ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ

09:20 | 21/04/2022

ຍ​ສ​ໝ - ວັນ​ທີ 19 ເມ​ສາ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ III ອາ​ຍຸ​ການ 2022 – 2027.

ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ
ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ
ກອງ​ປະ​ຊຸມ (ພາບ: thoidai.com.vn)

ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ສະ​ຫຼຸບ​ການເຄື່ອນໄຫວ​ ​ອາ​ຍຸ​ການ​ທີ II ຂອງ​ສະ​ມາ​ຄົມ​. ຕາມນັ້ນແລ້ວ, ການເຄື່ອນໄຫວມິດຕະພາບປະຊາຊົນຂອງສະມາຄົມໄດ້ດຳເນີນໄປຢ່າງຕັ້ງໜ້າ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງນະຄອນ ແລະ ສອງປະເທດ.

ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ກຳປູ​ເຈຍ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ລະດົມ​ບັນດາ​ສະມາຊິກ​ປະກອບສ່ວນ​ກໍ່ສ້າງ​ແຜ່ນສີລາ​ ​ຢູ່​ເກາະ ​ເຈື່ອງ​ຊາ, ໜູນ​ຊ່ວຍ​ມອບ​ຂອງຂວັນ​ໃຫ້​ຜູ້​ທຸກ​ຍາກ, ນັກຮຽນ​ທຸກ​ຍາກ, ປຸກສ້າງ​ເຮືອນ​ແຫ່ງ​ຄວາມ​ຮັກ​ແພງ​ຢູ່​ບາງ​ທ້ອງ​ຖິ່ນ.

ໃນໄລຍະການລະບາດຂອງພະຍາດ 2020-2021, ສະໂມສອນໄດ້ມອບຜ້າອັດປາກ-ດັງ 2.000 ອັນໃຫ້ນັກຮຽນ ກຳປູເຈຍ, ມອບຜ້າອັດປາກ-ດັງ 10.000 ອັນ ແລະ ຢາມ່ອງຊະນິດນ້ຳ 1.000 ກ່ອງ ຊ່ວຍເຫຼືອທະຫານຊາຍແດນແຂວງ ໄຕນິງ. ຫວ່າງ​ມໍ່ໆ​ມາ​ນີ້, ​ໄດ້​ມອບຜ້າອັດປາກ-ດັງ ​ຕື່ມ​ອີກ 5.000 ອັນ​ໃຫ້​ຊາວ​ກຳປູ​ເຈຍ ​ແລະ ຜ້າອັດປາກ-ດັງ 5.000 ອັນ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ໄລຍະ​ທີ 3 ຂອງ​ໂລກ​ລະບາດ​ໂຄ​ວິດ-19 ຢູ່ ກຳປູ​ເຈຍ; ໜູນ​ຊ່ວຍ​ກອງ​ປະຊຸມ​ນັກ​ສຶກສາ​ກຳປູ​ເຈຍ 50 ລ້ານ​ດົ່ງ ​ແລະ ມອບ​ຂອງຂວັນ 250 ພູດ ​ເປັນ​ມູນ​ຄ່າ 200 ລ້ານ​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.