ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ)

14:44 | 30/04/2022

ຍສໝ - ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນ​ດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ.

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

ວັນທີ 27 ເມສາ, ທີ່ນະຄອນລ່າວກາຍ, ຄະນະພັກແຂວງ ລ່າວກາຍ (ຫວຽດນາມ) ໄດ້ສົມທົບກັບຄະນະພັກແຂວງ ຢຸນນານ (ຈີນ) ພ້ອມກັບບັນດາທ້ອງຖິ່ນ, ອົງການກ່ຽວຂ້ອງຂອງສອງຝ່າຍ ຈັດຕັ້ງກອງປະ ຊຸມທາງອອນລາຍລະຫວ່າງ ເລຂາພັກແຂວງບັນດາແຂວງ ລ່າວກາຍ, ດ້ຽນບຽນ, ຮ່າຢາງ, ລາຍເຈົາ ແລະ ແຂວງຢຸນນານ ປີ 2022 .

ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ)
ທ່ານ ດັ້ງຊວນຟອງ ເລຂາພັກແຂວງລ່່າວກາຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: TTXVN

ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນ​ດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ; ພ້ອມກັນແລກປ່ຽນ ບັນດາບັນຫາທີ່ຍັງຄົງຄ້າງ ໃນວິວັດການຮ່ວມມື; ເຫັນດີເປັນເອກະພາບບາງເນື້ອໃນຮ່ວມມື ໃນໄລຍະຈະມາເຖິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ; ຊຸກຍູ້ການຮ່ວມມືຢ່າງແທດຈິງ ໃນທຸກຂົງເຂດ. ຝ່າຍຕ່າງໆເຫັນດີເປັນເອກະພາບໂດຍຖືວ່າ ພາຍໃຕ້ການຊີ້ ນໍາຂອງຄະນະກໍາມະການປະສົມຊາຍແດນໃນເຂດດິນຕໍ່ແຜ່ນຫວຽດນາມ-ຈີນ, ບັນດາແຂວງ ຄວນຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຮ່ວມມືພັດທະນາ ໃນເຂດຊາຍແດນຂອງສອງປະເທດໃຫ້ເໝາະສົມກັບເອກະສານນິຕິກໍາວ່າດ້ວຍຊາຍແດນໃນເຂດດິນຕໍ່ແຜ່ນ 3 ສະບັບ ແລະ ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ; ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ປະກອບສ່ວນໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽນາມ-ຈີນ ພັດທະນາສະຖຽນລະພາບ, ປອດ​ໃສ ແລະ ຍືນຍົງ.

ບູນມີ

ເຫດການ
302 Found

Found

The document has moved here.