ຄາດວ່າໃນວັນທີ 26 ເມສາ ຈະຟື້ນຟູການຜ່ານດ່ານທີ່ດ່ານຊາຍແດນມອງກ້າຍ

12:47 | 27/04/2022

ຍສໝ-ຕອນ​ບ່າຍ​ວັນ​ທີ 24 ​ເມສາ​ນີ້, ຄະ​ນະ​ກຳມະການ​ປະຊາຊົນ​ນະຄອນ​ມອງກ້າຍ (ກວາງ​ນິງ) ​ແລະ ອຳນາດການປົກຄອງນະຄອນ ດົ່ງ​ຊິງ (ກວາງ​ຊີ, ຈີນ) ​ໄດ້​ດຳ​ເນີນການພົບປະເຈລະຈາ​ທາງ​ອອນໄລ ​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ກ່ຽວກັບບັນດາ​ມາດ​ຕະການ​ຊຸກຍູ້​ການ​ຜ່ານດ່ານສໍາລັບ​ສິນຄ້າ​ລະຫວ່າງ 2 ທ້ອງ​ຖິ່ນໃນໄລຍະທີ່ຈະມາເຖິງນີ້.

ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ
ຊົມການສະແດງຂັບລຳພື້ນເມືອງ, ຮັບປະທານອາຫານຢູ່ຖະໜົນກາງຄືນ ກຳແພງພະລາຊະວັງເຫວ້ ຊົມການສະແດງຂັບລຳພື້ນເມືອງ, ຮັບປະທານອາຫານຢູ່ຖະໜົນກາງຄືນ ກຳແພງພະລາຊະວັງເຫວ້
ຄາດວ່າໃນວັນທີ 26 ເມສາ ຈະຟື້ນຟູການຜ່ານດ່ານທີ່ດ່ານຊາຍແດນມອງກ້າຍ
ການພົບປະເຈລະຈາ​ທາງ​ອອນໄລໄດ້ຮັບການຕົກລົງ​​ເປັນເອກະພາບ​ກັນຂອງທັງສອງຝ່າຍ ​ແຕ່​ວັນ​ທີ 26 ​ເມສາ​, ​​ຟື້ນ​ຟູຄືນໃໝ່ການຜ່ານດ່ານສໍາລັບ​ສິນຄ້າ​ຢູ່​ດ່ານ​ຂົວບັກລວນ 2 (​ດ່ານ​ຊາຍ​ແດນ​ສາກົນ​ມອງກ້າຍ)

ຕາມ​ນັ້ນ​ແລ້ວ, ສອງຝ່າຍ​​ເຫັນ​ດີເປັນເອກະພາບແກ້ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໄດ້ຜ່ານດ່ານ​ຢ່າງ​ວ່ອງ​ໄວ, ສະດວກ, ​ເພື່ອ​ດຶງ​ດູດ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ນຳ​ເຂົ້າ ​ແລະ ສົ່ງ​ອອກ, ປັບປຸງການປັບຕົວຂອງ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຊາຍ​ແດນ​ໃນ​ສະ​ພາບ​ການ​ທີ່ຖືກ​ຜົນ​ກະ​ທົບ​ຂອງພະຍາດ​ໂຄ​ວິດ-19.

ສອງຝ່າຍ​ຕົກລົງ​​ເປັນເອກະພາບ​ກັນ​ແຕ່​ວັນ​ທີ 26 ​ເມສາ​, ​​ຟື້ນ​ຟູຄືນໃໝ່ການຜ່ານດ່ານສໍາລັບ​ສິນຄ້າ​ຢູ່​ດ່ານ​ຂົວບັກລວນ 2 (​ດ່ານ​ຊາຍ​ແດນ​ສາກົນ​ມອງກ້າຍ). ​ກ່ອນອື່ນໝົດ ສອງ​ຝ່າຍ​ໃຫ້​ບຸລິມະສິດ​ໃນ​ການ​ແກ້ໄຂລົດທີ່ຍັງຄ້າງຢູ່ດ່ານ, ສິນຄ້າຕົກຄ້າງ, ເຄື່ອງອາ​ໄຫຼ່ ​ແລະ ເຄື່ອງກົນ​ຈັກ​ເພື່ອຮັບໃຊ້ໃນການ​ຜະລິດ​ຂອງ​ທັງ​ສອງ​ຝ່າຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.