ງານວາງສະແດງເອກະສານ ແລະ ຮູບພາບ ຂອງໂກ່ນດາວ ແຕ່ສະໄໝລາຊະວົງ ຫງວຽນ ເຖິງປັດຈຸບັນ

18:36 | 26/04/2022

ຍ​ສ​ໝ - ເຊົ້າວັນທີ 25 ເມ​ສາ, ຢູ່ທີ່ຫໍອະນຸສາວະລີອະນຸຊົນແຫ່ງຊາດດາລາດ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງເລິມດົງ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບາເຣຍ-ວູງເຕົ່າ ໄດ້ເປີດງານວາງ ສະແດງ ພາຍໃຕ້ຫົວຂໍ້ “ ໂກນດາວ-ດາລາດ, ຈຸດເຊື່ອມຕໍ່ວັດທະນະທໍາ ແລະ ການທ່ອງທ່ຽວ”.

ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ
ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ” ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”

ໃນງານວາງສະແດງດັ່ງກ່າວໄດ້ວາງສະແດງເອກະສານຫຼາຍກວ່າ 300 ສະບັບ ແລະ ຮູບພາບແຕ່ສະໄໝລາຊະວົງຫງຽນ ຈົນເຖີງປັດຈຸບັນ, ພ້ອມກັບບັນດາຮູບພາບທີ່ກ່ຽວກັບຄວາມອົງອາດກ້າຫານທີ່ມີຄຸນຄ່າທາງປະຫວັດສາດ-ຄວາມພິເສດທາງວັດທະນະທໍາ; ຄວາມສວຍສົດງົດງາມຂອງທໍາມະຊາດ ແລະ ທ່າແຮງບົ່ມຊ້ອນເພື່ອການພັດທະນາໂກນດາວໃນປັດຈຸບັນ. ວາລະການສະແດງດັ່ງກ່າວປະກອບມີ 4 ເນື້ອໃນຕົ້ນຕໍ: ໂກນດາວພາຍໃຕ້ສະໄໝລາຊະວົງຫງຽນ, ຄຸກໂກນດາວ - ປະຫວັດສາດ 113 ປີ (1862-1975), ໂກນດາວແມ່ນຄວາມພູມໃຈຂອງຄົນຫວຽດນາມ ແລະ ຕ່າງປະເທດ, ທັດສະນິຍະພາບ ແລະ ຄວາມສໍາເລັດໃນການພັດທະນາໂກນດາວ.

ງານວາງສະແດງເອກະສານ ແລະ ຮູບພາບ ຂອງໂກ່ນດາວ ແຕ່ສະໄໝລາຊະວົງ ຫງວຽນ ເຖິງປັດຈຸບັນ
ພາບປະກອບ: thanhnien.vn

ຢູ່ໃນເຂດພື້ນທີ່ວາງສະແດງ ໄດ້ມີການຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບອະນຸສອນສະຖານອະນຸຊົນແຫ່ງຊາດ ດາລາດ, ສະຖານທີ່ສາຍຮູບພາບບັນດາເອກະສານກ່ຽວກັບອະນຸສາວະລີອະນຸຊົນແຫ່ງຊາດດາລາດ, ຮູບເງົາຄາສສິກກ່ຽວກັບການປະຕິວັດ, ບັນດາຕົວລະຄອນອະນຸຊົນທີ່ມີຊື່ສຽງຂອງຫວຽດນາມ; ຮູບເງົາທີ່ສະແດງເຖີງຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງດາລາດ ແລະ ໂກນດາວ...

ນອກຈາກນັ້ນ, ກໍໄດ້ເຊື້ອເຊີນອະດີດນັກໂທດຄຸກອະນຸຊົນດາລາດ ເລົ່າກ່ຽວກັບ “ເລື່ອງ​ລາວ​ເບື້ອງຫຼັງ​ຂອງ​ສິ່ງວັດ​ຖຸ”.

ງານວາງສະແດງໃນຄັ້ງນີ້ແມ່ນໜຶ່ງໃນລາຍການທີ່ຕອບສະໜອງໃຫ້ແກ່ປີທ່ອງທ່ຽວບັນດາແຂວງພາກໃຕ້ຝັ່ງຕາເວັນອອກ ປີ 2022 ຊຶ່ງຈະສະແດງຈົນເຖີງວັນທີ 30 ເມ​ສາ​.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.