ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ

14:34 | 25/04/2022

ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແຂວງບັກຢາງ ໄດ້ ໄຂງານວາງສະແດງດ້ວຍຫົວເລື່ອງ “ຮວ່າງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ-ບັນດາພະ​ຍານຫຼັກ​ຖານ​ປະຫວັດສາດ ແລະ ນິຕິກໍາ”...

ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ
ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍ ພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ 68 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2022), ວັນທີ 20 ເມສາ, ທີ່ຫໍພິພິທະພັນແຂວງບັກຢາງ ໄດ້ ໄຂງານວາງສະແດງດ້ວຍຫົວເລື່ອງ “ຮວ່າງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ-ບັນດາພະ​ຍານຫຼັກ​ຖານ​ປະຫວັດສາດ ແລະ ນິຕິກໍາ”; ບັນດາຊົນເຜົ່າ ແລະ ສາສະໜາຢູ່ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກ ສາປະເທດຊາດ; ບັນດາວັດຖຸ​ພັນ​​ທີ່​ລະ​ນຶກ.

ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ
ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ. ພາບ: TTXVN

ການວາງສະແດງລວມມີຮູບພາບ 80 ແຜ່ນ, ວັດຖຸພັນ 42 ຢ່າງ ດ້ວຍບັນດາ ຮູບພາບ, ເອກະສານທີ່ໄດ້ວາງສະແດງ ໄດ້ເປັນການຢັ້ງຢືນອະທິປະໄຕທະເລໝູ່ ເກາະຂອງຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ; ສ່ອງແສງມູນເຊື້ອປະຫວັດສາດ, ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທໍາຂອງປະຊາຄົມບັນດາຊົນເຜົ່າຢູ່ຫວຽດນາມເວົ້າລວມ, ແຂວງບັກຢາງເວົ້າສະເພາະ, ການປະກອບສ່ວນທີ່ຕັ້ງໜ້າຂອງບັນດາຊົນເຜົ່າ ແລະ ສາສະໜາໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ. ງານວາງສະແດງ ດໍາເນີນຈົນຮອດໝົດເດືອນພຶດສະພາ ປີ 2022 ຈຶ່ງອັດລົງ.

ບູນມີ

ເຫດການ
302 Found

Found

The document has moved here.