ກໍາລັງທະຫານຊາຍແດນແຂວງລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໄດ້ຈັດຕັ້ງ 10 ກອງລາດຕະເວນ, ຈັດຕັ້ງການລາດຕະເວນຈາກຫຼັກ ໝາຍຊາຍແດນທີ 87 ເຖິງຫຼັກໝາຍຊາຍແດນທີ 167 ພາຍໃຕ້ຮູບແບບຊາຍແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ.
ຍສໝ - ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ.
ຍສໝ - ໃນໄລຍະ 9 ວັນໃນການເດີນທາງໄປຍັງໝູ່ເກາະ ເຈື່ອງຊາ ແລະ ເຮືອນຂຸດເຈາະ DK1, ຄະນະປະຕິບັດງານຊຸດທີ 4 ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ໝູ່ເກາະ ດ້ວຍຍອດມູນຄ່າກວ່າ 90 ຕື້ດົ່ງ.
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.
ຍສໝ - ວັນທີ 26 ເມສານີ້, ຄ້າຍທະຫານປ້ອງກັນຊາຍແດນລ໋ອງເຊີບ, ທະຫານປ້ອງກັນຊາຍແດນ ແຂວງເຊີນລາ ສົມທົບກັບບັນດາຫົວໜ່ວຍອຸປະຖໍາ ເລີ່ມກໍ່ສ້າງໂຄງການ “ເຮືອນຄົວແຫ່ງຄວາມຮັກ-ຊ່ວຍນ້ອງເຂົ້າໂຮງຮຽນ” ເພື່ອມອບໃຫ້ນັກຮຽນຂອງໂຮງຮຽນອະນຸບານຢູ່ບ້ານ ອາມ໋າ I, ຕາແສງ ລ໋ອງເຊີບ, ເມືອງມົກເຈົາ.
ຍສໝ-ຕອນບ່າຍວັນທີ 24 ເມສານີ້, ຄະນະກຳມະການປະຊາຊົນນະຄອນມອງກ້າຍ (ກວາງນິງ) ແລະ ອຳນາດການປົກຄອງນະຄອນ ດົ່ງຊິງ (ກວາງຊີ, ຈີນ) ໄດ້ດຳເນີນການພົບປະເຈລະຈາທາງອອນໄລ ເພື່ອປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຜ່ານດ່ານສໍາລັບສິນຄ້າລະຫວ່າງ 2 ທ້ອງຖິ່ນໃນໄລຍະທີ່ຈະມາເຖິງນີ້.
ຍສໝ - ເຊົ້າວັນທີ 25 ເມສາ, ຢູ່ທີ່ຫໍອະນຸສາວະລີອະນຸຊົນແຫ່ງຊາດດາລາດ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງເລິມດົງ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບາເຣຍ-ວູງເຕົ່າ ໄດ້ເປີດງານວາງ ສະແດງ ພາຍໃຕ້ຫົວຂໍ້ “ ໂກນດາວ-ດາລາດ, ຈຸດເຊື່ອມຕໍ່ວັດທະນະທໍາ ແລະ ການທ່ອງທ່ຽວ”.
ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແຂວງບັກຢາງ ໄດ້ ໄຂງານວາງສະແດງດ້ວຍຫົວເລື່ອງ “ຮວ່າງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກໍາ”...
ບັນດາການເຄື່ອນໄຫວໃນຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ເວົ້າລວມ, ກຳລັງຕຳຫຼວດທະເລ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບສືບຕໍ່ພັດທະນາຢ່າງດີງາມ.
ຍສໝ - ວັນທີ 19 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນກອງປະຊຸມຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ຄັ້ງທີ III ອາຍຸການ 2022 – 2027.
ວັນທີ 17 ເມສາ, ຢູ່ເຂດທ່ອງທ່ຽວຊີວະພາບຈ່າງອານ ຂຶ້ນກັບກຸ່ມທັດສະນີຍະພາບຈ່າງອານ (ແຂວງນີງບີ່ງ), ຄະນະຄຸ້ມຄອງກຸ່ມທັດສະນີຍະພາບຈ່າງອານ ສົມທົບກັບວິສາຫະກິດກໍ່ສ້າງ ຊວນເຈື່ອງ ແລະຄະນະກໍາມະການປະຊາຊົນເມືອງ ຮວາລື ຈັດພິທີໄຂງານບຸນຈ່າງອານ ປີ 2022.
ຍສໝ - ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີໃຫ້ເມືອງ ລີເຊີນ ສືບຕໍ່ເສີມຂະຫຍາຍບັນດາຮີດຄອງປະເພນີວັດທະນະທຳ, ປະຫວັດສາດ ແລະ ການປະຕິວັດ, ກໍ່ສ້າງເກາະ ລີເຊີນ ໃຫ້ສົມເປັນໝູ່ເກາະດ່ານໜ້າຂອງປະເທດຊາດ.
ຍສໝ - ວັນທີ 13 ເມສາ, ຢູ່ເມືອງ ແມວວາກ (ແຂວງ ຮ່າຢາງ), ໄດ້ໄຂງານວາງສະແດງຮູບພາບດ້ວຍຫົວຂໍ້ “ຈຸດເໜືອສຸດ ຮ່າຢາງ ແລະທະເລ, ໝູ່ເກາະ ຫວຽດນາມ”, “ຄວາມໃຝ່ຝັນອຸທິດສ່ວນ-ຫຼັກດຳເນີນຊີວິດຂອງ ຊາວຫນຸ່ມ”.
ຍສໝ - ຝ່າຍຈີນ ຫາກໍ່ຟື້ນຟູການນຳເຂົ້າໝາກໄມ້ສົດ (ລວມທັງໝາກມັງກອນ) ແລະ ສິນຄ້າແຊ່ແຂງ ຜ່ານດ່ານຊາຍແດນ ຫ່າເຂົາ (ຝ່າຍຫວຽດນາມ ແມ່ນດ່ານຊາຍແດນ ກິມແທ່ງ 2, ລາວກາຍ) ພາຍຫຼັງໄດ້ໂຈະມາເປັນເວລາເກືອບ 2 ເດືອນ.
ຍສໝ - ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.
ຍສໝ - ຕາມແຜນການຂອງຄະນະກຳມະການປະຊາຊົນແຂວງ ດັກນົງ, ກອງປະຊຸມຈະດຳເນີນແຕ່ວັນທີ 22 – 26 ພະຈິກ ໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກເຄືອຂ່າຍ ສວນສາທາລະນະທໍລະນີສາດ ທົ່ວໂລກ ອົງການ UNESCO, ຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ປະມານ 350 ທ່ານ.
ຍສໝ - ແຫຼມເຊີນຈ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ໃນ 5 ປີມານີ້, ນັບແຕ່ເວລາໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້.
ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ເບົ່າຈັ້ງ ໂດຍທໍາມະຊາດໄດ້ດົນບັນດານທິວທັດປະຖົມປະຖານ ແລະໜ້າປະທັບໃຈທີ່ສຸດໃຫ້, ດ້ວຍການປະສົມກົມກຽວຂອງໂນນຊາຍຂາວນວນ ແລະ ໜອງນ້ໍາຈືດທີ່ກວ້າງໃຫຍ່.
ຍສໝ - ງານວາງສະແດງເພື່ອແນໃສ່ໂຄສະນາ ແລະ ສຶກສາໃຫ້ບັນດານັກສຶກສາກ່ຽວກັບອະທິປະໄຕເຂດທະເລ ແລະ ໝູ່ເກາະຂອງ ຫວຽດນາມ...
ຫວ່າງແລ້ວນີ້, ຢູ່ນະຄອນຝຸກວກ, ຄະນະກຳມະການປະຊາຊົນ ແຂວງກຽນຢາງ ໄດ້ສົມທົບກັບ ສະຖານທູດ ແລະ ສະຖານກົງສູນ ອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສົ່ງເສີມການທ່ອງທ່ຽວຝຸກວກ ແລະ ອິນເດຍ.
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືສິດອະທິປະໄຕ, ສິດອຳນາດສານຕໍ່ບັນດາເຂດທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ຍສໝ - ກະຊວງແຜນການ ແລະ ການລົງທຶນ (MPI) ແລະ ອົງການພັດທະນາສາກົນອາເມລິກາ (USAID) ໄດ້ຈັດຕັ້ງພິທີໄຂການດຳເນີນຂໍ້ລິເລີ່ມການສ້າງນະວັດຕະກຳແມ່ນ້ຳຂອງ (MII) ແນໃສ່ສະໜັບສະໜຸນຫວຽດນາມ ສົ່ງເສີມພື້ນຖານເສດຖະກິດດີຈີຕອລ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ໂດຍຜ່ານການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີການຂັບເຄື່ອນ ແລະ ກຽມພ້ອມຂຶ້ນແກ່ການຫັນເປັນດີຈີຕອລ, ພ້ອມທັງລະດົມ ແລະ ເຊື່ອມໂຍງແຫຼ່ງຊັບພະຍາກອນຕ່າງໆ ເພື່ອສະໜັບສະໜູນການສ້າງນະວັດຕະກຳໃຫ້ແກ່ເຂດທົ່ງພຽງລຽບແມ່ນ້ຳຂອງ.
ຍສໝ - ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ (TC-HICT) ຂຶ້ນກັບບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ທີ່ຫາກໍປະສົບຜົນສຳເລັດໃນການຕ້ອນຮັບກຳປັ່ນ "super ship" One Continuity ຂອງ ບໍລິສັດກຳປັ່ນ ONE, ໃນການບໍລິການທາງທະເລໃໝ່ PS3 ຂ້າມປາຊີຟິກ ໄປຍັງຝັ່ງຕາເວັນຕົກໂດຍກົງ.
ເນື່ອງໃນໂອກາດບຸນປີໃໝ່ລາວ, ວັນທີ 3 ເມສາ, ທ່ານ ພົນຕີ ເຈິ່ນຫວໍຢຸ້ງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ອວຍພອນການນໍາແຂວງຫົວພັນ, ກອງບັນຊາການທະຫານແຂວງຫົວພັນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ໜັງສືພິມລາຍວັນ The Sunday Times ຂອງອັງກິດໄດ້ຕັ້ງຫົວຂໍ້ “ຫວຽດນາມ ຍິນດີຕ້ອນຮັບ” ແລະ ສ້າງບັນຊີລາຍຊື່ບັນດາລາຍການທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ, ຊ່ວຍໃຫ້ປະຊາຊົນອັງກິດ ໝັ້ນໃຈຊື້ປີ້ມາຫວຽດນາມ ໃນໄລຍະພັກແລ້ງປີນີ້.
ຍສໝ - ແຕ່ລະຈຸດເວລາໃນມື້, ບຶງໂອລວານ ນໍາມາເຊິ່ງຄວາມຮູ້ສຶກທີ່ແຕກຕ່າງ. ແນວໃດ ກໍ່ຕາມ, ເວລາຮຸ່ງອາລຸນ ແລະ ສາຍັນແມ່ນເວລາທີ່ສະຖານທີ່ແຫ່ງ ນີ້ເຮັດໃຫ້ຜູ້ຄົນໃຈລະເມີທີ່ສຸດ.
ແຕ່ວັນທີ 21-25 ມີນາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ (ສສ ຫວຽດນາມ) ແລະກອງບັນຊາການທະຫານແຂວງເຊກອງ (ສປປ ລາວ) ໄດ້ລາດຕະເວນສອງຝ່າຍ ເພື່ອກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຮັກສາຄວາມປອດໄພຕາມເສັ້ນຊາຍແດນຫວຽດນາມ-ລາວ.