ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ

12:22 | 14/04/2022

ຍສໝ - ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.

ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ
ວິສາຫະກິດຢູ່ແຂວງ Mazandaran ຕ້ອງການນຳເຂົ້າປາທູນ່າ ຈາກຫວຽດນາມ ວິສາຫະກິດຢູ່ແຂວງ Mazandaran ຕ້ອງການນຳເຂົ້າປາທູນ່າ ຈາກຫວຽດນາມ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ. ພາບ:TTXVN

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ນັບແຕ່ກອງປະຊຸມຮ່ວມມືພັດທະນາດ້ານການຄ້າຊາຍແດນລະຫວ່າງສອງປະເທດ ຄັ້ງທີ XI ໃນປີ 2018 ມາຮອດປະຈຸບັນ, ການພົວພັນດ້ານການຄ້າເວົ້າລວມ ແລະ ການຄ້າຊາຍແດນລະຫວ່າງສອງປະເທດເວົ້າສະເພາະ ໄດ້ມີບາດກ້າວພັດທະນາໃຫມ່, ສະແດງໃຫ້ເຫັນຜ່ານລະດັບການເຕີບໂຕຕັ້ງຫນ້າໃນວົງເງິນນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດ.

ປີ 2021 ວົງເງິນການຄ້າສອງສົ້ນບັນລຸ 1,37 ຕື້ USD, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020, ລື່ນກາຍຄາດໝາຍ ຊື່ງການນຳຂັ້ນສູງສອງປະເທດວາງອອກໃຫ້ຂະແຫນງອຸດສາຫະກຳ ການຄ້າສອງປະເທດ (10%). ໃນນັ້ນ ວົງເງິນນຳເຂົ້າສິນຄ້າຂອງຫວຽດນາມ ຈາກ ລາວ ບັນລຸເກືອບ 780 ລ້ານ USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ປີ 2020. ນີ້ແມ່ນລະດັບເປັນຫນ້າຊື່ນຊົມ ບໍ່ພຽງແຕ່ເມື່ອທຽບໃສ່ດ້ານການຄ້າລະຫວ່າງ ຫວຽດນາມ -ລາວ ໃນຊຸມປີກ່ອນນີ້ເທົ່ານັ້ນ ຫາກຍັງທຽບໃສ່ກັບການເຕີບໂຕວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ຫລາຍປະເທດໃນພາກພື້ນອີກດ້ວຍ.

ສອງຝ່າຍເຫັນດີວາງອອກ 7 ທິດທາງ ຮ່ວມມືພັດທະນາດ້ານການຄ້າຊາຍແດນ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນ ມີການສຳຫລວດກວດກາ, ຄົ້ນຄ້ວາ, ສະເຫນີບັນດາກົນໄກ, ນະໂຍບາຍບຸລິມະສິດກະໂດດຂັ້ນ, ມີກຳລັງສ້າງຄວາມສົນໃຈຢ່າງພຽງພໍເພື່ອດຶງດູດແຫລ່ງເງິນລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດເສດຖະກິດດ່ານຊາຍແດນ; ຊຸກຍູ້ການພົບປະສົນທະນາເພື່ອລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ.

ສອງຝ່າຍເຫັນດີສ້າງຄວາມສະດວກໃຫ້ສິນຄ້າສອງປະເທດ ຈໍລະຈອນ, ຈຳຫນ່າຍຢູ່ຕະຫລາດຂອງກັນ, ພິເສດແມ່ນຜະລິດຕະພັນກະເສດ, ສືບຕໍ່ສ້າງສະພາບແວດລ້ອມທີ່ປອດໃສໃຫ້ແກ່ການຄ້າຊາຍແດນພັດທະນາ.

ໄຊພອນ

ເຫດການ
302 Found

Found

The document has moved here.