ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ເຂດ​ຊາຍ​ແດນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

14:50 | 13/04/2022

ຍ​ສ​ໝ - ໃນ 5 ປີ​ມາ​ນີ້, ນັບ​ແຕ່​ເວ​ລາ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ, ການ​ຮ່ວມ​ມື​ເຂດ​ຊາຍ​ແດນ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽ​ງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ ແລະ ຊຸກ​ຍູ້.

SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ
ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ
ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ເຂດ​ຊາຍ​ແດນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: qdnd.vn

ໄລ​ຍະ 2016 – 2021, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເວົ້າ​ລວມ ແລະ ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຫວຽດ​ນາມ ເວົ້າ​ສະ​ເພາະ ໄດ້​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ພົວ​ພັນ, ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຊາຍ​ແດນ​ຕິດ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ລວມ​ມີ ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ, ຜ່ານ​ນັ້ນ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງກອງ​ທັບ​ສອງ​ປະ​ເທດ​ໃນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ລວມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ.

ປີ 2021 ເຫັນ​ປະ​ຈັກ​ຕາ​ຂີດ​ໝາຍ​ໃຫຍ່​ໃນ​ການ​ພົວ​ພັນ​, ຮ່ວມ​ມື​ເຂດ​ຊາຍ​ແດນ​ເມື່ອ​ການ​ພົວ​ພັນ​ມິດ​ຕະ​ພາບ​ໃນ​ການ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ລາ​ວ ​ຄັ້ງ​ທີ 1 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ກາງ​ເດືອນ 12 ຢູ່​ເມືອງ ເຮືອງ​ຮ​ວາ (ແຂວງ​ກ໋​ວາງ​ຈິ) ແລະ ເມືອງ ເຊ​ໂປນ (ສະ​ຫວັນ​ນາ​ເຂດ), ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ພົນ​ເອກ ຈັນ​ສະ​ໝອນ ຈັນ​ຍະ​ລາດ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ.

ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ຝ່າຍ, ໂດຍ​ໄດ້​ກຳ​ນົດ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ນີ້​ກໍ່​ໄດ້​ຮັບ​ຖື​ວ່າ​ແມ່​ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ຍິ່ງ​ໃຫຍ່​ດ້ານ​ການ​ເມືອງ, ສ້າງ​ກຳ​ລັງ​ແຮງ​ແຜ່​ກະ​ຈ່າຍ​ໄປ​ທົ່ວ​ທຸກ​ຊັ້ນ​ຄົນ, ປະ​ກອບ​ສ່ວນ​ປັບ​ປຸງ, ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະ​ຫວ່າງກອງ​ປະ​ຊຸມ​ສອງ​ປະ​ເທ​ດ​ເວົ້າ​ສະ​ເພາະ.

ບຸນ​ຄົງ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.