລະ​ຫວ່າງ​ສາ​ມ​ປະ​ເທດ ຫວຽດ​ນາມ - ໄທ - ມາ​ເລ​ເຊຍ.

ຄະ​ນະ​ປະ​ຕິ​ບັດ​ງານ ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ປະ​ມົງ (ພາບ: vov.vn)
ຄະ​ນະ​ປະ​ຕິ​ບັດ​ງານ ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ປະ​ມົງ (ພາບ: vov.vn)

ຢູ່​ເຂດ​ທະ​ເລ​ດັ່ງ​ກ່າວ ໃນ​ຊຸ​ມ​ວັນ​ທ້າຍ​ເດືອນ​ກຸມ​ພາ, ມີ​ພາ​ຍຸ​ລົມ​ແຮງ, ຄື້ນ​ຂຶ້ນ​ສູງ ແຕ່​ບັນ​ດາ​ນາຍ​ຕຳຫຼວດ, ລູກ​ເຮືອນ​ຢູ່​ກຳ​ປັ່ນ​ຂອງ​ກຳ​ລັງ​ຕຳຫຼວດ​ທະ​ເລ ແລະ ກວດກາ​ການ​ປະມົງ ຫວຽດ​ນາມ ຍັງ​ຢຶດ​ໝັ້ນອົດທົນ​ຕໍ່ກັບຄຶ້ນ​ທະ​ເລ, ຢືນ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ທະ​ເລ ເພື່ອ​ໂຄ​ສະ​ນາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ພວມ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢູ່​ເຂດ​ນີ້.

ທ້າວ ຫງວຽນ​ຄັກ​ບິ່ງ, ຫົວໜ້າທິມກຳ​ປັ່ນ KN267 ໃຫ້​ຮູ້​ວ່າ ຖ້າ​ທຽບ​ໃສ່​ກັບ​ເມື​່ອ​ກ່ອນ, ປັດ​ຈຸ​ບັນ​ສ່ວນຫຼາຍ​ພໍ່​ແມ່​ປະ​ຊາ​ຊົນ​ມີ​ສະ​ຕິ​ຄວາມ​ຮັບ​ຮູ້ ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຫາ​ປາ​ເປັນ​ຢ່າງດີ​, ສົມ​ທົບ​ກັບ​ກຳ​ລັງ​ກວດ​ກາ​ການ​ປະມົງ. ເຖິງຢ່າງ​ໃດ​ກໍ່​ຕາມ ຍັງ​ມີ​ກ່ຳ​ປັ່ນ​ຫາ​ປາ​ທີ່ມີເຈດຕະນາເຂົ້າ​ໄປຍັງເຂດ​​ຫວງຫ້າມ​ເພື່ອ​ຫາ​ສິນ​ໃນ​ນ້ຳ, ກຳ​ປັ່ນ KN267 ແລະ ບັນ​ດາ​ກຳ​ປັ່ນ​ລຳ​ຕ່າງໆ​ໄດ້ລົງ​ກວດ​ກາ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເພື່ອ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ໃນ​ການ​ຂຸດ​ຄົ້ນ IUU ພ້ອມ​ກັບ​ຜົນ​ຕາມ​ມາ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ປະ​ຕິ​ບັດ​ເປັນ​ຢ່າງ​ດີກວ່າອີກ.

ໃນ​ເວ​ລາ​ປະ​ຕິ​ບັດການ​ລາດ​ຕະ​ເວນກວ​ດກາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໂຄ​ສະ​ນາ​ຢ່າງ​ເປ​ັນ​ປະ​ຈຳ ຄື​ຂຶ້ນ​ໄປກຳ​ປັ່ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນໂດຍກົງ​ເມື່ອ​ມີ​ເງື່ອນ​ໄຂ​ອາ​ກາດ​ທີ​່​ດີ. ເມື່ອ​ມີ​ຝົນ​ຕົກ​ລົມ​ແຮງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ໂຄ​ສະ​ນາ​ຜ່ານ​ເຄື່ອງ​ສົ່ງ​ສຽງ, ກະ​ຈາຍ​ສຽງ ເພື່ອ​ໃຫ້​ພໍ່​ແມ່​ປ​ະ​ຊາ​ຊົນ​ກຳ​ແໜ້ນ​ບັນ​ດາ​ເຂດ​ຫວງຫ້າມ​ຫາ​ປາ” ທ້າວ ຫງວຽນ​ຄັກ​ບິ່ງ ​ໃຫ້​ຮູ້.

​ການລົງ​ກວດ​ກາ​ບັນ​ດາ​ກຳ​ປັ່ນ​ໂດຍ​ກົງ​ຂອງ​ກຳ​ລັງ​ຕຳຫຼວດ​ທະ​ເລ, ກວດ​ກາ​ການ​ປະມົງ… ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ທາງ​ທະ​ເລ, ລົງ​ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ທີ່​ພວມ​ຂຸດ​ຄົ້ນ​ຢູ່​ເຂດ​ຊາຍທະ​ເລ​ທີ່ຕິດ​​ກັບ​ປະ​ເທດ​ອື່ນ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຮັບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ໝາກ​ຜົນ​ເຊິ່ງ​ພະ​ນັກ​ງານ, ນັກ​ຮົບ, ລູ​ກ​ເຮືອ​ຂອງ​ກຳ​ປັ່ນ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ກໍ່​ຄື​ການ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂຸດ​ຄົ້ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຜ່​ານ​ມາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.