ເພີ່ມທະວີສາຍພົວະັນມິດຕະພາບອັນດີງາມ, ສ້າງບັນດາຈຸດພົ້ນເດັ່ນທີ່ເສັ້ນຊາຍແດນ

16:52 | 11/12/2022

ການສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງແມ່ນເນື້ອໃນທີ່ສຳຄັນ ຍິ່ງ, ເຊິ່ງຍາມໃດພັກ, ລັດ ແລະ ປະຊາຊົນສອງປະເທດກໍໄດ້ເອົາໃຈໃສ່, ຊຸກຍູ້…

ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ

ຫວ່າງແລ້ວນີ້, ຢູ່ແຂວງ ເງະອານ ເຊິ່ງເປັນແຂວງທີ່ມີຊາຍແດນຕິດ ກັບ ລາວ ໄດ້ດຳເນີນກອງປະຊຸມໂຄສະນາ, ເຜີຍແຜ່ນະໂຍບາຍກົດໝາຍ ໃຫ້ນາຍບ້ານດີເດັ່ນຢູ່ລຽບຕາມຊາຍແດນ ຫວຽດນາມ - ລາວ.

ການສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງແມ່ນເນື້ອໃນທີ່ສຳຄັນ ຍິ່ງ, ເຊິ່ງຍາມໃດພັກ, ລັດ ແລະ ປະຊາຊົນສອງປະເທດກໍໄດ້ເອົາໃຈໃສ່, ຊຸກຍູ້…

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ການຄຸ້ມຄອງ ແລະ ປ້ອງກັນຊາຍແດນແມ່ນພາລະກິດລວມຂອງທຸກຂະແໜງການ, ທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຂອງທັງສອງປະເທດ.

Vun đắp mối quan hệ hữu nghị tốt đẹp, xây dựng những điểm sáng nơi biên cương

ທັດສະນີຍະພາບກອງ​ປະ​ຊຸມ

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຖືວ່າ: “ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ບົດບາດຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນ ແມ່ນມີຄວາມສຳຄັນຍິ່ງ. ຕົວຈິງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນຢູ່ ເຂດຊາຍແດນນີ້ເອງ ພວມນັບມື້ນັບປະກອບສ່ວນເຂົ້າໃນການປັບປຸງ, ປ້ອງກັນ ເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ໝັ້ນຄົງ, ສ້າງເສັ້ນຊາຍແດນແຫ່ ງສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາລະຫວ່າງສອງປະເທດ. ໄລຍະຜ່ານມາ, ທ້ອງຖິ່ນຕ່າງໆຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ ໄດ້ ແລະ ກຳລັງຍູ້ແຮງຂະບວນການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຂົນຂວາຍປະຊາຊົນ ຕັ້ງໜ້າເຂົ້າຮ່ວມການປ້ອງກັນຊາຍແດນ, ເພີ່ມທະວີຮູບແບບບ້ານແຮກສ່ຽວ ລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.”

ກ່ອນໜ້ານັ້ນ, ຢູ່ ເທດສະບານ ເກືອຫຼໍ່, ແຂວງ ເງະອານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ; ຢ້ຽມຊົມງານວາງສະແດງຮູບພາບ, ວັດຖຸພັນກ່ຽວກັບ ຊາຍແດນ ຫວຽດນາມ - ລາວ.

ບູນມີ

ເຫດການ
302 Found

Found

The document has moved here.